ນ້ອງໆ ໃຜມີຝັນຢາກເຂົ້າ ມຊ ກຽມລົງທະບຽນວັນຈັນນີ້

121

ນ້ອງນັກຮຽນທີ່ຈົບມັດທະຍົມ ບໍ່ວ່າປີນີ້ຫຼື ປີກ່ອນໆ ທີ່ມີຈຸດປະສົງຈະເຂົ້າໄປຢູ່ໃນຮົ້ວຂອງມະຫາວິທະຍາໄລແຫ່ງຊາດ ຕ້ອງກຽມເອກະສານ ແລະວິຊາຄວາມຮູ້ ເພາະອາທິດໜ້ານີ້ແລ້ວຈະເປີດໃຫ້ລົງທະບຽນທາງອອນລາຍໄດ້.

เปิดรูปภาพ

ພາຍຫຼັງການສອບເສັງຈົບຊັ້ນ ມ7 ຂອງນ້ອງນັກຮຽນໃນຂອບເຂດທົ່ວປະເທດແລ້ວ ເຊື່ອເລີຍວ່າສະຖານີຕໍ່ໄປຂອງນ້ອງໆຫຼາຍຄົນຄື ຖືນາມສະກຸນນັກສຶກສາໂດຍສະເພາະໃນຮົ້ວມະຫາວິທະຍາໄລ ແລະ ມື້ນີ້ກໍເປັນຂ່າວດີສຳລັບນ້ອງໆທຸກຄົນເພາະຈະເລີ່ມເປີດໃຫ້ລົງທະບຽນແລ້ວ.

ອີງຕາມແຈ້ງການຂອງມະຫາວິທະຍາໄລແຫ່ງຊາດ ການລົງທະບຽນຜ່ານທາງອອນລາຍ ເປັນການອຳນວຍຄວາມສະດວກແກ່ນັກຮຽນໃນທົ່ວປະເທດຜູ້ທີ່ມີຄວາມປະສົງຈະເຂົ້າສຶກສາໃນ ມຊ ໄດ້ລົງທະບຽນກ່ອນຮອດວັນເວລາສອບເສັງຈຶ່ງເດີນທາງມານະຄອນຫຼວງວຽງຈັນ ເຊິ່ງເວລາຂອງການລົງທະບຽນນັ້ນແມ່ນເລີ່ມແຕ່ວັນທີ 3 ກໍລະກົດ ຫາ 9 ສິງຫາ 2023 ນີ້ ສ່ວນລາຍລະອຽດສາມາດເບິ່ງເພີ່ມເຕີ່ມໄດ້ດ້ານລຸ່ມນີ້อาจเป็นรูปภาพของ ข้อความอาจเป็นรูปภาพของ ข้อความ