ອີກບໍ່ດົນໄດ້ຂີ້ຍົນລົງສາມຫຼ່ຽມຄຳແນ່ນອນ ຕອນນີ້ສະໜາມບິນສ້າງສຳເລັດ 90%

122

ແຂວງບໍ່ແກ້ວແມ່ນເປັນແຂວງໜຶ່ງ ທີ່ມີທີ່ຕັ້ງຊາຍແດນທີ່ເໝາະສົມເອື້ອອຳນວຍຕໍ່ການພັດທະນາເສດຖະກິດ ເນື່ອງຈາກວ່າມີຊາຍແດນຕິດຈອດກັບ 2 ປະເທດຄື: ມຽນມາ ແລະ ໄທ ອັນເຮັດໃຫ້ມີຄວາມສະດວກໃນການຄ້າຂາຍ-ແລກປ່ຽນຄົມມະນາຄົມຂົນສົ່ງລະຫວ່າງປະເທດ. ດັ່ງນັ້ນ, ຈິຶ່ງໄດ້ມີການພັດທະນາລະບົບຂົນສົ່ງພາຍໃນແຂວງໃຫ້ມີຄວາມສະດວກສະບາຍ ແລະ ມີຄວາມຫຼາກຫຼາຍ ເພື່ອອຳນວຍຄວາມສະດວກແກ່ການຄົມມະນາຄົມຂົນສົ່ງ-ເດີນທາງເຂົ້າອອກ.

อาจเป็นรูปภาพของ เมฆ และ คลอง Panama Canal

ທີ່ຜ່ານມາມາແມ່ນບໍ່ແກ້ວຈະອາໄສເດີນທາງຜ່ານທາງນ້ຳ, ທາງບົກເປັນຫຼັກ ແຕ່ຫຼັງຈາກນີ້ຈະໄດ້ເດີນທາງທາງອາກາດແລ້ວ ພາຍຫຼັງໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວສ້າງສຳເລັດ ຕາມລາຍງານຫຼ້າສຸດມີຄວາມຄືບໜ້າແລ້ວຫລາຍກວ່າ 90%, ຄາດວ່າຈະມີການເປີດນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2023 ນີ້.

อาจเป็นรูปภาพของ 1 คน

ທ່ານ ຈ້າວ ເຫວີຍ, ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ສໍາພາດຕໍ່ສື່ມວນຊົນລາວໃນວັນທີ 25 ມິຖຸນາ 2023 ນີ້ວ່າ: ການກໍ່ສ້າງສະໜາມບິນດັ່ງກ່າວໃນປັດຈຸບັນແມ່ນເຫລືອພຽງຂັ້ນຕອນຕົບແຕ່ງຕຶກອາຄານຜູ້ໂດຍສານທັງພາຍໃນ ແລະ ພາຍນອກ, ການຕິດຕັ້ງອຸປະກອນລະບົບສື່ສານການບິນ, ລວມເຖິງລະບົບຄວາມປອດໄພ ແລະ ສິ່ງອໍານວຍຄວາມສະດວກຕ່າງໆໃນອາຄານ.

ไม่มีคำอธิบายรูปภาพ

ສະໜາມບິນສາກົນ ບໍ່ແກ້ວ ຕັ້ງຢູ່ ບ້ານສີເມືອງງານ, ເມືອງ ຕົ້ນເຜີ້ງ ຫ່າງໄກຈາກເຂດເສດຖະກິດພິເສດສາມຫຼ່ຽມຄຳ ປະມານ 5 ກິໂລແມັດ, ມູນຄ່າການກໍ່ສ້າງທັງຫມົດ 175 ລ້ານໂດລາສະຫະລັດ ໃນເນື້ອທີ່ 300 ເຮັກຕາ, ເລີ່ມດຳເນີນການກໍ່ສ້າງຕັ້ງແຕ່ວັນທີ 20 ກັນຍາ ປີ 2020

อาจเป็นรูปภาพของ อากาศยาน และ คลอง Panama Canal

ໂດຍກໍ່ສ້າງຕາມມາດຕະຖານຄວາມປອດໄພຂອງກົມການບິນພົນລະເຮືອນ ແລະ ມາດຕະຖານຂອງອົງການການບິນພົນ ລະເຮືອນສາກົນ (ICAO) ວາງອອກ ຄື: ຂະໜາດຂອງສະ ໜາມບິນທີ່ມີລະຫັດໝາຍເລກ ແລະ ຕົວອັກສອນ 4C (Aerodrome Code 4C) ທາງແລ່ນຂຶ້ນ-ລົງຂອງເຮືອບິນມີຄວາມຍາວ 2.500 ແມັດ ກວ້າງ 45 ແມັດ ແລະ ບ່າທາງແລ່ນຂຶ້ນ-ລົງ ເບື້ອງລະ 7,5 ແມັດ

อาจเป็นรูปภาพของ อากาศยาน และ คลอง Panama Canal

ເຊິ່ງສາມາດຮອງຮັບເຮືອບິນຂະໜາດ Boing 737-900ER Airbus A320/ A321 ຫຼື ເຮືອບິນຊະນິດຕ່າງໆ ທີ່ສາມາດຮອງຮັບຜູ້ໂດຍ ສານໄດ້ 200 ບ່ອນນັ່ງລົງມາ ແລະ ມີແຜນທີ່ຈະຕໍ່ຕື່ມທາງແລ່ນຂຶ້ນ-ລົງໃນອະນາຄົດອີກ ເພື່ອສາມາດຮອງຮັບເຮືອ ບິນຂະໜາດ Boing 747 ໄດ້ ພາຍໃນອາຄານຜູ້ໂດຍສານທັງຂາເຂົ້າ ແລະ ຂາອອກສາມາດຮອງຮັບໄດ້ຜູ້ໂດຍສານ 600 ຄົນ ໃນເວລາດຽວກັນ.

อาจเป็นรูปภาพของ อากาศยาน

ໂດຍ: ວິທະຍຸກະຈາຍສຽງແຫ່ງຊາດລາວ