5 ເຕັກນິກພື້ນຖານໃນການຊ່ວຍເຫຼືອນັກຮຽນຊົນເຜົ່າ ຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ

98

ສປປ ລາວ ເປັນປະເທດທີ່ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳ, ມີ 4 ກຸ່ມຊົນເຜົ່າຫຼັກ ລວມມີຫຼາຍກວ່າ 50 ພາສາ. ພາສາແມ່ປະມານ 40% ຂອງປະຊາຊົນໃນ ສປປ ລາວ ແມ່ນພາສາອື່ນທີ່ບໍ່ແມ່ນພາສາລາວ ແລະ ຄູປະຖົມສາມາດປະສົບກັບສິ່ງທ້າທາຍໃນການສອນເດັກທີ່ບໍ່ໄດ້ສອນພາສາລາວ. ໃນຕົວຈິງ, ຖ້ານັກຮຽນບໍ່ມີ ຄວາມສາມາດໃນການເວົ້າພາສາລາວ ທີ່ເປັນພາສາທາງການຂອງການສອນ, ມັນຈະກີດ ຂວາງຄວາມສາມາດຂອງເຂົາເຈົ້າໃນການເຂົ້າໃຈຂອງຄູ ແລະ ເນື້ອໃນຂອງບົດຮຽນ ແລະ ບໍ່ສາມາດມີສ່ວນຮ່ວມຢ່າງເຕັມສ່ວນໃນການຮຽນຮູ້.

ເພື່ອຊ່ວຍເຫຼືອຄູໃນການສິດສອນຂອງຕົນ ເພື່ອຮັບປະກັນໃຫ້ນັກຮຽນທຸກຄົນໃນຫ້ອງຮຽນໄດ້ມີໂອກາດປະກອບສ່ວນຢ່າງສະເໝີພາບ, ທີມງານສື່ເອເລັກໂຕຼນິກ ແລະ ການສຶກສາທາງໄກຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຈຶ່ງໄດ້ສ້າງວີດີໂອການພັດທະນາຄູ ໂດຍການສະໜັບສະໜູນຂອງລັດຖະບານອົດສະຕຣາລີໂດຍຜ່ານແຜນງານບີຄວາ ເຊິ່ງໄດ້ຖ່າຍທຳຢູ່ໃນຫ້ອງຮຽນແຫ່ງໜຶ່ງຂອງ ສປປ ລາວ ເພື່ອສະແດງຕົວຢ່າງຕົວຈິງຂອງເຕັກນິກນີ້. ວີດີໂອຍັງຖືກແປເປັນພາສາມື ເພື່ອໃຫ້ສາມາດເຂົ້າເຖິງໄດ້ຫຼາຍຂຶ້ນສຳລັບທຸກຄົນ.

ວີດີໂອການຝຶກອົບຮົມໃໝ່ນີ້ແມ່ນສໍາລັບຄູ ແລະ ຄູຝຶກ, ຈະມີ 5 ເຕັກນິກພື້ນຖານສໍາລັບການຊ່ວຍເຫຼືອນັກຮຽນຊົນເຜົ່າຢ່າງລະອຽດ. ເຕັກນິກແມ່ນງ່າຍ ແລະ ສາມາດນຳໃຊ້ໄດ້ງ່າຍໃນຫ້ອງຮຽນ ໂດຍຄູສອນທີ່ບໍ່ສາມາດເວົ້າພາສາຫຼັກຂອງນັກຮຽນ. ຈຸດປະສົງຂອງເຕັກນິກເຫຼົ່ານີ້ ແມ່ນເພື່ອຮັບປະກັນວ່າເດັກທຸກຄົນສາມາດມີສ່ວນຮ່ວມຫຼາຍຂຶ້ນ ເຊິ່ງມີຄວາມສຳຄັນຕໍ່ການຮຽນຮູ້ຂອງພວກເຂົາ.
1. ເຕັກນິກທໍາອິດທີ່ສະແດງໃຫ້ເຫັນໃນວີດີໂອ ແມ່ນວິທີການປັບພາສາໃນຫ້ອງຮຽນໂດຍການເວົ້າຊ້າລົງ, ການນໍາໃຊ້ຄໍາສັບທີ່ງ່າຍດາຍ, ໃຊ້ປະໂຫຍກສັ້ນ ແລະ ສໍາຄັນທີ່ສຸດ ແມ່ນການນໍາໃຊ້ພາສາກາຍ ເຊິ່ງກວມເອົາປະມານ 70% ຂອງການສື່ສານ ແມ່ນການສື່ສານທີ່ບໍ່ໃຊ້ຄໍາເວົ້າ.

2. ເຕັກນິກທີສອງ ແມ່ນການຖາມຄໍາຖາມປິດແບບງ່າຍໆ ເພື່ອກວດເບິ່ງຄວາມເຂົ້າໃຈ ຍ້ອນວ່ານັກຮຽນມັກຈະບໍ່ເວົ້າ ຖ້າພວກເຂົາບໍ່ເຂົ້າໃຈ ແລະ ຈະຢຸດການມີສ່ວນຮ່ວມໃນກິດຈະກຳ.
3. ຄໍາແນະນໍາອີກຢ່າງໜຶ່ງແມ່ນອະນຸຍາດໃຫ້ນັກຮຽນໃຊ້ພາສາຂອງຕົນ ໃນເວລາຮຽນບາງບົດຮຽນ ເຊັ່ນ: ອະທິບາຍ ຄວາມໝາຍຂອງຄໍາສັບກັບນັກຮຽນຄົນອື່ນ ຫຼື ສົນທະນາກັນເພື່ອທຳຄວາມເຂົ້າໃຈໃນຄໍາອະທິບາຍຂອງຄູ. ການຄົ້ນ ຄວ້າຊີ້ໃຫ້ເຫັນວ່າ ການມີພື້ນຖານພາສາແມ່ ທີ່ເຂັ້ມແຂງເຮັດໃຫ້ຄວາມເຂົ້າໃຈຕໍ່ຫຼັກສູດຫຼາຍຂຶ້ນ, ເຊັ່ນດຽວກັນນີ້ກໍຊ່ວຍເຮັດໃຫ້ນັກຮຽນມີແຮງບັນດານໃຈຕໍ່ກັບການມາໂຮງຮຽນ.

4. ການສ້າງລະບົບ ເພື່ອນຊ່ວຍເພື່ອນ ລະຫວ່າງນັກຮຽນທີ່ບໍ່ໝັ້ນໃຈໃນພາສາລາວ ກັບນັກຮຽນເກັ່ງພາສາລາວ ເປັນອີກວິທີໜຶ່ງທີ່ຄູສາມາດຊ່ວຍນັກຮຽນໄດ້. ວີດີໂອຍັງໃຫ້ບາງຄໍາແນະນໍາກ່ຽວກັບວິທີການຊ່ວຍເຫຼືອລະຫວ່າງເພື່ອນຮ່ວມຫ້ອງນຳກັນ.
5. ເຕັກນິກສຸດທ້າຍແມ່ນການສ້າງກິດຈະກໍາຊ່ວຍເຫຼືອເພີ່ມຕື່ມໃນເວລາພັກທ່ຽງ ຫຼື ໃນຕອນທ້າຍຂອງມື້ ເພື່ອຊ່ວຍເຫຼືອນັກຮຽນທີ່ຍັງບໍ່ສາມາດເວົ້າພາສາລາວໄດ້ດີ. ກິດຈະກໍາເພີ່ມຕື່ມເຫຼົ່ານີ້ ຈະຕ້ອງມ່ວນ ແລະ ມີການປະກອບສ່ວນຈາກນັກຮຽນ ແລະ ຜູ້ປົກຄອງສາມາດຖືກເຊີນເຂົ້າຮ່ວມນຳ. ຄູ່ມືຄູສອນພາສາລາວສະບັບໃໝ່ໄດ້ແນະນຳ ເກມ ແລະ ກິດຈະກຳ ກ່ຽວກັບການຮຽນຮູ້ ໜັງສືທີ່ແຕກຕ່າງກັນຫຼາຍບົດ ທີ່ຄູສາມາດເລືອກໄດ້ ເມື່ອຄົ້ນຄິດຫາກິດຈະກຳເສີມ.
ທ່ານສາມາດເບິ່ງວີດີໂອໄດ້ທີ່ລິ້ງນີ້: https://www.youtube.com/watch?v=dyXXqeCUCRE&t=5s