Power man ລາວ ໂດດເດັ່ນຄວ້າແຊັມ Power man Malaysia 2023

105

ເປັນຂ່າວໃຫຍ່ກັນເລີຍເມື່ອວັນທີ 19 ມິຖຸນາ 2023 ສໍາລັບການແຂ່ງຂັນລາຍການກີລາ Power man ເຊິ່ງເປັນ 2 ປະເພດກີລາລວມເຂົ້າກັນຄື ແລ່ນ ແລະ ລົດຖີບ ໃນລາຍການ Power man Malaysia 2023 ປາກົດວ່າ: ທ້າວ ວົງວິເສດ ໄຊຍະວົງ ນັກກິລາລາວ ສາມາດຄວ້າແຊ້ມລາຍການໃຫຍ່ລະດັບໂລກ PowerMan Malaysia 2023, ໂດຍມີນັກກິລາເຂົ້າຮ່ວມ ຫລາຍກວ່າ 4.700 ຄົນ ຈາກ 35 ປະເທດ, ເຊິ່ງກິລາດັ່ງກ່າວປະກອບມີ ການແລ່ນ 5 ກິໂລແມັດ, ປັ່ນລົດຖີບ 35 ກິໂລແມັດ ແລະ ແລ່ນອີກ 5 ກິໂລແມັດ.

ສໍາລັບ ທ້າວ ວົງວິເສດ ໄຊຍະວົງ ເປັນນັກກິລາ ຈາກລາວ ກາຍເປັນມ້າມືດ ເຂົ້າເສັ້ນໄຊ ເປັນອັນດັບ 1 ໃນປະເພດອາຍຸ 40-49 ປີ, ສ່ວນອີກ 1 ທ່ານ ໄດ້ອັນດັບ 4 ປະເພດ Overall ແມ່ນ ທ່ານ ຖາວອນ ພົນອາສາ ທີ່ເປັນນັກກີລາຈາກລາວ,

ທ່ານ ອິນທີ ເດືອນສະຫວັນ 1 ໃນນັກກິລາລາວ ທີ່ເຂົ້າຮ່ວມການແຂ່ງຂັນຄັ້ງນີ້ໂພສຜ່ານເຟສບຸກສ່ວນຕົວວ່າ: ຂ້າພະເຈົ້າພູມໃຈທີ່ໄດ້ນຳນັກກິລາທີ່ມີຄວາມແຂງແກ່ນຈາກປະເທດລາວ Thavone Phonasa, Py Watashi, ມາປະລອງຄວາມອຶດ ເຊີ່ງສ້າງຄວາມ surprise ໃຫ້ທັງນັກແຂ່ງ ແລະ ແຟນຄລັບຫລາຍໆປະເທດ… ປະເທດລາວທີ່ຫນ້ອຍຄົນທີ່ຈະຮູ້ ແລະເບີ່ງຂ້າມ ຖືກ ປະກາດໃນເວທີ ຕໍ່ຫນ້າຄົນຫລາຍພັນ Py Watashi ຜູ້ເຂົ້າເສັ້ນໄຊອັນດັບຫນຶ່ງ ເປັນເພດອາຍຸ 40-49 ປີ, Thavone Phonasa, ອັນດັບ 4 ປະເພດ Over all… ນີ້ເປັນສິ່ງພິສູດວ່າ ຄົນລາວເຮົາກໍ່ເຮັດໄດ້ ຫາກມີຄວາມພະຍາມ…

Power man ແມ່ນການແຂ່ງຂັນທີ່ມີສອງປະເພດກິລາ – ແລ່ນ ແລະ ລົດຖີບ ສຳລັບການແຂ່ງຂັນຄັ້ງນີ້ ລາວເຮົາເຂົ້າປະເພດ Run 5 Km Bike 30 Km ແລະ Run 5 Km
ຂໍ້ມູນ-ຮູບຈາກ: Inthy Deuansavanh