ໝາກເຜັດກໍຍັງລັກນຳເຂົ້າ ຄຳເກີດກວດພົບເອົາໄປທຳລາຍຕາມລະບຽບ

66

ໜຶ່ງບັນຫາສຳຄັນທີ່ລັດຖະບານກຳລັງພະຍາຍາມສ້າງຄວາມເຂົ້າໃຈໃຫ້ກັບປະຊາຊົນ ໃຫ້ຮ່ວມແຮງຮ່ວມໃຈກັນແກ້ໄຂບັນຫາເສດຖະກິດ-ການເງິນຄື ສົ່ງເສີມການຜະລິດພາຍໃນ ໃນສິ່ງທີ່ສາມາດເຮັດໄດ້ ແມ່ນບໍ່ໃຫ້ນຳເຂົ້າເພື່ອຫຼຸດຜ່ອນການເອົາເງິນຕາອອກນອກປະເທດ ແລະເປັນການຊຸກຍູ້ເສດຖະກິດຢູ່ໃນປະເທດໄປໃນຕົວ.

อาจเป็นรูปภาพของ 15 คน

ດັ່ງນັ້ນ, ໄລຍະຜ່ານມາເມື່ອກວດພົບການລັກລອບນຳເຂົ້າສິນຄ້າປະເພດພືດຜັກ ລັດກໍ່ບໍ່ປ່ອຍໃຫ້ນຳໄປຈຳໜ່າຍຕໍ່ຕ້ອງຈັດການທຳລາຍຖີ້ມ ນັ້ນກໍ່ເພື່ອຄວາມປອດໄພຂອງຜູ້ບໍລິໂພກເນື່ອງຈາກສິນຄ້າບໍ່ໄດ້ຜ່ານການກວດກາສານທີ່ອາດເປັນອັຍຕະລາຍຕໍ່ສຸຂະພາບ ແລະເຮັດໃຫ້ຜູ້ກະທຳຜິດເຂົ້າໃຈ ທັງໃຫ້ຄວາມຮ່ວມມືຕໍ່ການສົ່ງເສີມການຜະລິດພາຍໃນ.

อาจเป็นรูปภาพของ ผลไม้

ເພື່ອຕີຖອຍບັນຫາການລັກລອບນຳເຂົ້າບໍ່ຖືກລະບຽບໃນຕອນບ່າຍຂອງວັນທີ 23 ມິຖຸນາ 2023 ທີ່ຜ່ານມາ, ທີ່ສະໜາມທໍາລາຍສິນຄ້າດ່ານຊາຍແດນສາກົນນໍ້າພາວ ເມືອງຄຳເກີດ ແຂວງອຸດົມໄຊ ໄດ້ຈັດພິທີທໍາລາຍສິນຄ້າກະສິກໍາ (ປະເພດໝາກເຜັດສົດ) ໂດຍເຂົ້າຮ່ວມຂອງ ທ່ານ ຈັນສະໝອນ ມາທິລາດ ຄະນະຄຸ້ມຄອງດ່ານຊາຍແດນສາກົນນໍ້າພາວ ມີຫົວໜ້າຫ້ອງວ່າການປົກຄອງເມືອງ, ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 3 คน

ໃນພິທີ ທ່ານ ຄໍາຜ່ານ ອິນທິສານ ຫົວໜ້າໜ່ວຍງານກັກກັນພືດປະຈໍາດ່ານຊາຍແດນສາກົນນໍ້າພາວ ໄດ້ລາຍງານວ່າ: ໃນວັນທີ 21-22 ມິຖຸນາ 2023 ທີ່ຜ່ານມາ ເຈົ້າໜ້າທີ່ດ່ານຊາຍແດນສາກົນນໍ້າພາວໄດ້ຢຶດສິນຄ້າກະສິກໍາທີ່ນໍາເຂົ້າບໍ່ຖຶກຕ້ອງຕາມລະບຽບການ (ປະເພດໝາກເຜັດສົດ) ຈໍານວນ 4.000 ກິໂລ ລວມມູນຄ່າ 68 ລ້ານກີບ ທີ່ຊຸກເຊື່ອງມານໍາລົດເມ ນໍາເຂົ້າໂດຍ ທ້າວ ເສົາ ອາຍຸ 38 ປີ ສັນຊາດຫວຽດນາມ ແລະ ທ້າວ ດ່າຍ ອາຍຸ 35 ປີ ສັນຊາດຫວຽດນາມ.

อาจเป็นรูปภาพของ 10 คน

ການຢຶດ ແລະ ທຳລາຍລາຍສິນຄ້າກະສິກຳໃນຄັ້ງນີ້ ແມ່ນເປັນການປະຕິບັດຕາມແຈ້ງການຂອງຫ້ອງວ່າການປົກຄອງແຂວງ ວ່າດ້ວຍການຫຼຸດຜ່ອນການນໍາເຂົ້າສິນຄ້າພາຍໃນເຮົາທີ່ຜະລິດໄດ້ ແລະ ການເຄື່ອນຍ້າຍສິນຄ້າກະສິກໍາ ສະບັບເລກທີ 767/ຫວຂ, ລົງວັນທີ 7 ມິຖຸນາ 2022 ແລະ ແຈ້ງການ ຂອງພະແນກອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍການຫຼຸດຜ່ອນການນໍາເຂົ້າສິນຄ້າປະເພດພືດຜັກຈາກຕ່າງປະເທດ ສະບັບເລກທີ 825/ພອຄ, ລົງວັນທີ 11 ພຶດສະພາ 2023.

ไม่มีคำอธิบายรูปภาพ

ໂດຍ: ຫ້ອງການຖະແຫຼງຂ່າວ ເມືອງຄຳເກີດ