ວິທີການເພາະພັນລູກກົບເອງ

176

ກົບ ແມ່ນສັດເຄິ່ງບົກເຄິ່ງນໍ້າ ທີ່ຄົນລາວເຮົານິຍົມລ້ຽງກັນ ເນື່ອງຈາກວ່າກົບ ເປັນສັດທີ່ລ້ຽງງ່າຍ ແລະ ຄົນລາວເຮົາກໍນິຍົມກັນກິນ ເນື່ອງຈາກສາມາດນຳມາປຸງແຕ່ງອາຫານໄດ້ຫຼາຍປະເພດ.
ດັ່ງນັ້ນ, ມື້ນີ້ຄໍລຳກະສິກຳ ຈະນຳເອົາພື້ນຖານວິທີການເພາະພັນລູກກົບ ມານຳສະເໜີ ເພື່ອໃຫ້ບັນດາທ່ານນຳໄປປັບປຸງ ແລະ ໝູນໃຊ້ໄດ້.

ກ່ອນອື່ນຕ້ອງຄັດເລືອກ ກົບ ທີ່ຈະມາໃຊ້ເປັນພໍ່ພັນ – ແມ່ພັນ ເຊິ່ງກົບທີ່ເໝາະສົມສຳລັບການປະສົມພັນຄວນມີລັກສະນະດັ່ງນີ້:
1). ມີຮູບຮ່າງສົມສ່ວນກົງຕາມສາຍພັນ; 2).ບໍ່ມີບາດແຜຕາມລຳຕົວ; 3). ມີນໍ້າໜັກ 500 – 700 ກຣາມຕໍ່ໂຕ; 4). ກົບຕ້ອງມີອາຍຸ 1 ປີຂຶ້ນໄປ ເພາະເປັນຊ່ວງທີ່ກົບແມ່ພັນ – ພໍ່ພັນ ມີໄຂ່ແກ່ ແລະ ກົບພໍ່ພັນ ຈະມີນໍ້າເຊື້ອດີສົມບູນ ແລະ ແຂງແຮງ.
ການກຽມ ບໍ່ ຫຼື ອ່າງ ປະສົມພັນ:
ຂຸດບໍ່ ຫຼື ກໍ່ອ່າງ ຂະໜາດ 100 – 150 x 3 ແມັດ ຫຼື ຕາມທີ່ສະດວກຂອງພື້ນທີ່ ( ແຕ່ຕ້ອງສູງ ຖ້າກໍ່ບໍ່ສູງຕ້ອງເອົາຕານ່າງມາອ້ອມ ແລະ ປົກຫຼັງຄາແດ່ກໍຈະດີ ເພາະກົບອາດຈະເຕັ້ນອອກ ພ້ອມທັງປ້ອງກັນສັດອື່ນມາທຳລາຍ ຫຼື ກິນລູກກົບໄດ້ ), ບາງຄົນອາດຈະເຮັດບໍ່ ແບບຂຸດເອົາໂດຍຂຸດຕາມຂະໜາດທີ່ກຳນົດ ຈາກນັ້ນກໍໃຊ້ຜ້າຢາງມາປູພື້ນ ເພື່ອເກັບນໍ້າ, ຈາກນັ້ນກໍ່ນຳພໍ່ພັນ – ແມ່ພັນກົບ ລົງໄປປ່ອຍ.


ການປະສົມພັນກົບ: ກ່ອນຈະປະສົມພັນ ຕ້ອງງົດໃຫ້ອາຫານ ພໍ່ພັນ – ແມ່ພັນ ທີ່ພ້ອມປະສົມພັນຕັ້ງແຕ່ຊ່ວງເຊົ້າ ຈາກນັ້ນປ່ອຍກົບລົງໃນບໍ່ ຫຼື ອ່າງ ກຽມໄວ້ອ່າວແລງ ( ເວລາປະມານ 17:00 ) ໃນຕອນເຊົ້າ 7:00 ກໍຈະສັງເກດເຫັນໄຂ່ກົບເກີດຂຶ້ນຫຼາຍ ໃຫ້ຈັບພໍ່ພັນ – ແມ່ພັນ ອອກຈາກບໍ່ປະສົມພັນ ເພື່ອປ້ອງກັນບໍ່ໃຫ້ກົບກິນໄຂ່ໂຕເອງ. ຈາກນັ້ນປະໄຂ່ໄວ້ 24 ຊົ່ວໂມງ ເຖິງ 7:00 ຂອງມື້ຕໍ່ມາກົບໄຂ່ກໍຈະຟັກເປັນໂຕດຳໆນ້ອຍໆອອກມາ ເຮົາເອີ້ນກັນວ່າ ລູກຮວກ.

ການອະນຸບານລູກກົບນ້ອຍ: ຫຼັງຈາກໄຂ່ກົບຟັກອອກເປັນລູກຮວກ ຫຼື ບາງຄົນກໍເອີ້ນລູກອ໊ອດຍັງໃຊ້ໄຂ່ແດງທີ່ຕິດມາລ້ຽງຕົວເອງ ຫຼັງຈາກນັ້ນໃຫ້ປະໃຫ້ໄຂ່ແດງຕົ້ມສຸກບົດລະອຽດເປັນອາຫານວັນລະ 3 ໜ່ວຍຕໍ່ລູກຮວກ 1 ຄອກ,
ເມື່ອກົບຟັກອອກຈາກໄຂ່ປະມານ 1 – 2 ອາທິດ ຈະມີຂາຫຼັງ 2 ຂາໂພ່ອອກມາຈາກທ້າຍຂອງລຳໂຕ ເມື່ອຂາຫຼັງປົ່ງອອກເຕັມທີ່ຈະມີຂາໜ້າປົ່ງອອກມາອີກ 2 ຂ້າງຂອງຊ່ວງກ້ອງເຫືອກດ້ານໜ້າຂອງລຳໂຕ. ສ່ວນຫາງຈະເລີ່ມຫົດສັ້ນເຂົ້າ, ປາກກໍຈະເລີ່ມສົມບູນຂຶ້ນ ສາມາດກິນອາຫານໄດ້ເຊັ່ນດຽວກັບກົບໂຕໃຫຍ່, ອາຫານທີ່ໃຫ້ໃນໄລຍະນີ້ຈະເປັນອາຫານທີ່ເຄື່ອນໄຫວໄດ້ເຊັ່ນ: ກຸ້ງ, ປາຊິວນ້ອຍ, ເຄື່ອງໃນຟັກມຸ່ນ, ເສດປາຟັກມຸ່ນ ຫຼື ຫົວອາຫານສຳລັບປາດຸກນ້ອຍມາໃຫ້ແທນໄດ້ ເພາະຈະເຮັດໃຫ້ລູກກົບນ້ອຍຈະເລີນເຕີບໂຕໄວ ແລະ ຊ່ວຍປະຢັດຕົ້ນທຶນ ຄ່າອາຫານເມັດໄດ້ອີກ ( ຈະໃຫ້ຈົນກວ່າລູກກົບມີອາຍຸ 1 ເດືອນ ຫາ 1 ເດືອນເຄິ່ງ ).

ການເບິ່ງແຍງລູກກົບ: ລູກກົບຂະໜາດນ້ອຍ ອາຍຸປະມານ 1 ອາທິດ ຕ້ອງປ່ຽນນໍ້າດຸຂຶ້ນ ຄື: ປະມານ 3 ວັນຕໍ່ເທື່ອ, ພໍອາຍຸໄດ້ 2 – 3 ອາທິດ ປ່ຽນ 3 ວັນຕໍ່ຄັ້ງ ຫຼື ສັງເກດເຫັນວ່ານໍ້າເນົ່າເປື້ອນ ເລີ່ມມີກິ່ນເໝັນກໍໃຫ້ປ່ຽນເລີຍ ( ໂດຍນໍ້າທີ່ປ່ຽນໃສ່ໃໝ່ຕ້ອງມີປະລິມານ 70% ຂອງນໍ້າໃນບໍ່ ຫຼື ຈົ່ງນໍ້າເກົ່າໄວ້ 30% ) ຫຼັງຈາກປ່ຽນນໍ້າທຸກຄັ້ງໃຫ້ໃສ່ຈຸລິນຊີ EM ປະມານ 20 – 30 ຊີຊີຕໍ່ອ່າງ ຫຼື ບໍ່ ເພື່ອບຳບັດນໍ້າເປື້ອນ ແລະ ເຮັດໃຫ້ລູກກົບສຸຂະພາບດີ ຈະເລີນເຕີບໂຕໄວ.

ຖ້າພົບວ່າລູກກົບມີບາດແຜ ຫຼື ເລີ່ມຕາຍໃຫ້ໃຊ້ ຕົ້ນຟ້າທະລາຍໂຈນ ຕາກແຫ້ງບົດລະອຽດປະສົມກັບອາຫານໃຫ້ກິນ ໃນອັດຕາ ຟ້າທະລາຍໂຈນ 10 ກຣາມຕໍ່ອາຫານ 100 ກິໂລ ເພາະຮັກສາໂຣກ ແລະ ສ້າງພູມຄຸ້ມກັນໃຫ້ກັບກົບ ( ໂດຍສ່ວນໃຫຍ່ກົບນ້ອຍຈະຕາຍເນື່ອງຈາກໄດ້ຮັບເຊື້ອແບັກທີເຣຍທີ່ສະສົມຢູ່ພາຍໃນອ່າງ ຫຼື ບໍ່ ທີ່ເກີດຈາກອາຫານທີ່ກິນບໍ່ໝົດ ແລະ ການຂັບຖ່າຍຂອງມູນກົບ ເນັ້ນເອງ ).

ການຈຳໜ່າຍ: ລູກກົບ 1 ເດືອນ ຫຼື ຂະໜາດເທົ່ານິ້ວໂປ້ມື ຫຼື ໃຫຍ່ກວ່າໜ້ອຍໜຶ່ງ ກໍສາມາດຈັບຂາຍໄດ້ ໂດຍລູກກົບໃນໄລຍະນີ້ຈະຂາຍ ປະມານໂຕລະ 400 – 700 ກີບຕໍ່ໂຕ.
ການລ້ຽງກົບນ້ອຍ ນອກຈາກເອົາໃຈໃສ່ດ້ານຄວາມສະອາດຂອງອ່າງແລ້ວ ການເລືອກສາຍພັນກົບກໍເປັນສິ່ງໜຶ່ງທີ່ສຳຄັນທີ່ຈະເຮັດໃຫ້ລູກກົບໃຫຍ່ໄວ ແລະ ມີສຸຂະພາບແຂງແຮງອີກດ້ວຍ.
[ ຂໍ້ມູນ: Agriculture ]