5 ເດືອນ ກຳປູເຈຍ ສົ່ງອອກຢາງພາລາ ທະລຸ 1 ແສນກວ່າໂຕນ

28

ເວັບໄຊສຳນັກຂ່າວ ຊິນຫົວ ລາຍງານວ່າ: ກົມຢາງພາລາຂອງກຳປູເຈຍ ລາຍງານເມື່ອວັນທີ 21 ມິຖຸນາຜ່ານມາວ່າ ປະລິມານການສົ່ງອອກຢາງພາລາແຫ້ງຂອງ ກຳປູເຈຍ ໄລຍະເດືອນມັງກອນ – ພຶດສະພາ ຢູ່ທີ່ 107.938 ໂຕນ ເພີ່ມຂຶ້ນ 2,5% ຈາກ 105.248 ໂຕນ ໃນໄລຍະດຽວກັນຂອງປີຜ່ານມາ.

ລາຍງານລະບຸວ່າ: ກຳປູເຈຍ ມີລາຍໄດ້ຈາກການສົ່ງອອກຢາງພາລາແຫ້ງໃນ 5 ເດືອນຕົ້ນປີ 145,8 ລ້ານໂດລາ ຫຼຸດລົງ 13,5% ຈາກ 168,7 ລ້ານໂດລາ ທຽບປີຕໍ່ປີ.

ທ່ານ ຮິມ ອູນ ຫົວໜ້າກົມຢາງພາລາ ກ່າວວ່າ: ຢາງພາລາແຫ້ງ 1 ໂຕນ ມີລາຄາສະເລ່ຍ 1.351 ໂດລາ ( ໃນໄລຍະ 5 ເດືອນຕົ້ນປີ ) ຕໍ່າກວ່າໄລຍະດຽວກັນຂອງປີຜ່ານມາ ປະມານ 252 ໂດລາ.

ກຳປູເຈຍ ໄດ້ສົ່ງຢາງພາລາແຫ້ງອອກໄປ ມາເລເຊຍ, ຫວຽດນາມ, ສິງກະໂປ ແລະ ຈີນ ເປັນຫຼັກ ໂດຍປັດຈຸບັນມີພື້ນທີ່ປູກຢາງພາລາລວມ 404.578 ເຮັກຕາ ເຊິ່ງຕົ້ນຢາງໃນພື້ນທີ່ 315.332 ເຮັກຕາ ໄດ້ເຕີບໃຫຍ່ ພ້ອມທີ່ຈະປາດເອົານໍ້າຢາງແລ້ວ.