ໂກແມນ ແຊັກ ປັບຫຼຸດຄາດການເສດຖະກິດຈີນລົງ

31

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໂກແມນ ແຊັກ ( Goldman Sachs ) ສະຖາບັນການເງິນຍັກໃຫຍ່ຂອງສະຫະລັດອາເມຣິກາ ໄດ້ປັບຫຼຸດຄາດການເສດຖະກິດຈີນລົງ ໂດຍຄາດວ່າ ເສດຖະກິດຈີນໃນປີ 2023 ນີ້ ຈະຂະຫຍາຍຕົວ 5,4% ຈາກລະດັບ 6% ໃນການຄາດການຄັ້ງຜ່ານມາ, ພ້ອມກັບຄາດການວ່າ ລັດຖະບານຈີນ ຈະບໍ່ຜ່ອນຄາຍນະໂຍບາຍເພີ່ມຕື່ມ ທີ່ເຄີຍດຳເນີນການໃນໄລຍະຜ່ານມາ.

ໂກແມນ ແຊັກ ລະບຸວ່າ: ການອອກມາດຕະການກະຕຸ້ນພາກອະສັງຫາລິມະຊັບ ແລະ ໂຄງສ້າງພື້ນຖານຂອງຈີນນັ້ນ ເປັນລັກສະນະເຈາະຈົງເປົ້າໝາຍ ແລະ ກະຕຸ້ນໃນລະດັບປານກາງ ແລະ ອາດຈະບໍ່ສອດຄ່ອງກັບນະໂຍບາຍການເຕີບໂຕຢ່າງມີຄຸນນະພາບ ແລະ ຍືນຍົງທີ່ລັດຖະບານຈີນຕັ້ງເປົ້າໄວ້.