ສະຫະລັດ ກູ້ຊາກເຮືອດຳນ້ຳໄທຕັນ ຂຶ້ນບົກແລ້ວ

148

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເຈົ້າໜ້າທີ່ຂອງສະຫະລັດອາເມຣິກາ ສາມາດກູ້ຊິ້ນສ່ວນຂອງເຮືອດຳນ້ຳໄທຕັນ ( Titan ) ທີ່ເກີດລະເບີດຢູ່ພື້ນທະເລເລິກກວ່າ 4 ກິໂລແມັດ ໃນຂະນະທີ່ລົງໄປທ່ຽວຊົມຊາກເຮືອໄທທານິກ ຂຶ້ນມາໄດ້ແລ້ວ ໂດຍພົບຊິ້ນສ່ວນທີ່ຄາດວ່າຈະເປັນຊິ້ນສ່ວນຮ່າງກາຍຂອງມະນຸດໃນຊາກເຮືອດັ່ງກ່າວ.

ເຈົ້າໜ້າທີ່ລະບຸວ່າ: ຊາກເຮືອໄທຕັນ ຖືກກູ້ຂຶ້ນມາເທິງບົກ ເມື່ອວັນທີ 28 ມິຖຸນາຜ່ານມາ ຕາມເວລາທ້ອງຖິ່ນ ແລະ ຈະຖືກນຳໄປຍັງສະຫະລັດ ໂດຍຊິ້ນສ່ວນເຫຼົ່ານີ້ ຈະກາຍເປັນຫຼັກຖານສຳຄັນໃນການສືບສວນຫາສາເຫດວ່າ ເຮືອລຳດັ່ງກ່າວເກີດລະເບີດຂຶ້ນຈາກສາເຫດໃດ.

ຜູ້ບັນຊາການໜ່ວຍງານຍາມແຄມຝັ່ງຂອງສະຫະລັດອາເມຣິກາ ໄດ້ສະແດງຄວາມຂອບໃຈນຳພາກສ່ວນກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍກູ້ຊາກເຮືອດັ່ງກ່າວຂຶ້ນມາເທິງບົກ ແລະ ຮັກສາຫຼັກຖານສຳຄັນນີ້ ໄວ້, “ ຫຼັກຖານດັ່ງກ່າວ ຈະຊ່ວຍໃຫ້ເຈົ້າໜ້າສືບສວນ – ສອບສວນ ຈາກສາອາຍາລະຫວ່າງປະເທດຫຼາຍແຫ່ງ ໄດ້ຮັບຂໍ້ມູນສຳຄັນກ່ຽວກັບສາເຫດຂອງໂສກນາດຕະກຳຄັ້ງນີ້ ເຊິ່ງຍັງມີອີກຫຼາຍຢ່າງທີ່ຈະຕ້ອງໄດ້ເຮັດ ເພື່ອໃຫ້ພວກເຮົາເຂົ້າໃຈເຖິງປັດໄຈທີ່ນຳໄປສູ່ການສູນເສຍເຮືອດຳນ້ຳໄທຕັນ ແລະ ຊ່ວຍໃຫ້ແນ່ໃຈວ່າ ໂສກນາດຕະກຳທີ່ຄ້າຍຄືກັນນີ້ ຈະບໍ່ເກີດຂຶ້ນອີກ.

ທັງນີ້, ຊາກເຮືອດຳນ້ຳດັ່ງກ່າວ ຖືກນຳຂຶ້ນບົກທີ່ທ່າເຮືອ ເຊນຈອນ ລັດນິວຟັນແລນ ແລະ ລັດແລບາດໍ ຂອງການາດາ ຈະເປັນກຸນແຈສຳຄັນທີ່ຈະໄຂປິດສະໜາຕໍ່ການເສຍຊີວິດຂອງຜູ້ໂດຍສານທັງ 5 ຄົນໃນເຮືອດັ່ງກ່າວ.