ຄືບໜ້າກວ່າ 30% ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມ ແຂວງອຸດົມໄຊ

72

ເທດສະບານເມືອງໄຊ ແຂວງອຸດົມໄຊ ທຸກປີເມື່ອຮອດລະດູຝົນກໍ່ມັກເກີດນ້ຳຖ້ວມໃນພື້ນໃນພື້ນທີ່ຕ່ຳ ຈິ່ງຕ້ອງມີໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມ ເທດສະບານ ເມືອງໄຊເພື່ອຄວາມປອດໄພຂອງປະຊາຊົນ.

อาจเป็นรูปภาพของ กอล์ฟ, แผนที่, พื้นหญ้า, สนามกอล์ฟ และ ข้อความ

ຕາມລາຍງານຂ່າວໃນຊ່ວງສັນຍາທີ 2ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມ ເທດສະບານ ເມືອງໄຊແມ່ນມີຄວາມຄືບໜ້າແລ້ວ 30,85%. ທ່ານ ລີຢີງ ໄຊເຢຍຊ່າງ ຫົວໜ້າໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມ ເທດສະບານ ເມືອງໄຊ ແຂວງອຸດົມໄຊ ໃຫ້ສຳພາດວ່າ: ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມ ເທດສະບານ ເມືອງໄຊ ຊ່ວງທີ 2 ແມ່ນເລີ່ມແຕ່ ຂົວນໍ້າມາວ, ບ້ານນາສ້າວ ຫາ ຂົວນໍ້າກໍ  2, ບ້ານເຈງ ເຊື່ອມໃສ່ກັບ ຊ່ວງທີ 1 ເຂດສະໜາມກິລາແຂວງ ມີລວງຍາວ: 8.500 ແມັດ, ຮັບເໝົາການກໍ່ສ້າງໂດຍ ບໍລິສັດ ກວ້າງຕຸ້ງເລກ3 ຈາກ ສປ ຈີນ ລວມມູນຄ່າສັນຍາທັງໝົດ 8,8 ລ້ານ ກວ່າໂດລາສະຫະລັດ ໂດຍຈະໃຊ້ເວລາກໍ່ສ້າງ 24 ເດືອນ.

ไม่มีคำอธิบายรูปภาพ

ສຳລັບໜ້າວຽກປະກອບມີ: ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຕາມແຄມນ້ຳກໍ, ສ້າງສວນສາທາລະນະ 1 ຈຸດຢູ່ເຂດບ້ານນາຫວານນ້ອຍ, ກໍ່ສ້າງປະຕູລະບາຍນ້ຳ ຈຳນວນ 21 ຈຸດ ແລະ ອື່ນໆ ທີ່ຕິດພັນກັບໂຄງການ. ມາຮອດປະຈຸບັນ ການກໍ່ສ້າງແມ່ນໄດ້ສຳເລັດແລ້ວຫຼາຍໜ້າວຽກ ເຊັ່ນ: ວຽກອະນາໄມບຸກເບີກ, ວຽກດິນຂຸດ, ດິນຖົມ, ປ້ອງກັນສະຫລົບວາງຫິນຕິນໂທ ແລະ ວຽກລຽນຫິນສະຫຼົບອື່ນໆ

ไม่มีคำอธิบายรูปภาพ

ພ້ອມກັນນັ້ນ ທ່ານ ພາກ ສາງຢຸນ ຫົວໜ້າທີມທີ່ປືກສາ ບໍລິສັດ ທີ່ປືກສາ ອີສານ ຈາກ ສ ເກົາຫຼີ ກໍໃຫ້ສຳພາດວ່າ: ການກໍ່ສ້າງຕາຝັ່ງເຈື່ອນ ແມ່ນແນໃສ່ ຫຼີກລຽງ ແລະ ຫລຸດຜ່ອນຄວາມອັນຕະລາຍ ໂດຍສະເພາະ ແມ່ນການເຊາະເຈື່ອນຂອງດິນຢູ່ສອງຟາກນ້ຳໃນລະດູຝົນ ເຊິ່ງບາງຈຸດເຫັນວ່າມັນແຄບ ແລະ ໄດ້ຕັດແລວນ້ຳ ພ້ອມທັງໄດ້ຂະຫຍາຍໃຫ້ກວ້າງອອກ.

ไม่มีคำอธิบายรูปภาพ

ສຳລັບສວນສາທາລະນະແມ່ນໄດ້ສ້າງສຳເລັດແລ້ວ 1 ຈຸດ ຍັງຈຸດທີ 2 ແມ່ນພວມກໍ່ສ້າງ ເຊິ່ງຈະໃຫ້ສຳເລັດໃນປີ 2024. ພາຍຫຼັງສຳເລັດ ຈະເປັນບ່ອນພັກຜ່ອນຢ່ອນກາຍ ແລະ ເປັນການດຶງດູດເອົານັກທ່ອງທ່ຽວມາທ່ຽວແຂວງອຸດົມໄຊ ໃຫ້ຫຼາຍຂຶ້ນ ເຊິ່ງຈະສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນທ້ອງຖິ່ນເພີ່ມຂຶ້ນ.

ສຳລັບວຽກທີ່ຈະສູມໃສ່ໃນຕໍ່ໜ້າ ໂດຍສະເພາະລະດູຝົນນີ້ແມ່ນ ການວາງຫິນສະຫຼົບປ້ອງກັນຕາຝັ່ງເຈື່ອນ ເພື່ອປ້ອງກັນການເຊາະເຈື່ອນທີ່ອາດຈະເກີດຂຶ້ນ.

ไม่มีคำอธิบายรูปภาพ

ໂດຍ: Media Laos