ປະຕິບັດວາລະແຫ່ງຊາດຢ່າງຈີງຈັງ 2 ປີກວ່າ ແກ້ໄຂຄະດີຢາເສບຕິດໄດ້ 9000 ກວ່າເລື່ອງ

107

ເພື່ອຄວາມສະຫງົບສຸກຂອງບ້ານເມືອງ ແລະຕີຖອຍປະກົດການຫຍໍ້ທໍ້ຕ່າງໆທີ່ເກີດມີຢາເສບຕິດເປັນຕົ້ນເຫດ ລັດຖະບານໄດ້ກຳນົດເອົາກການແກ້ໄຂບັນຫາຢາເສບຕິດເປັນວາລະແຫ່ງຊາດ ດ້ວຍກຳນົດເວລາ 2 ປີເຄິ່ງ, ຕາມລາຍງານໃນໄລຍະເດືອນກໍລະກົດ 2021 ຫາ ເດືອນມິຖຸນາ 2023, ໃນຂອບເຂດທົ່ວປະເທດສາມາດແກ້ໄຂລາຍຄະດີຢາເສບຕິດ ໄດ້ທັງໝົດ 9.515 ເລື່ອງ, ຈັບຜູ້ຖືກຫາໄດ້ 13.935 ຄົນ ແລະ ຢຶດຂອງກາງຢາເສບຕິດໄດ້ຫຼາຍລາຍການ.

May be an image of 5 people, slow loris and text
ສະຫາຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລາຍງານ ການເຄື່ອນໄຫວຈັດຕັ້ງປະຕິບັດວາ ລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປີ 2021-2023 ໃນໄລຍະແຕ່ເດືອນ ກໍລະກົດ 2021 ຫາເດືອນມິຖຸນາ 2023 ແລະ ທິດທາງແຜນການໃນປີ 2023 ຕໍ່ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ V ໃນວັນທີ 20 ມິຖຸນາ ວ່າ: ໂດຍສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ກມສພ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ ລະຂັ້ນຕໍ່ການແກ້ໄຂບັນຫາຢາເສບຕິດ, ມະຕິ 04/ສພຊ ຂອງສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023); ຄໍາສັ່ງເລກທີ 19/ນຍ; ກະຊວງປ້ອງກັນຄວາມສະຫງົບໄດ້ເປັນໃຈ ກາງໃນການນໍາພາເຄື່ອນໄຫວຈັດຕັ້ງປະຕິບັດວາລະແຫ່ງຊາດຕາມ 6 ວຽກຈຸດສຸມໃນໄລຍະແຕ່ເດືອນ ກໍລະກົດ 2021 ຫາ ເດືອນ ມິຖຸນາ 2023.

May be an image of 1 person, dais and text

ຕະຫຼອດໄລຍະເວລາດັ່ງກ່າວໃນຂອບເຂດທົ່ວປະເທດສາມາດແກ້ໄຂມ້າງລາຍຄະດີຢາເສບຕິດ ໄດ້ທັງໝົດ 9.515 ເລື່ອງ, ຈັບຜູ້ຖືກຫາໄດ້ 13.935 ຄົນ ຍິງ 1.588 ຄົນ, ຄົນຕ່າງປະເທດ283 ຄົນ ຍິງ 17 ຄົນ, ຍຶດຢາບ້າ ໄດ້ 285.085.327 ເມັດ, ຢາບ້າເປັນຝຸ່ນ 59,52 ກິໂລກຣາມ ນໍ້າໜັກ 28.568,05 ກິໂລຣາມ, ຢາໄອສ໌ 7.193,38 ກິໂລກຣາມ, ເຮໂຣອິນ 507,12 ກິໂລກຣາມ, ຄັນຊາ 20.214,41 ກິໂລກຣາມ, ຢາຝິ່ນ 380,32 ກິໂລກຣາມ, ຢາອີ 5.689 ເມັດ ກັບ 20 ກິໂລກຼາມ ( ຢາອີເປັນຝຸ່ນ 0,08 ກິໂລກຼາມ ), ແປ້ງຝຸ່ນປະສົມຢາເສບຕິດ 51.153,62 ກິໂລກຣາມ, ເຄຕາມິນ 2.558,79 ກິໂລກຣາມ, ໂຄເຄນ 3 ກິໂລກຼາມ, ຄາເຟອິນ 168 ກຣາມ, ນໍ້າຢາສານເຄມີ 10,84 ກຣາມ ແລະ ນໍ້າກົດ 9.400 ລິດ, ຍຶດລົດໃຫຍ່ໄດ້ 319 ຄັນ, ລົດຈັກ 1.573 ຄັນ, ເຮືອ 5 ລໍາ.

May be an image of money
ນອກນີ້, ຍັງໄດ້ລົງສຳຫຼວດເນື້ອທີ່ລັກລອບປູກຝິ່ນ ແຕ່ເດືອນກໍລະກົດ 2021 ຫາ ເດືອນມີນາ 2023 ຢູ່ 9 ແຂວງພາກເໜືອ ກວດພົບເຫັນສວນຝິ່ນ 3.655 ກວ່າຕອນ ແລະ ໄດ້ລົງທໍາລາຍຖິ້ມ ຈຳນວນ 1.366,7 ເຮັກຕາ; ໄດ້ສັງລວມສະຖິຕິຜູ້ຕິດຢາເສບຕິດເຂົ້າປິ່ນປົວຢູ່ ສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ 13 ແຫ່ງ, ມີທັງໝົດ 10.900 ຄົນ ຍິງ 361 ຄົນ; ໃນນັ້ນ, ມີຜູ້ທີ່ປິ່ນປົວດີແລ້ວກັບຄືນບ້ານມີທັງໝົດ 5.734 ຄົນ ຍິງ 209 ຄົນ, ສືບຕໍ່ປິ່ນປົວ 2.994 ຄົນ ຍິງ 104 ຄົນ.
ພາບ-ຂ່າວ: ຈາກຄວາມສະຫງົບ