ນະຄອນຫຼວງມີຜູ້ເສັງຈົບ ມ7 ປີນີ້ 9000 ກວ່າຄົນ

69

ການຮຽນຂອງນ້ອງໆທີ່ຈົບສາມັນປີນີ້ ມ7 ແມ່ນສອບເສັງສຳເລັດແລ້ວໃນອາທິດຜ່ານມາ ຫຼັງຈາກນີ້ກໍ່ຈະປ່ຽນຈາກນັກຮຽນເປັນນັກສຶກສາໃນອີກບໍ່ດົນ ຫຼື ໄປປະກອບອາຊີບອື່ນສຳລັບຜູ້ບໍ່ໄດ້ຮຽນຕໍ່ວິຊາຊີບ ໃນນັ້ນທົ່ວນະຄອນຫຼວງວຽງຈັນມີນັກຮຽນສອບເສັງຈົບຊັ້ນ ມ7 ໃນສົກປີ 2022-2023 ທັງໝົດ 9.000 ກວ່າຄົນ ຈາກໂຮງຮຽນ 100 ກວ່າແຫ່ງ.

May be an image of 10 people and text

ຕາມການໃຫ້ສຳພາດຂອງ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ລົງຢ້ຽມຢາມສູນສອບເສັງຈົບຊັ້ນ ມ7 ຢູ່ທີ່ ໂຮງຮຽນ ມັດທະຍົມສົມບູນສຶກສາໜອງບອນ ໃນວັນທີ 22 ກໍລະກົດ 2023 ທີ່ຜ່ານມາວ່າ:

May be an image of 6 people, people studying and text

ການສອບຈົບຊັ້ນ ມ7 ໃນນະຄອນຫຼວງວຽງຈັນ ເຊິ່ງມີທັງໝົດ 22 ສູນສອບເສັງ ມີ 108 ໂຮງຮຽນ ມີນັກສອບເສັງທັງໝົດ 9.456 ຄົນ ໃນໄລຍະການສອບເສັງເຫັນວ່າສະພາບການມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ອະນຸກໍາມະການຮັບຜິດຊອບທຸກພາກສ່ວນໄດ້ມີຄວາມຮັບຜິດຊອບສູງ ປະຕິບັດຕາມກົດລະບຽບທີ່ກະຊວງສຶກສາທິການ ແລະ ກິລາ ກໍານົດໃຫ້ຢ່າງເຂັ້ມງວດ.

ສອບ​ເສັງ​ຈົບ​ຊັ້ນ ມ4-ມ7 ສົກ​ນີ້ ມີມາດ​

ສ່ວນການສອບເສັງຈົບຊັ້ນ ມ7 ໄດ້ເປັນເອກະພາບກັນທົ່ວປະເທດ ວັນທີ 21-23 ມິຖຸນາ 2023 ປະກອບມີວິຊາຄະນິດສາດ ພາສາລາວ-ວັນນະຄະດີ ກຸ່ມວິທະຍາສາດທໍາມະຊາດ ກຸ່ມວິທະຍາສາດສັງຄົມ ແລະ ວິຊາພາສາ ອັງກິດ.

entrance.nuol.edu.la