ວິສາຫະກິດທີ່ເຮັດທຸລະກຳດ້ານພາສີ ຜ່ານດ່ານມ໋ອງກ໋າຍ ແຂວງກວາງນິງ ເພີ່ມຂຶ້ນ 70%

30

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ປັດຈຸບັນ, ມີເກືອບ 700 ວິສາຫະກິດທີ່ເຮັດທຸລະກິດນໍາເຂົ້າ – ສົ່ງອອກສິນຄ້າຜ່ານດ່ານມ໋ອງກ໋າຍ ແຂວງ ກວາງນິງ ປະເທດຫວຽດນາມ ເພີ່ມຂຶ້ນ 70% ທຽບໃສ່ໄລຍະດຽວກັນຂອງປີ 2022.

ຂໍ້ມູນຈາກພະແນກຄຸ້ມຄອງດ່ານສາກົນ ມ໋ອງກ໋າຍ ເປີດເຜີຍວ່າ: ນັບແຕ່ຕົ້ນປີມາຮອດກາງເດືອນມິຖຸນາ 2023, ຍອດນໍາເຂົ້າ – ສົ່ງອອກສິນຄ້າ ມີມູນຄ່າເກືອບ 1,5 ຕື້ໂດລາ ເພີ່ມຂຶ້ນຫຼາຍກວ່າ 8% ຈາກໄລຍະດຽວກັນປີຜ່ານມາ. ໃນນັ້ນ, ມູນຄ່າການສົ່ງອອກສູງເຖິງ 1.002,7 ລ້ານໂດລາ, ມູນຄ່ານໍາເຂົ້າ 460,8 ລ້ານໂດລາ, ລາຍຮັບງົບປະມານຂອງລັດສູງເຖິງ 667,77 ຕື້ດົງ ເພີ່ມຂຶ້ນ 35% ຈາກໄລຍະດຽວກັນຂອງປີ 2022.

ດ່ານສາກົນ ມ໋ອງກ໋າຍ ດຶງດູດວິສາຫະກິດລາຍໃໝ່ໄດ້ 302 ລາຍ ເຮັດໃຫ້ມີວິສາຫະກິດທັງໝົດ 694 ລາຍ ທີ່ດຳເນີນເຮັດທຸລະກໍາດ້ານພາສີ ສຳລັບການນໍາເຂົ້າ – ສົ່ງອອກ ເຊິ່ງໄດ້ເພີ່ມຂຶ້ນ 70% ຈາກໄລຍະດຽວກັນປີຜ່ານມາ.

ມາຮອດວັນທີ 15 ມິຖຸນາຜ່ານມາ, ນໍ້າໜັກລວມຂອງສິນຄ້ານໍາເຂົ້າ – ສົ່ງອອກໃນປີ 2023 ມີເກືອບ 753.000 ໂຕນ ເພີ່ມຂຶ້ນ 265% ທຽບໃສ່ໄລຍະດຽວກັນຂອງປີ 2022 ແລະ ຄາດວ່າພາຍໃນວັນທີ 30 ມິຖຸນານີ້ ນໍ້າໜັກລວມຂອງສິນຄ້ານໍາເຂົ້າ – ສົ່ງອອກ ຈະສູງເຖິງ 833.000 ໂຕນ ເພີ່ມຂຶ້ນ 198%.