ຊຽງໄຮ້ ຕ້ອນຮັບນັກທ່ອງທ່ຽວ 6,72 ລ້ານເທື່ອຄົນ ໃນບຸນຊ່ວງເຮືອມັງກອນ

27

ເວັບໄຊສຳນັກຂ່າວ People’s Daily China ລາຍງານເມື່ອວັນທີ 25 ມິຖຸນານີ້ວ່າ: ສຳນັກງານວັດທະນະທໍາ ແລະ ການທ່ອງທ່ຽວ ເທສະບານນະຄອນຊຽງໄຮ້ ລາຍງານວ່າ ນະຄອນຊຽງໄຮ້ ໄດ້ຕ້ອນຮັບນັກທ່ອງທ່ຽວ 6,72 ລ້ານເທື່ອຄົນ ໃນໄລຍະວັນພັກ 3 ມື້ ໂອກາດງານເທສະການແຂ່ງເຮືອມັງກອນ ທີ່ຫາກໍສິ້ນສຸດລົງໃນວັນເສົາ ທີ 24 ມິຖຸນາ 2023 ຜ່ານມາ.

ລາຍງານລະບຸວ່າ: ນັກທ່ອງທ່ຽວສ່ວນໃຫຍ່ມັກການທ່ອງທ່ຽວໃນຮູບແບບທັດສະນະສຶກສາ ຫຼື ທ່ຽວຊົມຕົວເມືອງ ເນື່ອງຈາກມີຝົນຕົກໃນໄລຍະນີ້ ຈຶ່ງເຮັດໃຫ້ຫໍພິພິທະພັນ, ຫໍສິລະປະໃນຊຽງໄຮ້ ເປັນຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວ.

ລາຍງານລະບຸວ່າ: ໃນໄລຍະວັນພັກຂອງງານເທສະການແຂ່ງເຮືອມັງກອນ, ພິພິທະພັນ 129 ແຫ່ງໃນຊຽງໄຮ້ ໄດ້ຈັດງານນິເທສະການ 32 ງານ ແລະ ມີຜູ້ເຂົ້າຊົມ 292.000 ເທື່ອຄົນ ເພີ່ມຂຶ້ນ 4,28% ຈາກໄລຍະດຽວກັນຂອງປີ 2019.

ຂະນະດຽວກັນ, ຫໍສິລະປະ 66 ແຫ່ງ ໃນຕົວເມືອງກໍໄດ້ຈັດງານນິເທສະການ 121 ງານ ແລະ ຮັບຜູ້ເຂົ້າຊົມ 78.800 ເທື່ອຄົນ.