ມິຖຸນານີ້ຕຳຫຼວດຈະລາຈອນ ກວດພົບຢາເສບຕິດທີ່ຊຸກເຊື່ອງມານຳລົດໄດ້ເຖິງ 3 ລາຍ

237

ຢາເສບຕິດເປັນປະກົດການຫຍໍ້ທໍ້ໜຶ່ງທີ່ຖ່ວງດຶງການພັດທະນາປະເທດຊາດ ບັ່ນທອນກຳລັງແຮງຂອງຂອງສັງຄົມ ຈິ່ງກຳນົດວາລະແຫ່ງຊາດຂຶ້ນມາ ແຕ່ຄືກັບວ່າຍິ່ງສະກັດແນວຄິດຂອງຜູ້ຄ້າຍິ່ງໄປເຮັດວິທີສົ່ງໃໝ່ເຂົ້າໄປຕິກໆ ບໍ່ວ່າຈະສົ່ງຜ່ານຂອງສົ່ງພັດສະດຸ, ລົດບັນທຸກ ແລະຫຼ້າສຸດໄດ້ສົ່ງທາງລົດເມ ທີ່ມີຜູ້ຄົນຫຼາຍສິບຄົນຮ່ວມເດີນທາງ.

ไม่มีคำอธิบายรูปภาพ

ຕາມລາຍງານຂ່າວຈາກທ້ອງຖິ່ນໃຫ້ ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງສາລະວັນ ປະຈຳປ້ອມຖ້ຳພວງ ໄດ້ປະຕິບັດໜ້າທີ່ກວດກາພາຫະນະຕາມເສັ້ນທາງ 13 ໃຕ້ ຈຸດຜ່ານເຂົ້າ-ອອກ ຂອງແຂວງ ນຳພາໂດຍ ສະຫາຍ ພັຕ ເພັດສະໄໝ ສຸບັນດິດ ພ້ອມກັບກຳລັງຈໍານວນ 14 ສະຫາຍ ກວດກາເອກະສານຍານພາຫະນະຕາມປົກກະຕິ ເຊິ່ງໃນເດືອນມິຖຸນານີ ໄດ້ກວດພົບເຫັນຢາເສບຕິດທີ່ຊຸກເຊື່ອງມານຳລົດ ໄດ້ເຖິງ 3 ລາຍ.

อาจเป็นรูปภาพของ 1 คน

ໃນຄັ້ງວັນທີ 08 ມິຖຸນາ 2023 ທີ່ຜ່ານມາ, ເຈົ້າໜ້າທີ່ ໄດ້ກັກໂຕ ທ້າວ ອຳນວຍ ໄຊຍະສັກ, ອາຍຸ 48 ປີ, ອາຊີບຄ້າຂາຍ, ປັດຈຸບັນຢູ່ ບ້ານງິ້ວ ເມືອງຊະນະສົມບູນ ແຂວງຈໍາປາສັກ ພົບຂອງກາງປະເພດຢາບ້າ ຈໍານວນ 05 ມັດພ້ອມລົດຈັກ 01 ຄັນ, ເຊິ່ງຜູ້ກ່ຽວແມ່ນເອົາລົດຈັກໃສ່ລົດເມ ມາແຕ່ເມືອງຄໍາເກີດ (ຫຼັກ20) ແລະ ໃນເວລາດຽວກັນນັ້ນທາງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ຂໍອະນຸຍາດ ກວດເອກະສານພາຫະນະ ຕາມຫຼັກການວິຊາສະເພາະ.

อาจเป็นรูปภาพของ 1 คน และ ข้อความ

ພາຍຫຼັງກວດກາສຳເລັດ ຍັງໄດ້ພົບເຫັນລົດຈັກຕ້ອງສົງໄສ ທີ່ໄດ້ເຊື່ອງໄວ້ຢູ່ພາຍໃນລົດເມ ຈຸດເກັບສຳພາລະ ເລີຍຂໍອະນຸຍາດຄົ້ນລົດຄັນດັ່ງກ່າວ ພົບເຫັນຢາບ້າ ອີກຈຳນວນ 07 ແພັກ ຕິດມາໃນລົດເມຄັນດຽວກັນ ຈາກນັ້ນໄດ້ສອບສວນຜູ້ຂັບລົດເມຈຶ່ງໄດ້ຮູ້ວ່າຢາບ້າຈໍານວນດັ່ງກ່າວເປັນຂອງທ້າວແດງ ອາຍຸ 20 ປີ, ອາຊິບກໍາມະກອນ, ປະຈຸບັນຢູ່ ບ້ານກອງຄຳ, ເມືອງປາກກະດິງ, ແຂວງບໍລິຄຳໄຊ ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ກ່ຽວພ້ອມຂອງກາງ.

อาจเป็นรูปภาพของ 2 คน และ ข้อความ

ຕໍ່ມາໃນຄັ້ງວັນທີ 16 ມິຖຸນາ 2023 ເຈົ້າໜ້າທີ່ພະແນກຕໍາຫຼວດກໍໄດ້ສືບຕໍ່ປະຕິບັດໜ້າທີ່ກວດກາພາຫະນະ ຕາມປົກກະຕິ ພາຍຫຼັງມີລົດໂດຍສານແລ່ນມາ ໄດ້ຂໍກວດກາເອກະສານລົດ, ພົບກ່ອງເຄື່ອງຕ້ອງສົງໄສ ທີ່ຝາກມານຳລົດເມ ສາຍນະຄອນຫຼວງວຽງຈັນ-ອັດຕະປື ພາຍຫຼັງ ຂໍອະນຸຍາດ ກວດສອບເພື່ອໃຫ້ແນ່ໃຈ ປະກົດວ່າພາຍໃນກ່ອງເຄື່ອງຕ້ອງສົງໄສນັ້ນເປັນ ຢາບ້າ ຈຳນວນ 05 ຖົງ ເຊິ່ງເຄື່ອງດັ່ງກ່າວ ແມ່ນຝາກແຕ່ ນະຄອນຫຼວງວຽງຈັນ ລົງປາຍທາງແຂວງອັດຕະປື.

ສະນັ້ນ, ເຈົ້າໜ້າທີພະແນກຕໍາຫຼວດຈຶ່ງໄດ້ປະສານກັບພາກສ່ວນວິຊາສະເພາະຕິດຕາມໄປກັບລົດເມຄັນດັ່ງກ່າວຮອດອັດຕະປືເພື່ອຊອກຫາເຈົ້າຂອງຢາບ້າຈໍານວນດັ່ງກ່າວ ແລະ ໄດ້ເຂົ້າຈັບກຸມ ທ້າວ ແລ້ບເຕີ, ອາຍຸ 29 ປີ, ປະຈຸບັນຢູ່ ບ້ານທ່າເດື່ອ, ເມືອງສະໜາມໄຊ, ແຂວງອັດຕະປື ຜູ້ເປັນເຈົ້າຂອງຂອງກາງ ຢາບ້າ ຈໍານວນ 05 ຖົງ ເພື່ອໄປດໍາເນີນ ສຶບສວນ-ສອບສວນ ຂະຫຍາຍຜົນຫາຄູ່ຮ່ວມຂະບວນການມາດໍາເນີນຄະດີ.

อาจเป็นรูปภาพของ ลานเก็บไม้ขาย

ນອກນັ້ນ, ໃນວັນທີ 20 ມິຖຸນາ 2023 ເຈົ້າໜ້າທີ່ພະແນກຕໍາຫຼວດກໍໄດ້ກວດກາເອກະສານຍານພາຫະນະ ລົດກະບະລີໂວ້, ສີປອນເທົາ, ໝາຍເລກທະບຽນ ກວ 3529 ເຊິ່ງອອກຊື່ທ້າວ ພຸດ ອຸດົມພອນ, ປະຈຸບັນຢູ່ ບ້ານນາລ່ຽນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ເມື່ອເຈົ້າໜ້າທີ່ຂໍກວດກາເອກະສານຍານພາຫະນະລົດຄັນດັ່ງກ່າວ ພາຍຫຼັງສັງເກດເຫັນຜູ້ກ່ຽວມີພິລຸດ ທາງເຈົ້າໜ້າທີ່ພະແນກຕໍາຫຼວດ ຈຶ່ງຂໍກວດກາລົດຄັນດັ່ງກ່າວ ແຕ່ຜູ້ກ່ຽວຂັບຂີ່ລົດເອົາຕົວຫຼົບໜີຢ່າງໄວ.

อาจเป็นรูปภาพของ ข้อความ

ດັ່ງນັ້ນ, ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງສາລະວັນ ຈຶ່ງສົງໄສ ແລະ ໄດ້ແຈ້ງພາກສ່ວນກ່ຽວຮັບຊາບ ຢ່າງຮິບດ່ວນ ເພື່ອອອກຕິດຕາມລົດຄັນດັ່ງກ່າວ ໃນຂະນະຫຼົບໜີຜູ້ກ່ຽວໄດ້ເອົາລົດຄັນດັ່ງກ່າວໄປຊຸກເຊື່ອງຢູ່ປ່າຂອບເຂດບ້ານດອນຫວາຍ, ເມືອງລະຄອນເພັງ, ແຂວງສາລະວັນ, ເຈົ້າໜ້າທີ່ຊຸດຕິດຕາມໄປຈຶ່ງເຫັນແຕ່ລົດຄັນພ້ອມໄດ້ກວດກາ ບໍລິເວນອ້ອມຮອບຈຶ່ງພົບເຫັນຂອງກາງປະເພດ ເຮໂລອິນ ຈໍານວນ 93 ແທ່ງ ຖິ້ມໄວ້ຢູ່ໃນປ່າ ສ່ວນຜູ້ຂັບຂີ່ແມ່ນໄດ້ເອົາຕົວຫຼົບໜີກ່ອນແລ້ວ.

อาจเป็นรูปภาพของ ต้นไม้