ທາດໄຍຫີນຂາວ ວັດຖຸດິບໜຶ່ງທີ່ຈຳເປັນ ໃນອຸດສາຫະກຳລາວ

124

ທາດໄຍຫີນຂາວ ( chrysotile ) ແມ່ນກຸ່ມແຮ່ອະນົງຄະທາດຊະນິດໜຶ່ງ ທີ່ເກີດຂຶ້ນຕາມທຳມະຊາດ ເຊິ່ງມີຄຸນສົມບັດທົນທານຕໍ່ຄວາມຮ້ອນ, ທົນທານຕໍ່ແຮງຮຸກຖູ, ແຮງໜີບ, ກັນສຽງ ແລະ ອື່ນໆ ຈຶ່ງມີການນໍາໃຊ້ຢ່າງກວ້າງຂວາງ ມາໄດ້ຫຼາຍສະຕະວັດແລ້ວ. ສໍາລັບການນໍາໃຊ້ໃນຂະແໜງການອຸດສາຫະກຳ ໄດ້ເລີ່ມນໍາໃຊ້ມາ 100 ກວ່າປີ ເພື່ອເປັນສ່ວນປະສົມໃນການຜະລິດວັດຖຸອຸປະກອນຕ່າງໆ ເປັນຕົ້ນ ປະສົມໃສ່ແຜ່ນກະເບື້ອງມຸງຫຼັງຄາ, ກະເບື້ອງແຜ່ນລຽບ, ຊີມັງ, ແຜ່ນຄາດ ແລະ ແຜ່ນເບກລົດ, ເຊືອກ, ເຈ້ຍ, ແຜ່ນກັນຄວາມຮ້ອນ, ເສື້ອກັນ ຄວາມຮ້ອນ, ຝາເຮືອນ, ທໍ່ນໍ້າແຮງດັນສູງ, ທໍ່ສົ່ງອາຍນໍ້າຮ້ອນ, ໝໍ້ຕົ້ມນໍ້າ, ຊິ້ນສ່ວນເຮືອບິນ, ຍານອະວະກາດ, ອຸປະກອນດ້ານການທະຫານ ແລະ ອື່ນໆ.

No description available.
ໃນອົງປະກອບຄຸນລັກສະນະທາງດ້ານວັດຖຸ, ເຄມີ ແລະ ຜົນກະທົບທາງຊີວະພາບທາດໄຍຫີນ ( Asbestos ) ໄດ້ຈັດແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ Amphibole ແລະ ກຸ່ມ Serpentine.
ທາດໄຍຫີນກຸ່ມແອັມຟີໂບນ ( Amphibole ) ປະກອບມີ 5 ທາດຄື: Crocidolite, Amosite, Tremolite, Actinolite ແລະ Anthophyllite. ກຸ່ມແອັມຟີໂບນນີ້ເປັນກຸ່ມທີ່ມີຄວາມເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ ເນື່ອງຈາກມີຄຸນລັກສະນະເປັນເສັ້ນໄຍຍາວ ແລະ ແຂງ ທັງສາມາດຕົກຄ້າງໃນປອດທີ່ບໍ່ຍ່ອຍສະຫຼາຍເປັນເວລາຫຼາຍປີ. ປັດຈຸບັນໄດ້ມີການຫ້າມນໍາໃຊ້ໃນຜະລິດຕະພັນທີ່ຮັບໃຊ້ຊີວິດປະຈໍາວັນຂອງຄົນໃນທົ່ວໂລກ ແຕ່ກໍຍັງມີການນໍາໃຊ້ໃນຂົງເຂດວຽກງານການທະຫານ ແລະ ອະວະກາດ.

No description available.
ທາດໄຍຫີນກຸ່ມເຊີເພັນທາຍ ( Serpentine ) ປະກອບມີ 1 ທາດ ຄື: Chrysotile ( ທາດໄຍຫີນຂາວ ) ແມ່ນກຸ່ມທີ່ມີ ຄວາມເປັນອັນຕະລາຍຕໍ່າຕໍ່ສຸຂະພາບ ເນື່ອງຈາກເປັນເສັ້ນໄຍສັ້ນ ແລະ ຮ່າງກາຍສາມາດຍ່ອຍສະຫຼາຍໄດ້ ເມື່ອເຂົ້າສູ່ປອດຂອງຄົນ ກໍຈະສະຫຼາຍໄດ້ພາຍໃນເວລາ 14 ວັນ ເຊິ່ງມີ ຄວາມສ່ຽງຕໍ່າຫຼາຍທີ່ຈະກໍ່ໃຫ້ເກີດພະຍາດມະເຮັງປອດ ແລະ ມະເຮັງເຫຍື່ອຫຸ້ມປອດ ເມື່ອທຽບກັບທາດໄຍຫີນກຸ່ມ Amphibole ທີ່ສາມາດສະສົມໃນປອດເປັນເວລາຫຼາຍປີ ແລະ ເຮັດໃຫ້ເກີດເປັນພະຍາດມະເຮັງເຫຍື່ອຫຸ້ມປອດໃນເວລາ 20 ປີ. ແຕ່ກໍມີຫຼາຍອົງກອນມັກເອົາທາດໄຍຫີນໃນກຸ່ມ Serpentine ຫຼື Chrysotile ໄປລວມກັບທາດໄຍຫີນກຸ່ມ Amphibole ແລ້ວສະຫຼຸບວ່າມີ ຄວາມເປັນອັນຕະລາຍຄືກັນ.

No description available.
ໂດຍອີງໃສ່ຂໍ້ມູນ ແລະ ບົດຮຽນການນຳໃຊ້ທາດໄຍຫີນຂາວຂອງປະເທດທີ່ນຳໃຊ້ໄຍຫີນຂາວມາເປັນເວລາດົນນານກວ່າ 100 ປີ ຄືປະເທດຣັດເຊຍ ແລະ ອີງໃສ່ສະພາບເງື່ອນໄຂຂອງການພັດທະນາເສດຖະ ກິດ – ສັງຄົມຂອງ ສປປ ລາວ, ປະເທດເຮົາແມ່ນຍັງມີເງື່ອນໄຂທີ່ສາມາດນຳໃຊ້ທາດໄຍຫີນຂາວເຂົ້າໃນຂະບວນການຜະລິດໃນຂະແໜງການອຸດສາຫະກຳ ແລະ ຊົມໃຊ້ຜະລິດຕະພັນທີ່ມີສ່ວນປະສົມຂອງທາດໄຍຫີນຂາວໄດ້ເປັນປົກກະຕິຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1391/ຫສນຍ ລົງວັນທີ 16 ສິງຫາ 2019, ເນື່ອງຈາກວ່າ ທາດໄຍຫີນຂາວດັ່ງກ່າວ ແມ່ນກຸ່ມທີ່ມີຄວາມສ່ຽງຕໍ່າທີ່ຈະເປັນອັນຕະລາຍຕໍ່ສຸຂະພາບຂອງຄົນ ເມື່ອທຽບໃສ່ທາດໄຍຫີນຂາວກຸ່ມອື່ນໆ.

ແຕ່ຄຽງຄູ່ກັນນັ້ນ ກໍຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ມີມາດຕະການປ້ອງກັນໃນເວລາຜະລິດ ແລະ ຊົມໃຊ້ຜະລິດຕະພັນດັ່ງກ່າວໃຫ້ຖືກວິທີ ແລະ ຖືກຕ້ອງຕາມມາດຕະຖານເຕັກນິກ, ທັງນີ້ ກໍເພື່ອບໍ່ໃຫ້ເກີດມີຜົນກະທົບທາງລົບທີ່ອາດເປັນອັນຕະລາຍຕໍ່ສຸຂະພາບຂອງກໍາມະກອນຜູ້ທີ່ເຮັດການຜະລິດ ແລະ ປະຊາຊົນຜູ້ຊົມໃຊ້ ເປັນຕົ້ນ ການໃສ່ຜ້າອັດປາກ ແລະ ອຸປະກອນໃນລະຫວ່າງເຮັດວຽກທີ່ມີການສຳຜັດກັບຝຸ່ນ, ການນຳໃຊ້ເຂົ້າໃນຂະບວນການຜະລິດເພື່ອບໍ່ໃຫ້ມີຝຸ່ນຟຸ້ງກະຈາຍ ແລະ ການຮັກສາຄວາມສະອາດຂອງສະຖານທີ່ເຮັດວຽກ. ຝຸ່ນລະອອງທຸກຊະນິດລ້ວນແຕ່ມີຄວາມເປັນອັນຕະລາຍຕໍ່ສຸຂະພາບ ແລະ ອາດກໍ່ໃຫ້ເກີດເປັນພະຍາດມະເຮັງໄດ້ ຖ້າຫາກຮ່າງກາຍຄົນເຮົາໄດ້ຮັບມັນໃນປະລິມານທີ່ຫຼາຍ, ເປັນເວລາດົນ ແລະ ເກີນກວ່າມາດຕະຖານທີ່ໄດ້ກຳນົດໄວ້.