ຊາອຸດິ ອາຣາມໂກ ເຊື່ອ ອຸປະສົງນ້ຳມັນຍັງເຂັ້ມແຂງ

2

ສຳນັກຂ່າວຕ່າງປະເທດລາຍງານວ່າ ຜູ້ບໍລິຫານຂອງ ບໍລິສັດ ຊາອຸດິ ອາຣາມໂກ ຂອງຊາອຸດິ ອາຣັບບີ ເຊື່ອວ່າ: ປັດໄຈພື້ນຖານຂອງຕະຫຼາດນ້ຳມັນຍັງເຂັ້ມແຂງ ໃນໄລຍະ 6 ເດືອນທ້າຍປີນີ້ ເນື່ອງຈາກ ຄວາມຕ້ອງການຂອງຕະຫຼາດເກີດໃໝ່ຢ່າງ ຈີນ ແລະ ອິນເດຍ ຈະຊ່ວຍຊົດເຊີຍຄວາມສ່ຽງໃນພາວະເສດຖະກິດທົດຖອຍໃນຕະຫຼາດ ຫຼື ປະເທດທີ່ພັດທະນາແລ້ວ.

ທ່ານ ອາມິນ ແນັດເຊີ ຜູ້ບໍລິຫານ ບໍລິສັດ ຊາອຸດິ ອາຣາມໂກ ກ່າວໃນໂອກາດເຂົ້າຮ່ວມກອງປະຊຸມພະລັງງານອາຊີ ( Energy Asia ) ໃນວັນທີ 26 ມິຖຸນາຜ່ານມາ ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ວ່າ: ເຊື່ອວ່າປັດໄຈພື້ນຖານຂອງຕະຫຼາດນ້ຳມັນ ໂດຍທົ່ວໄປຍັງເຂັ້ມແຂງໃນໄລຍະ 6 ເດືອນທ້າຍປີນີ້, ທ່າມກາງ ຄວາມຕ້ອງການນ້ຳມັນປີໂຕຣ ລຽມ ແລະ ປີໂຕຣລຽມເຄມີ ຊະລໍຕົວລົງໃນໄຕມາດ 2 ຂອງປີນີ້, ໃນຂະນະທີ່ກຳລັງການຜະລິດຂອງໂຮງກັ່ນນ້ຳມັນເພີ່ມຂຶ້ນ ສ້າງແຮງກົດດັນຕໍ່ຕະຫຼາດນ້ຳມັນ.

ຜູ້ບໍລິຫານຂອງຊາອຸດິ ອາຣາມໂກ ກ່າວວ່າ: “ ເຖິງວ່າຈະມີຄວາມສ່ຽງຈາກພາວະເສດຖະກິດທົດຖອຍໃນຫຼາຍປະເທດ ໂດຍສະເພາະໃນກຸ່ມປະເທດ OECD ( ລວມທັງໝົດ 30 ກວ່າປະເທດ ) ແຕ່ເສດຖະກິດກຳລັງພັດທະນາ ໂດຍສະເພາະແມ່ນ ຈີນ ແລະ ອິນເດຍ ກຳລັງຂັບເຄື່ອນຄວາມຕ້ອງການນ້ຳມັນໃຫ້ເຕີບໂຕປະມານ 2 ລ້ານບາເຣວຕໍ່ວັນໃນປີນີ້, ເຖິງວ່າ ຈີນ ຈະປະເຊີນກັບເສດຖະກິດຂະຫຍາຍຕົວຊ້າລົງ ແຕ່ຂະແໜງການຂົນສົ່ງຍັງມີສັນຍານຄວາມຕ້ອງການນ້ຳມັນເພີ່ມຂຶ້ນ.