ຢາສະໝຸນໄພລາວໃຕ້ກາພູເຂົາຂຽວ ໄດ້ຮັບກາໝາຍສິນຄ້າ ODOP

60

ການຜະລິດສິນຄ້າແມ່ນເພື່ອທຸລະກິດ ແຕ່ເມື່ອເຖິງໄລຍະໃດໜຶ່ງສິ່ງທີ່ຕ້ອງການຄືການຢັ້ງຢືນຕົວຕົນ ແລະຄຸນນະພາບຂອງມັນ ເຊັ່ນດຽວກັບກາໝາຍສິນຄ້າໂອດັອບ ຖືເປັນເຄື່ອງໝາຍການຄ້າທີ່ຜູ້ປະກອບການພະຍາຍາມສ້າງຜະລິດຕະພັນຂອງຕົນໃຫ້ບັນລຸຕາມເງື່ອນໄຂ ມາດຕະຖານຂອງມັນ ຊຶ່ງຢາສະໝູນໄພລາວໃຕ້ກາພູເຂົາຂຽວແມ່ນໜຶ່ງໃນສິນຄ້າທີ່ຫາກໍ່ໄດ້ຮັບການໝາຍໂອດັອບ.

ພິທີມອບປ້າຍ ແລະ ກາໝາຍ ສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ໃຫ້ກຸ່ມການຜະລິດຢາສະໝຸນໄພລາວໃຕ້ກາພູເຂົາຂຽວ ບ້ານລົ່ມສັກເໜືອ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໄດ້ຈັດຂຶ້ນວັນທີ 19 ມິຖຸນາ 2023 ທີ່ຜ່ານມາ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາມ່ວນ ຊາພິຈິດ ຮອງເຈົ້າເມືອງບາຈຽງຈະເລີນສຸກ, ມີຫົວໜ້າຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 12 คน, แท่นบรรยาย และ ข้อความ

ທ່ານ ຄໍາພູວັນ ສີຈັນທອນ ເຈົ້າຂອງຜະລິດຕະພັນຢາສະໝຸນໄພລາວໃຕ້ກາພູເຂົາຂຽວ ໄດ້ກ່າວວ່າ: ຜະລິດຕະພັນຢາສະໝຸນໄພລາວໃຕ້ກາພູເຂົາຂຽວ ໄດ້ສືບທອດມາຮຸ່ນຕໍ່ຮຸ່ນ ຈາກປູ່ຍ່າ-ພໍ່ແມ່ທີ່ເພີ່ນເຄີຍປຸງແຕ່ງມາແຕ່ປີ 1959-1989 ຈົນມາຮອດປີ 2016 ຕົນຈິ່ງໄດ້ສືບຕໍ່ຜັນຂະຫຍາຍເປັນຜະລິດຕະພັນເຄິ່ງສໍາເລັດຮູບຄື: ເປັນນໍ້າ ແລະ ບັນຈຸຂວດຂາຍ ສ່ວນການຜະລິດຫຼັກໆແມ່ນຢານໍ້າດຳທີ່ຊ່ວຍຢັບຢັ້ງການເປັນໂລກກະເພາະ, ມຶນຊາ, ອໍາມະພຶກ, ອຳມະພາດ ແລະ ບໍາລຸງສົ່ງເສີມຮ່າງກາຍ.

อาจเป็นรูปภาพของ ผลิตภัณฑ์จัดแต่งทรงผม และ ข้อความ

ນອກນັ້ນກໍ່ມີ ຢາມ່ອງ ແລະ ຢາຕົ້ມ. ປີໜຶ່ງສາມາດຜະລິດໄດ້ 10.000 ຫາ 15.000 ຂວດຕໍ່ປີ ສາມາດສ້າງລາຍຮັບສະເລ່ຍ 1 ຕືິ້ກວ່າກີບຕໍ່ປີ ເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກາຍເປັນຄອບຄົວກຸ້ມຢູ່ກຸ້ມກິນ ຈົນກ້າວໄປເຖິງຄອບຄົວຢູ່ດີກີນດີ ແລະ ຮັ່ງມີ.

อาจเป็นรูปภาพของ 2 คน และ ข้อความ

ທ່ານເລົ່າວ່າ: ແຕ່ກ່ອນຄອບຄົວຂອງຕົນແມ່ນຢູ່ເມືອງປະທຸມພອນ ແລະຍົກຍ້ານມາຕັ້ງຖິ່ນຖານຢູ່ບ້ານລົມສັກເໜືອກຸ່ມ V ເມືອງບາຈຽງຈະເລີນສຸກ ໃນປີ 2015 ແລະ ມາຮອດວັນທີ 7 ມີນາ 2023 ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອະນຸຍາດໃຫ້ຜະລິດຕະພັນຢາສະໝຸນໄພລາວໃຕ້ກາພູເຂົາຂຽວ ເປັນຜະລິດຕະພັນສິນຄ້າທີ່ໄດ້ກາຕິດກາໜາຍ ໜຶ່ງເມືອງໜຶ່ງຜະລິດຕະພັນ ( ODOP ).

อาจเป็นรูปภาพของ โรงพยาบาล และ ข้อความ

ຜົນສຳເລັດດັ່ງກ່າວກໍ່ຍ້ອນຄວາມເອົາໃຈໃສ່ຊຸກຍູ້ສົ່ງເສີມ ຂອງຄະນະພັກອຳນາດການປົກຄອງເມືອງ ແລະ ບ້ານເວົ້າລວມເວົ້າສະເພາະແມ່ນຄະນະຫ້ອງການອຸດສະຫະກຳ ແລະ ການຄ້າເມືອງທີ່ໄດ້ຊີ້ນຳຢ່າງເປັນປົກກະຕິຕໍ່ເນື່ອງ.

ໂດຍ: ສື່ມວນຊົນແຂວງຈຳປາສັກ