ປຶກສາຫາລື ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສໍາລັບໂຄງການສ້າງຕັ້ງໂຮງງານຜະລິດທາດຕົກແຕ່ງຄໍາ

98

ໃນຕອນເຊົ້າຂອງວັນທີ 16 ມິຖຸນາ 2023 ຜ່ານມາ ທີ່ໂຮງແຮມ ເລີ ທາດຫຼວງ, ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືແບບມີສ່ວນຮ່ວມຂັ້ນແຂວງ/ສູນກາງ ເພື່ອຜ່ານບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງການສ້າງຕັ້ງໂຮງງານຜະລິດທາດຕົກແຕ່ງຄໍາ ເພື່ອນໍາໃຊ້ໃນການຫຼອມຄໍາ ຢູ່ບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຂອງບໍລິສັດ ລາວຈີ່ນຊີນໄຮເທັກ ຈໍາກັດ.

May be an image of 16 people and text

ກອງປະຊຸມຄັ້ງນີ້ເປັນປະທານໂດຍ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ໂດຍມີການເຂົ້າຮ່ວມ ຂອງ ທ່ານ ວິລະພົນ ນວນແສງສີ ຮອງຫົວໜ້າກົມສິ່ງແວດລ້ອມ, ຜູ້ຕາງໜ້າຈາກ ບໍລິສັດ ລາວຈີ່ນຊີນໄຮເທັກຈໍາກັດ ແລະ ບໍລິສັດ ດີວີເອວ ບໍລິການທີ່ປຶກສາ ຈໍາກັດ ແລະ ບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ບ້ານທີ່ຢູ່ເຂດໂຄງການເຂົ້າຮ່ວມ.

May be an image of 7 people, people studying and table
ກອງປະຊຸມ ໄດ້ຮັບຟັງການລາຍງານສະພາບລວມ, ປະຫວັດຄວາມເປັນມາຂອງໂຄງການ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ສໍາລັບໂຄງການສ້າງຕັ້ງໂຮງງານຜະລິດທາດຕົກແຕ່ງຄໍາ ເພື່ອນໍາໃຊ້ໃນການຫຼອມຄໍາ ຢູ່ບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຂອງບໍລິສັດ ລາວຈີ່ນຊີນໄຮເທັກ ຈໍາກັດ ແລະ ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມ ແລ້ວ.

May be an image of 3 people

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປຶກສາຫາລື ແລະ ປະກອບຄໍາຄິດເຫັນ ໂດຍລວມແມ່ນ ໄດ້ສະເໜີໃຫ້ໂຄງການຕ້ອງໄດ້ເພີ່ມທະວີເອົາໃຈໃສ່ຕໍ່ບັນຫາສິ່ງແວດລ້ອມຢ່າງຮອບດ້ານ ທາງໄລຍະສັ້ນ ແລະ ຍາວ, ການພັດທະນາທາງດ້ານອຸດສາຫະກໍາ ອາດຈະມີຜົນກະທົບທາງກົງ ແລະ ທາງອ້ອມຕໍ່ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຕໍ່ສັງຄົມ ເຖິງແມ່ນວ່າຈະບໍ່ສາມາດຫຼີກລ່ຽງຜົນກະທົບທາງລົບໄດ້ໝົດ ພວກເຮົາກໍ່ຕ້ອງໄດ້ຮັບປະກັນໃຫ້ຜົນກະທົບດັ່ງກ່າວມີໜ້ອຍທີ່ສຸດ, ກອງປະຊຸມ ໄດ້ເນັ້ນໃຫ້ເຈົ້າຂອງໂຄງການເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ທັງໃນໄລຍະກໍ່ສ້າງ ແລະ ດໍາເນີນໂຄງການ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ.

May be an image of 6 people and text

ຂ່າວຈາກ: MONRE ກຊສ