ພັດທະນາວິທະຍາໄລສິລະປະແຫ່ງຊາດ ໃຫ້ເປັນສູນກາງດ້ານການສະແດງ

47

ວິທະຍາໄລສິລະປະແຫ່ງຊາດ ເປັນກອງວິຊາການໜຶ່ງທີ່ມີສາຍຕັ້ງຂຶ້ນກັບກົມສິລະປະການສະແດງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຊິ່ງເປັນໂຮງຮຽນແຫ່ງທຳອິດ ແລະ ລະດັບໃຫຍ່ຢູ່ໃນ ສປປ ລາວ ໄດ້ບຳລຸງສ້າງລະບົບວິຊາຊີບທາງດ້ານສິລະປະການສະແດງທີ່ມີຊື່ສຽງຂອງລາວ.
ທ່ານ ປອ. ວຽງພອນ ສຸກຂະວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ ໃຫ້ສໍາພາດວ່າ: ວິທະຍາໄລສິລະປະແຫ່ງຊາດ ກໍເປັນສະຖາບັນອາຊີວະສຶກສາແຫ່ງໜຶ່ງ ທີ່ສ້າງອາຊີບເປັນນັກສະແດງ, ເປັນນັກດົນ ຕີ, ນັກຟ້ອນ, ຮ້ອງຂັບລໍາ ເພື່ອຮັບໃຊ້ອົງການຈັດຕັ້ງພັກ – ລັດ ແລະ ສາມາດເປັນອາຊີບທີ່ໝັ້ນຄົງ ມາຮອດປັດຈຸບັນພວກເຮົາກໍໄດ້ຕໍ່ຍອດຍົກລະດັບຈາກໂຮງຮຽນມາເປັນວິທະຍາໄລສິລະປະແຫ່ງຊາດ ໄດ້ສຳເລັດ.

ວິທະຍາໄລສິລະປະແຫ່ງຊາດ ມີແຫຼ່ງກຳເນີດມາຈາກການໂຮມເອົາ 2 ໂຮງຮຽນ ຄື: ໂຮງຮຽນດຸລິຍາງນາດຕະສິນແຫ່ງຊາດ ແລະ ໂຮງຮຽນສິລະປະດົນຕີແນວລາວຮັກຊາດມາເຂົ້າກັນ ມີຊື່ວ່າ ” ໂຮງຮຽນສິລະປະດົນຕຣີແຫ່ງຊາດ ” ຕັ້ງຢູ່ທີ່ບ້ານອານຸ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ມາຮອດປີ 2011 ໂຮງຮຽນສິລະປະດົນຕຣີແຫ່ງຊາດ ໄດ້ປ່ຽນຊື່ມາເປັນ ໂຮງຮຽນສິລະປະແຫ່ງຊາດ, ມາຮອດວັນທີ 7 ທັນວາ 2022 ໂຮງຮຽນສິລະປະແຫ່ງຊາດ ໄດ້ຍົກລະດັບໂຮງຮຽນ ຂຶ້ນເປັນວິທະຍາໄລສິລະປະແຫ່ງຊາດ ແລະ ໄດ້ເປີດພິທີເປັນວິທະຍາໄລສິລະປະແຫ່ງຊາດ ໃນວັນທີ16 ມິຖຸນາ 2023 ຢ່າງເປັນທາງການ.

ສໍາລັບຫຼັກສູດການຮຽນ – ການສອນຂອງວິທະຍາໄລສິລະປະແຫ່ງຊາດ ປະກອບມີ 2 ລະບົບ ຄື: ການຮຽນ – ການສອນລະບົບວິຊາສະເພາະຈະປະກອບມີ 4 ພາກວິຊາ ຄື: ພາກວິຊາດົນຕີຕາເວັນຕົກ, ພາກວິຊາດົນຕີພື້ນເມືອງ, ພາກວິຊາຟ້ອນ ( ແມ່ນຮຽນ 7 ປີ ), ສຳລັບພາກວິຊາຮ້ອງ, ຂັບ – ລໍາ ( ແມ່ນຮຽນ 4 ປີ ), ທັງຮຽນລະບົບສາມັນສຶກສາ ໄປຄຽງຄູ່ກັນ ( ແຕ່ມ 1 ຫາ ມ 7 ). ວິທະຍາໄລສິລະປະແຫ່ງຊາດ ມີຈຸດພິເສດແຕກຕ່າງກັບໂຮງຮຽນອື່ນໆ ເພາະຈະໄດ້ຮຽນທັງລະບົບວິຊາຊີບ ແລະ ຮຽນລະບົບສາມັນສຶກສາໄປຄຽງຄູ່ກັນ ( ແຕ່ ມ 1 ຫາ ມ 7 ແລະ ມີອາຍຸແຕ່ 10 ປີ ຫາ 15 ປີ ). ເມື່ອຜູ້ຮຽນຈົບວິທະຍາໄລໃນລະບົບຊັ້ນກາງດັ່ງກ່າວ ຜູ້ຮຽນຈົບຈະໄດ້ຮັບ 2 ປະກາສະນີຍະບັດ ຄື: ປະກາສະນີຍະບັດຈົບວິຊາສະເພາະຂັ້ນກາງ ແລະ ປະກາສະນີຍະບັດຈົບມັດທະຍົມສຶກສາຕອນປາຍ ມ 7.

ນັບແຕ່ປີ 2020 ເຖິງປັດຈຸບັນ ວິທະຍາໄລສິລະປະແຫ່ງຊາດ ໄດ້ມີຜົນງານພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນໄດ້ຮັບການຍົກລະດັບ ແລະ ພັດທະນາສູງຂຶ້ນໃນລະດັບຕ່າງໆຄືລະດັບປະລິນຍາຕີ, ປະລິນຍາໂທ ລວມທັງດ້ານທິດສະດີການເມືອງ – ການປົກຄອງ, ໄດ້ສຳເລັດໃນການປັບປຸງສ້າງຫຼັກສູດລະບົບວິຊາສະເພາະຊັ້ນກາງ ເປັນຕົ້ນແມ່ນສ້າງສື່ການຮຽນ – ການສອນເປັນລາຍວິຊາໄດ້ຈຳນວນຫຼາຍເຫຼັ້ມ, ຄູ – ອາຈານ, ນັກຮຽນ ໄດ້ເຂົ້າຮ່ວມສະແດງສິລະປະຮັບໃຊ້ວັນສຳຄັນຂອງພັກ – ລັດ, ອົງການຈັດຕັ້ງສາກົນ, ສາມາດຍາດໄດ້ຫຼາຍລາງວັນໃນລະດັບຕ່າງໆຈາກການເຂົ້າສະແດງ, ການແຂ່ງຂັນສິລະປະ – ດົນຕີຢູ່ທັງພາຍໃນປະເທດ ແລະ ຕ່າງປະເທດ ເຊິ່ງສ້າງຊື່ສຽງ ແລະ ກຽດສັກສີໃຫ້ແກ່ວິທະຍາໄລສິລະປະແຫ່ງຊາດ ໄດ້ຢ່າງກວ້າງຂວາງ.

ໃນຊຸມປີຕໍ່ໜ້າ ວິທະຍາໄລສິລະປະແຫ່ງຊາດ ຈະເນັ້ນບຳລຸງ, ສ້າງວິທະຍາໄລກາຍເປັນສູນກາງໃນການກໍ່ສ້າງບຸກຄະລາກອນທາງດ້ານສິລະປະການສະແດງ ເປັນຕົ້ນແມ່ນອາຊີບນັກສະແດງດົນຕີ, ນັກຟ້ອນ, ນັກຮ້ອງ, ຂັບ – ລໍາ, ນັກສະແດງລະຄອນ, ຮູບເງົາ ແລະ ສາຂາອື່ນໆ ໃຫ້ມີຄຸນນະພາບ ເພື່ອແນໃສ່ຕອບສະໜອງບຸກຄະລາກອນໃຫ້ແກ່ບັນດາກອງສິລະປະກອນ, ກອງສະແດງກົມກອງວິຊາການກ່ຽວກັບສິລະປະ – ວັດທະນະທຳທັງຢູ່ໃນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ, ຫັນເປັນອຸດສາຫະກຳວັດທະນະທຳຂົງເຂດສິລະປະການສະແດງໃຫ້ໄດ້ເທື່ອລະກ້າວ, ປະກອບສ່ວນສ້າງສາພັດທະນາເສດຖະກິດ – ສັງຄົມຂອງຊາດ ໃຫ້ຈະເລີນກ້າວໜ້າ ແລະ ເຂັ້ມແຂງ.