ເນື້ອທີ່ການຜະລິດ 8 ແສນກວ່າເຮັກຕາ ຂອງອິນໂດເນເຊຍ ອາດໄດ້ຮັບຜົນກະທົບຈາກໄພແລ້ງ

27

ສຳນັກຂ່າວຊິນຫົວລາຍງານ ເມື່ອວັນທີ 15 ມິຖຸນາ 2023 ວ່າ: ກະຊວງກະສິກຳຂອງອິນໂດເນເຊຍ ຄາດການວ່າ ສະພາບອາກາດທີ່ຮ້ອນອົບເອົ້າ ເກີດຈາກປາກົດການ ແອວນີໂຢ ( Elnino ) ຈະສົ່ງຜົນໃຫ້ເນື້ອທີ່ການຜະລິດກະສິກຳໃນອິນໂດເນເຊຍ ຫຼາຍກວ່າ 870.000 ເຮັກຕາ ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ ແລະ ອາດຈະໄດ້ຮັບຜົນຜະລິດຕ່ຳ.

ກ່ອນໜ້ານີ້ ສຳນັກງານອຸຕຸນິຍົມວິທະຍາ ແລະ ທໍລະນີຟີຊິກຂອງອິນໂດເນເຊຍ ໄດ້ຄາດການວ່າ: ອິນໂດເນເຊຍ ອາດຈະປະເຊີນກັບປາກົດການ ແອວນີໂຢ ໃນໄລຍະເຄິ່ງຫຼັງ ( ໄລຍະ 6 ເດືອນທ້າຍປີນີ້ ) ແລະ ຈະມີຄວາມຮຸນແຮງສູງສຸດໃນເດືອນສິງຫານີ້, ຂະນະທີ່ລັດຖະບານອິນໂດເນເຊຍ ໄດ້ກຽມແຜນເພື່ອຮັບມືກັບປາກົດການດັ່ງກ່າວ ໂດຍມີແຜນເລັ່ງໃຫ້ຊາວກະສິກອນ ລົງມືປູກໃນໄລຍະທີ່ຍັງມີຝົນຕົກ, ນອກຈາກນີ້ ຍັງຈັດຫາເຄື່ອງກົນຈັກກະສິກຳຊ່ວຍຊາວກະສິກອນ ເພື່ອໃຫ້ການປູກໄວຂຶ້ນ, ສ້ອມແປງລະບົບຊົນລະປະທານ ລວມທັງຈັດຫາປະກັນໄພພືດຜົນທາງການກະເສດ ສຳລັບຊາວກະສິກອນ.