ສະຫວັນນະເຂດກວດພົບສິນຄ້າເກືອດຫ້າມ ແລະ ລັກລອບນຳເຂົ້າ

74

ສະຫວັນນະເຂດເປັນແຂວງໜຶ່ງທີ່ມີພື້ນທີ່ກວ້າງຂວາງ ທັງມີທີ່ຕັ້ງຊາຍແດນທີ່ຕິດກັບ 2 ປະເທດຄື: ຫວຽດນາມ ແລະ ໄທ ເຊິ່ງເຮັດໃຫ້ມີຄວາມສະດວກໃນການຂົນສົ່ງຊື້ຂາຍແລກປ່ຽນສິນຄ້າລະຫວ່າງປະເທດນັ້ນເປັນທັງຂໍ້ໄດ້ປຽບ ແລະຊ່ອງວ່າງໃຫ້ຄົນບໍ່ດີສວຍໂອກາດກະທຳແນວຜິດຕໍ່ລະບຽບກົດໝາຍ.

เปิดรูปภาพ

ອາທິດແລ້ວນີ້ ເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າແຂວງສະຫວັນນະເຂດ, ນໍາໂດຍ ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າ ພະແນກອຸດສາຫະກຳ-ການຄ້າແຂວງ, ທ່ານ ແກ້ວອຸດອນ ສິດທິຊົນ ຫົວໜ້າຂະແໜງການຄ້າພາຍໃນ ພ້ອມດ້ວຍພະນັກງານວິຊາການໄດ້ລົງສົມທົບກັບຫ້ອງການ ອຸດສາຫະກຳ-ການຄ້າ ເມືອງຈຳພອນ ໄດ້ລົງເຄື່ອນໄຫວກວດກາສິນຄ້າປະເພດຕ່າງໆ ທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ສິນຄ້າຫ້າມຈຳໜ່າຍຢູ່ ເມືອງດັ່ງກ່າວ.

เปิดรูปภาพ

ການເຄື່ອນໄຫວຄັ້ງນີ້ໄດ້ກວດກາ 20 ຮ້ານ, ໃນນັ້ນ ມີຮ້ານຂາຍເຄື່ອງຍ່ອຍທົ່ວໄປຂອງຄົນລາວ ແລະ ຮ້ານຂາຍເຄື່ອງອາໄຫຼ່ເຄື່ອງມືການກະເສດຂອງຄົນຕ່າງປະເທດ, ຜ່ານການກວດກາຕົວຈິງ ພົບເຫັນສິນຄ້າຫ້າມຈຳໜ່າຍຢູ່ຮ້ານຂອງຄົນຕ່າງປະເທດ (ຈີນ) ປະເພດຈັກສະຕິນຕັດໄມ້ ຈຳນວນ 5 ເຄື່ອງ, ດາບຕັດ 20 ໃບ, ໃບຕັດວົງເດືອນ 8 ໃບ ແລະ ເຊື້ອສູບ 12 ອັນ, ດັ່ງນັ້ນ ເຈົ້າໜ້າທີ່ໄດ້ກວດກາດ້ານເອກະສານເຫັນວ່າສິນຄ້າດັ່ງກ່າວເປັນສິນຄ້າຫ້າມຈຳໜ່າຍ ຈຶ່ງໄດ້ກັກຢຶດໄວ້ຊົ່ວຄາວ ພ້ອມທັງເຮັດບົດບັນທຶກ ແລະ ກ່າວເຕືອນເຈົ້າຂອງຮ້ານ ທີ່ໄດ້ລະເມີດລະບຽບກົດໝາຍຄັ້ງນີ້.

ໂອກາດດັ່ງກ່າວ, ທ່ານ ໄຊຍະເດດ ຜຸຍຍະວົງ ກໍ່ໄດ້ຮຽກຮ້ອງມາຍັງ ບັນດາຫ້າງຮ້ານຕ່າງໆທີ່ເປັນຂອງຄົນລາວ ແລະ ຄົນຕ່າງປະເທດ ທີ່ມາເຄື່ອນໄຫວເຮັດທຸລະກິດຢູ່ພາຍໃນ ແຂວງສະຫວັນນະ    ເຂດ ຈົ່ງພ້ອມກັນດຳເນີນທຸລະກິດໃຫ້ຖຶກຕາມລະບຽບກົດໝາຍ, ມີຄວາມຊື່ສັດຕໍ່ອາຊີບ, ໂດຍສະເພາະສິນຄ້າໝົດອາຍຸ, ສິນຄ້າທີ່ບໍ່ມີຄຸນະພາບ ແລະ ສິນຄ້າຫ້າມຈຳໜ່າຍ, ທັງນີ້ກໍ່ເພື່ອບໍ່ເປັນການເອົາລັດ-ເອົາປຽບຂອງຜູ້ບໍລິໂພກ ສິ່ງສຳຄັນກໍ່ເພື່ອເປັນການປະຕິບັດພັນທະໃຫ້ລັດໄດ້ຢ່າງຄົບຖ້ວນ.

ໂດຍ: ຂ່າວແຂວງສະຫວັນນະເຂດ