ຮູ້ຈັກຈັດເວລາ ເພີ່ມຄຸນຄ່າໃຫ້ຜົນງານ

79

ເຮົາອາດຮູ້ສຶກວ່າວຽກງານຫຍຸ້ງຕະຫຼອດທັງວັນ ແຕ່ເມື່ອລອງທົບທວນເບິ່ງວ່າໄດ້ເຮັດຫຍັງໄປແດ່ໃນແຕ່ລະວັນທີ່ແສນວຸ່ນວາຍນັ້ນ ກັບພົບວ່າບໍ່ໄດ້ເຮັດວຽກທີ່ສຳຄັນ ຫຼື ເປັນຊິ້ນເປັນອັນພໍເທົ່າໃດ. ເປັນພຽງການເຮັດວຽກໃຫ້ສຳເລັດທັນຕາມກຳນົດທີ່ໄດ້ຮັບມອບໝາຍເທົ່ານັ້ນ ເຊິ່ງເອີ້ນເວລາທີ່ຜ່ານໄປໃນໜຶ່ງວັນນັ້ນເປັນເວລາຂອງຄົນອື່ນ.

ການເຮັດວຽກໄດ້ຢ່າງມີປະສິດທິພາບ ຄື: ການມີເວລາຂອງຕົວເອງ ເຊິ່ງໝາຍເຖິງ ເວລາທີ່ໄດ້ເຮັດວຽກທີ່ຕົວເອງໄດ້ໃຊ້ຄວາມຄິດ, ວາງແຜນ ແລະ ລົງມືປະຕິບັດດ້ວຍ ຄວາມຕັ້ງໃຈຂອງຕົວເອງ ແລະ ເຮັດຕາມຄວາມຮູ້ສຶກເຖິງຄວາມເປັນເຈົ້າຂອງວຽກງານຊິ້ນນັ້ນໆ ເຊັ່ນ: ວຽກງານທີ່ເຮົາໄດ້ໃຊ້ແນວຄວາມຄິດປັບປຸງວິທີການເຮັດວຽກດ້ວຍຕົວເອງ ເພື່ອໃຫ້ບັນລຸໃນໜ້າທີ່ທີ່ເຮົາເປັນຜູ້ຮັບຜິດຊອບ ບໍ່ແມ່ນເປັນພຽງວຽກງານທີ່ເຮັດຕາມຄຳສັ່ງ ເພື່ອໃຫ້ສຳເລັດຕາມກຳນົດເວລາທີ່ຜູກມັດຢູ່ກັບຄົນອື່ນ ເຊັ່ນ: ການເຂົ້າປະຊຸມຕາມຄຳສັ່ງເລັ່ງດ່ວນຈາກຫົວໜ້າ, ການຈັດເອກະສານ, ການຕ້ອນຮັບລູກຄ້າ ເປັນຕົ້ນ.

ພຽງການເຮັດວຽກຕາມກຳນົດການ ບໍ່ຊ່ວຍໃຫ້ສ້າງສັນຫຍັງຂຶ້ນມາໄດ້ເລີຍ, ການໄດ້ເຮັດວຽກຂອງຕົວເອງ ຈຶ່ງມີຄຸນຄ່າຫຼາຍກວ່າ, ພຽງເຮົາປ່ຽນແປງວິທີການເຮັດວຽກ ແທນທີ່ຈະເຮັດວຽກແບບຕັ້ງຮັບ ລໍຄຳສັ່ງ ຫຼື ເຮັດວຽກທີ່ຄົນອື່ນແບ່ງໃຫ້ ເຊິ່ງບໍ່ແມ່ນວຽກງານທີ່ມາຈາກຄວາມຕ້ອງການຂອງເຮົາ. ຫັນມາເພີ່ມເວລາສຳລັບການເຮັດວຽກຂອງຕົວເອງໃຫ້ຫຼາຍຂຶ້ນ ເຮົາຈຶ່ງຕ້ອງຮູ້ຈັກແຍກ ແລະ ຈັດສັນເວລາໃນການເຮັດວຽກຂອງຕົວເອງ ວຽກງານທີ່ບໍ່ຈຳເປັນຕ້ອງເຮັດກໍບໍ່ຕ້ອງເຮັດ ເອົາເວລາມາເຮັດວຽກທີ່ສຳຄັນຫຼາຍກວ່າ.


ສ່ວນວຽກງານທີ່ຈຳເປັນຕ້ອງເຮັດ ສາມາດແບ່ງອອກເປັນ 3 ສ່ວນ ໄດ້ແກ່ :
1. ວຽກງານທີ່ໃຜໆກໍເຮັດໄດ້: ເຮົາອາດຈຳເປັນຕ້ອງສ້າງລູກນ້ອງ ຫຼື ຄົນຮຸ່ນໃໝ່ ເພື່ອມາເຮັດວຽກໃນສ່ວນນີ້ ເຊັ່ນ: ວຽກງານເອກະສານຕ່າງໆ.
2. ວຽກງານສຳລັບຜູ້ຊ່ຽວຊານ: ຖ້າເຮົາບໍ່ແມ່ນຜູ້ຊ່ຽວຊານກໍອາດຕ້ອງຫາ outsource ເພື່ອມາດູແລງານໃນສ່ວນນີ້ ເຊັ່ນ: ງານວິຊາການທີ່ຕ້ອງການຜູ້ມີ ຄວາມຊຳນານສະເພາະທາງ.
3. ວຽກງານທີ່ຕົວເອງຄວນເຮັດ: ໃຫ້ເວລາກັບຕົວເອງໃນການຄິດຫາວິທີການເຮັດວຽກທີ່ມີປະສິດທິພາບ ເຊັ່ນ: ວຽກແນວຄິດສ້າງສັນ, ງານວາງແຜນກົນລະຍຸດ ເປັນຕົ້ນ.

ຈັດເວລາການເຮັດວຽກ ການປ່ອຍໃຫ້ຕົວເອງວົນວຽນຢູ່ໃນວັດທະຈັກທີ່ຕ້ອງມີວຽກງານຫຍຸ້ງຕະຫຼອດທັງວັນ ເປັນການປິດໂອກາດໃນການໃຊ້ຄວາມຮູ້, ຄວາມສາມາດຂອງຕົວເຮົາ ເນື່ອງຈາກເຮົາມົວໄປທຸ່ມເທໃຫ້ກັບວຽກງານ ທີ່ບໍ່ໄດ້ເພີ່ມພູນປະສິດທິພາບໃນການເຮັດພໍເທົ່າໃດ ຫາກແຕ່ການໃຫ້ເວລາກັບວຽກງານຂອງຕົວເອງ ຈະເຮັດໃຫ້ເກີດຜົນງານໃໝ່ໆໃນທາງສ້າງສັນເພີ່ມຂຶ້ນ ເພາະເຮົາໄດ້ຄິດ, ວາງແຜນ ແລະ ລົງມືປະຕິບັດຢ່າງຕັ້ງໃຈດ້ວຍຕົວຂອງເຮົາເອງ. ເລີ່ມຕົ້ນຈັດສັນເວລາໃຫ້ເໝາະສົມ ເພື່ອຫຼຸດພົ້ນຈາກວັດທະຈັກເດີມໆ ສູ່ ຄວາມສຳເລັດທີ່ທຸກຄົນປາດຖະໜາ.
(ຈາກ : jobsdb)