ກັບມາອີກແລ້ວ!! ໂຈນທຸບແວ່ນລົດເພື່ອລັກເຄື່ອງ

28

ທຸກວັນນີ້ເຂົ້າຍາກໝາກແພງເຮັດໃຫ້ການດຳລົງຊີວິດໃນແຕ່ລະວັນມີຄວາມຫຍຸ້ງຍາກຫລາຍ ລາຍຮັບບໍ່ກຸ້ມລາຍຈ່າຍ ເຮັດໃຫ້ໂຈນອອກເຄື່ອນໄຫວຫຼາຍຂຶ້ນ ໃນຂະນະດຽວກັນປະຊາຊົນແມ່ນຢູ່ຍາກຂຶ້ນ ເພາະນອກຈາກຈະມີວິກິດການເງິນເຟີ້ແລ້ວ ກໍຍັງຕ້ອງເຝົ້າລະວັງໂຈນອີກ.

อาจเป็นรูปภาพของ 3 คน, รถยนต์ และ การจัดแสง

ໂດຍຕາມລາຍງານຈາກຜູ້ເສຍຫາຍໃຫ້ຮູ້ວ່າ: ໃນເວລາ 20:30 ໂມງ ຂອງວັນທີ່ 27 ມິຖຸນາ 2023 ທີ່ຜ່ານມາ ໄດ້ເກີດເຫດມີຄົນຮ້າຍໄດ້ທຸບແວນລົດເພື່ອລັກຄະເອົາຊັບສິນທີ່ຢູ່ພາບໃນລົດ ໂດຍເຈົ້າຂອງລົດໄດ້ຈອດລົດໄວ້ແຄມທາງເພື່ອໄປຮັບປະທານອາຫານຢູ່ທີ່ຮ້ານອາຫານ ບໍລິເວນທາງຕັດໃຫມ່ເມືອງນ້ອຍ-ດອນກອຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ .

ไม่มีคำอธิบายรูปภาพ

ເມື່ອເຈົ້າຂອງລົດອອກມາຈາກຮ້ານກໍພົບວ່າແວ່ນປະຕູລົດຖຶກທຸບຈົນເສຍຫາຍ ແລະ ຊັບສິນພາຍໃນລົດກໍຖຶກລັກໄປ ສ່ວນລາຍລະອຽດຂອງຊັບສິນທີ່ເສຍຫາຍພາຍໃນລົດນັ້ນຍັງຢູ່ລະຫວ່າງການກວດສອບ. ດັ່ງນັ້ນ, ຈຶ່ງຝາກເຖິງທຸກຄົນຈົ່ງມີສະຕິລະວັງ ໃນເວລາຈອດລົດໄວ້ແຄມທາງໃນເວລາກາງຄືນ ເພື່ອປ້ອງກັນບໍ່ໃຫ້ມີເຫດການແບບນີ້ເກີດຂຶ້ນອີກ.

อาจเป็นรูปภาพของ การจัดแสง