ການຜະລິດກະສິກຳ ທົດແທນການນຳເຂົ້າມີທ່າອຽງເພີ່ມຂຶ້ນ

90

ໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ລະບຸໄວ້ຊັດເຈນ ໜຶ່ງທາງອອກຂອງປະເທດເຮົາຄືຕ້ອງຫັນໂຕເອງຈາກຜະເທດຜູ້ຊົມໃຊ້ເປັນຜູ້ຜະລິດໃຫ້ຫຼາຍຂຶ້ນ ແລະໃຫ້ມີສ່ວນສົ່ງອອກ ນັບແຕ່ມີວາລະແຫ່ງຊາດ ທຸກຂະແໜງການກ່ຽວຂ້ອງແມ່ນໄດ້ນຳເອົາເນື້ອໃນຈິດຈິດຂອງວາລະໄປຈັດຕັ້ງຜັນຂະຫຍາຍໃນນັ້ນລວມທັງຂະແໜງກະສິກຳ.

ຕາມການລາຍງານຄວາມຄືບໜ້າຫຼ້າສຸດໃຫ້ຮູ້ວ່າ ການສົ່ງເສີມການຜະລິດ ແລະ ບໍລິການພາຍໃນທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ການຜະລິດກະສິກຳ ເພື່ອທົດແທນການນຳເຂົ້າແມ່ນເປັນພາກສ່ວນທີ່ສຳຄັນທີ່ໄດ້ຮັບການສົ່ງເສີມເປັນຫຼັກ ໂດຍຜ່ານການຈັດຕັ້ງປະຕິບັດວາລະແຫ່ງຊາດໃນໄລຍະຜ່ານມາ ໃນດ້ານນີ້ແມ່ນມີຜົນສຳເລັດຄື:

ໄດ້ສຸມໃສ່ຜະລິດສະບຽງອາຫານເພື່ອຮັບໃຊ້ພາຍໃນ ປະເພດເຂົ້າເພື່ອຄ້ຳປະກັນສະບຽງອາຫານ ໂດຍຜະລິດເຂົ້າເປືອກລວມໃນປີ 2022 ໄດ້ 957.629 ເຮັກຕາ, ຜົນຜະລິດ 3,78 ລ້ານໂຕນ ທຽບໃສ່ກ່ອນມີວາລະແຫ່ງຊາດແມ່ນເພີ່ມຂຶ້ນ 0,3% (ເນື້ອທີ່ 936.662 ເຮັກຕາ, ຜົນຜະລິດ 3,66 ລ້ານໂຕນ), ມາຮອດເດືອນພຶດສະພາ 2023 ສາມາດເກັບກ່ຽວຜົນຜະລິດເຂົ້ານາແຊງໄດ້ 441.850 ໂຕນ ແລະ ປູກພືດສະບຽງອາຫານໄດ້ປະມານ 1,07 ລ້ານໂຕນ ໃນເນື້ອທີ່ 125.870 ເຮັກຕາ ເຊິ່ງຈຸດພິເສດໃນການເກັບກ່ຽວເຂົ້ານາແຊງໃນປີນີ້ປະຕິບັດໄດ້ຕາມແຜນ ຍ້ອນປະຊາຊົນຫັນມານຳໃຊ້ກົນຈັກທົດແທນການນຳໃຊ້ແຮງງານຄົນຫຼາຍຂຶ້ນ;

ไม่มีคำอธิบาย

ຖັດຈາກເຂົ້າຄືປູກພືດສະບຽງອາຫານເພື່ອບໍລິໂພກພາຍໃນ ແລະ ປ້ອນໂຮງງານອຸດສະຫະກຳປຸງແຕ່ງໃນປີ 2022 ໄດ້ຜົນຜະລິດ 2.36.582 ໂຕນທຽບໃສ່ກ່ອນປະຕິບັດວາລະແຫ່ງຊາດເພີ່ມຂຶ້ນ 14,4% (ເນື້ອທີ່ການຜະລິດ 192.851 ເຮັກຕາ, ຜົນຜະລິດ 2.070.927 ໂຕນ), ມາຮອດເດືອນພຶດສະພາ 2023 ປູກພືດສິນຄ້າລະດູແລ້ງໄດ້ 45.355 ເຮັກຕາ;

ໃນ ປີ 2022 ສາມາດຜະລິດຊີ້ນ, ໄຂ່ ແລະ ປາ ໄດ້ທັງໝົດ 507.644 ໂຕນ ທຽບໃສ່ກ່ອນປະຕິບັດວາລະແຫ່ງຊາດເພີ່ມຂື້ນ 4,5% (ຈາກ 485.480 ໂຕນ), ມາຮອດປັດຈຸບັນຜະລິດໄດ້ 263.095 ໂຕນ, ປະຕິບັດໄດ້ 19,5% ຂອງແຜນການປີ; ນອກນັ້ນຍັງສາມາດຮັບປະກັນໄດ້ພຶດສະ ບຽງອາຫານເພື່ອບໍລິໂພກພາຍໃນ ແລະ ປ້ອນໂຮງງານອຸດສະຫະກຳປຸງແຕ່ງແລະສົ່ງອອກ ມາຮອດເດືອນພຶດສະພາ 2023 ປູກພືດສິນຄ້າລະດູແລ້ງໄດ້ 45.359 ເຮັກຕາ,ເທົ່າກັບ 136% ຂອງແຜນການ (ສາເຫດຍ້ອນຊາວກະສິກອນຫັນມາປູກມັນຕົ້ນ, ອ້ອຍຫລາຍຂຶ້ນໃນລະດູແລ້ງນີ້.

หนองคาย" เลี้ยงปลากดเหลือง สร้างอาชีพ-รายได้ดี

ພ້ອມກັນນັ້ນກໍໄດ້ສໍາເລັດການຄົ້ນຄວ້າດັດສົມການຜະລິດແນວພັນພືດ-ສັດ ລວມທັງປັດໄຈການຜະລິດຕ່າງໆ ດ້ວຍການດູ່ນດ່ຽງຄວາມສາມາດການຜະລິດພາຍໃນ ແລະ ການນຳເຂົ້າຈາກຕ່າງປະເທດ ເປັນຕົ້ນ ແນວພັນທີ່ພາຍໃນສາມາດຜະລິດໄດ້ກຸ້ມຕົນເອງ 100% ເຊິ່ງມີແນວພັນເຂົ້າ ແນວພັນເຂົ້າໃໝ່ຈໍານວນ 8 ແນວພັນ.

ມາຮອດປັດຈຸບັນໄດ້ມອບຮັບໃບຢັ້ງຢືນແນວພັນເຂົ້າໃໝ່ແລ້ວ 5 ແນວພັນ ແລະ ໄດ້ກໍານົດບັນຊີລາຍການສິນຄ້າສົ່ງເສີມການຜະລິດພາຍໃນເພື່ອຫຼຸດຜ່ອນການນຳເຂົ້າປະເພດພືດ 9 ຊະນິດ ແລະ ປະເພດສັດມີ 3 ບັນຊີ; ກຳນົດບັນຊີທີ່ອະນຸຍາດໃຫ້ນຳເຂົ້າ (ແນວພັນ), ບັນຊີທີ່ອະນຸຍາດໃຫ້ນຳເຂົ້າແຕ່ມີເງື່ອນໄຂ ແລະ ບັນຊີທີ່ບໍ່ອະນຸຍາດ ຫຼື ຫ້າມນຳເຂົ້າໂດຍເດັດຂາດ.

ไม่มีคำอธิบายรูปภาพ

ນອກນັ້ນ, ໄດ້ຊຸກຍູ້ສົ່ງເສີມຊາວກະສິກອນ ແລະ ປະກອບການຜະລິດຝຸ່ນຊີວະພາບເພື່ອຕອບສະໜອງຕາມຄວາມຕ້ອງການພາຍໃນ, ໃນປີ 2022 ມີຈໍານວນ 95 ໂຮງງານ ທີ່ດໍາເນີນການຜະລິດ ໄດ້ 100.077 ໂຕນ ເພີ່ມຂຶ້ນ 50.077 ໂຕນ ຈາກປີ 2021, ໄດ້ຊຸກຍູ້ຊາວກະສິກອນ ແລະ ກຸ່ມຊາວກະສິກອນຜະລິດຝຸ່ນ ໃຊ້ເອງ 600.000 ໂຕນ ລວມທັງໝົດ ໃນປີ 2022 ຜະລິດໄດ້ 700.077 ໂຕນ ເທົ່າກັບ 35% ຂອງຄວາມຕ້ອງການພາຍໃນທັງໝົດ (2 ລ້ານໂຕນຕໍ່ປີ);

ມາຮອດເດືອນພຶດສະພາ 2023, ມີໂຮງງານຜະລິດອາຫານສັດຈຳນວນ 07 ແຫ່ງ (ເພີ່ມຈາກປີ 2022 ຈໍານວນ 1 ແຫ່ງ), ສາມາດຜະລິດໄດ້ 30.923,61 ໂຕນ ກວມປະມານ 60% ຂອງຄວາມຕ້ອງການພາຍໃນ (592.670 ໂຕນ).

เปิดรูปภาพ

ໂດຍຜ່ານການຊຸກຍູ້ສົ່ງເສີມ ແລະ ຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆໃນການຫຼຸດຜ່ອນການນຳເຂົ້າ ສົ່ງຜົນໃຫ້ຕົວເລກການນຳເຂົ້າພືດ ແລະ ຜະລິດຕະພັນສັດ ມີມູນຄ່າຫຼູດລົງ 11,54 ລ້ານໂດລາ ສຫລ (ນຳເຂົ້າ ປີ 2021 ມີມູນຄ່າ 98,75 ລ້ານໂດລາ ສຫລ ແລະ ປີ 2022 ມູນຄ່າ 87,11 ລ້ານໂດລາ ສຫລ). ສຳລັບການນຳເຂົ້າທີ່ຜ່ານດ່ານກັກກັນພືດສາກົນໃນໄລຍະ 5 ເດືອນຕົ້ນປີ 2023 ມີມູນຄ່າທັງໝົດ 47,01 ລ້ານໂດລາສະຫະລັດ ທຽບໃສ່ໄລຍະ 5 ເດືອນ ປີ 2022 ເພີ່ມຂຶ້ນ 14,26 ລ້ານໂດລາ ສຫລ ຫລື ເທົ່າກັບ 43,54%.