ຊົມເຊີຍ ບໍລິສັດຄຳພົນກໍ່ສ້າງຂົວທາງ – ເຄຫາ ຊ່ວຍສ້າງທາງເຂົ້າບ້ານຫ້ວຍປູນໂດຍບໍ່ຄິດຄ່າ

60

ໃນວັນອັງຄານ ທີ 27 ມິຖຸນາ 2023 ທີ່ຜ່ານມານີ້ ບໍລິສັດຄຳພົນກໍ່ສ້າງຂົວທາງ – ເຄຫາ ຮ່ວມກັບອົງການປົກຄອງບ້ານຫ້ວຍປູນ  ໄດ້ລົງມືກໍ່ສ້າງ – ສ້ອມແປງທາງເຂົ້າບ້ານຫ້ວຍປູນ ນະຄອນປາກເຊ ແຂວງຈຳປາສັກ, ເປັນປະເພດທາງປູຢາງ ສອງຊັ້ນໃຫ້ແກ່ບ້ານ ໂດຍບໍ່ຄິດມູນຄ່າ.

อาจเป็นรูปภาพของ 7 คน และ ต้นไม้

ໂດຍທາງເສັ້ນນີ້ເລີ່ມແຕ່ຈຸດ 3 ແຍກອອກມາຈາກເສັ້ນທາງຂົວເຊໂດນລາວ – ໂຊຫວຽດ ເຂົ້າໄປຫາສຳນັກບ້ານ ລວມໄລຍະທາງກໍ່ສ້າງ 150 ແມັດ, ກວ້າງ 6 ແມັດ ມູນຄ່າຕົ້ນທຶນການປະກອບສ່ວນ 140 ລ້ານກີບ ຖ້າຄິດໄລ່ມູນຄ່າຮັບເໝົາກໍ່ສ້າງປະມານ 400 ລ້ານກີບ.

อาจเป็นรูปภาพของ 2 คน

ທ່ານ ບຸນເສັ່ງ ສຸດທິວົງ ປະທານບໍລິສັດຄຳພົນກໍ່ສ້າງຂົວທາງ – ເຄຫາ ໃຫ້ສຳພາດວ່າ: ມີຄວາມຮູ້ສຶກພາກພູມໃຈທີ່ສຸດທີ່ໄດ້ປະກອບສ່ວນໃນການຊ່ວຍກໍ່ສ້າງ, ສ້ອມແປງເສັ້ນທາງໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສ້າງບຸນ-ສ້າງກຸສົນ ກໍຄືປະໂຫຍດອັນດີໃຫ້ແກ່ສັງຄົມ, ບ້ານເມືອງ ທັງປະກອບສ່ວນເຮັດໃຫ້ບ້ານມີໃບໜ້າໃໝ່.

อาจเป็นรูปภาพของ 4 คน, ต้นไม้ และ พื้นหญ้า

ມາຮອດວັນທີ 29 ມິຖຸນານີ້ ໜ້າວຽກທີ່ສຳເລັດໄປແລ້ວ ແມ່ນການເກດທາງ, ໂລອັດແໜ້ນດິນ, ຄວັດຄອງລະບາຍນໍ້າ ແລະ ປູຢາງກັນຊຶມຊັ້ນທີ1, ສ່ວນໜ້າວຽກຕໍ່ໄປຈະສືບຕໍ່ລົງແຮ່, ປູຢາງຊັ້ນທີ 2, ຄາດວ່າຖ້າສະພາບອາກາດອຳນວຍ ຝົນບໍ່ຕົກຈະໃຫ້ສຳເລັດພາຍໃນ 3 ວັນຕໍ່ໜ້ານີ້.

อาจเป็นรูปภาพของ 4 คน, พื้นหญ้า และ ถนน

ທາງເຂົ້າບ້ານຫ້ວຍປູນ ນະຄອນປາກເຊ ແຂວງຈຳປາສັກ ໄດ້ຮັບການກໍ່ສ້າງ ແລະ ສ້ອມແປງ ຄືນໃໝ່ ໂດຍແມ່ນບໍລິສັດຄຳພົນກໍ່ສ້າງຂົວທາງ – ເຄຫາເປັນຜູ້ປະກອບສ່ວນ ເຊັ່ນ: ລົດເກດ, ລົດໂລ, ລົດສີດຢາງ, ແຮງງານວິຊາການ ແລະ ວັດຖຸ-ອຸປະກອນທັງໝົດ. ພ້ອມກັນນັ້ນກໍມີການປະກອບສ່ວນຂອງບ້ານ ໂດຍສະເພາະ ທ່ານ ວຽງທອງ  ພາລີຈັນ ນາຍບ້ານຫ້ວຍປູນ ເປັນປະເພດລົດຂົນດິນຊາຍ ແລະ ແຮງງງານຊວ້ານຊາຍຂອງກອງຫຼອນ-ປກສ ບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານຈຳນວນໜຶ່ງ.

อาจเป็นรูปภาพของ 7 คน, ต้นไม้ และ ข้อความ

ໂດຍ: ສູນຂ່າວຊາວພາກໃຕ້