ຂໍ້ແທ້ຈີງກ່ຽວກັບລົດທີ່ເກີດອຸບັດຕິເຫດຍັດ “ຢາບ້າກວ່າ 5 ລ້ານເມັດ”

432

ຢາເສັບຕິດ ແມ່ນເປັນບັນຫາໃຫຍ່ໃນສັງຄົມ ເປັນໜຶ່ງໃນປະກົດການຫຍໍ້ທໍ້ ທີ່ສົງຜົນກະທົບຕໍ່ຊາວໜຸ່ມຢ່າງຫຼວງຫຼາຍ ເຊິ່ງທາງພາກລັດກໍໄດ້ເລັງເຫັນຄວາມສຳຄັນໃນການກຳຈັດຢາເສັບຕິດນີ້ໃຫ້ໝົດໄປຈາກສັງຄົມ ແລະ ໄດ້ກຳນົດວຽກງານດັ່ງກ່າວນີ້ເປັນໜຶ່ງໃນວາລະແຫ່ງຊາດທີ່ຈະຕ້ອງໄດ້ແກ້ໄຂຢ່າງຮີບດ່ວນ ແຕ່ເຖິງຢ່າງໃດກໍຕາມກໍຍັງພົບເຫັນມາເປັນລາຍວັນ.

ຫຼ້າສຸດຄືເຫດການລົດທີ່ເກີດອຸບັດຕິເຫດແລ້ວ ເຈົ້າໜ້າທີ່ຈະລາຈອນໄປກວດກາຕາມໜ້າທີ່ປະກົດວ່າ ຢາເສບຕິດຢູ່ໃນອະຍະເຖິງ 500 ກວ່າກິໂລ ເລື່ອງນີ້ຍັງເປັນທີ່ສົນໃຈຂອງປະຊາຊົນພໍສົມຄວນ.

ไม่มีคำอธิบาย

ຕາມການໃຫ້ຮູ້ຂອງ ທ່ານ ພັນໂທ ພອນໃຈ ພາມຸງຄຸນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ໃຫ້ສຳພາດຕໍ່ສື່ໃຫ້ຮູ້ວ່າ ໄດ້ເກີດອຸບັດເຫດລົດໃຫຍ່ຕໍາລົດໃຫຍ່ໃນວັນທີ 15 ມິຖຸນາ ທີ່ຜ່ານມາ ເວລາ 12:00 ໂມງ (ຕອນເດິກ) ຢູ່ຖະໜົນສຸພານຸວົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ປກສ ແຂວງບໍລິຄຳໄຊ ຈັບຂະບວນຄ້າຢາເສບຕິດລາຍໃຫຍ່ ພ້ອມເຮໂຣອິນ 600 ແທ່ງ ແລະ ຢາບ້າ  4.000 ເມັດ

                   (ພາບປະກອບ)

 ພາຍຫຼັງເກີດເຫດ ເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບເມືອງຈັນທະບູລີໄດ້ລົງປະຕິບັດໜ້າທີ່ຢູ່ສະຖານທີ່ເກີດເຫດ ແລະ ໄດ້ກວດພົບຢາເສບຕິດປະເພດຢາບ້າຢູ່ໃນລົດຟໍຈຸນເນີທີ່ເກີດອຸບັດເຫດ ຈໍານວນ 5.494.000 ເມັດ ທີ່ບັນຈຸ ຢູ່ໃນເປົາລວມ 28 ເປົາ ນໍ້າໜັກ 559 ກິໂລກຣາມ ສ່ວນເຈົ້າຂອງລົດແມ່ນໄດ້ເອົາຕົວຫຼົບໜີ.

ຕໍ່ເຫດການນີ້ ມາຮອດປັດຈຸບັນເຈົ້າໜ້າທີ່ແມ່ນສາມາດຈັບຕົວຜູ້ຮ່ວມຂະບວນການໄດ້ຈຳນວນໜຶ່ງແລ້ວ ແລະ ໄດ້ມີການສີບສວນສອບສວນເພື່ອຂະຫຍາຍຜົນຕິດຕາມຜູ້ຮ່ວມຂະບວນການຕື່ມອີກຈະນຳມາດຳເນີນຄະດີຕາມກົດໝາຍ.