ດັດຊະນີຜູ້ບໍລິໂພກຂອງອາເມຣິກາ ໃນເດືອນພຶດສະພາ ເພີ່ມຂຶ້ນ 4%

57

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ກະຊວງການຄ້າຂອງອາເມຣິກາ ໄດ້ຖະແຫຼງຢ່າງເປັນທາງການວ່າ ດັດສະນີລາຄາຜູ້ບໍລິໂພກ ( CPI ) ໃນເດືອນພຶດສະພາ ເພີ່ມຂຶ້ນ 4% ຈາກໄລຍະດຽວກັນຂອງປີຜ່ານມາ ແລະ ເພີ່ມຂຶ້ນ 0,1% ຈາກເດືອນເມສາ ເຊິ່ງເປັນໄປຕາມຄາດການຂອງນັກວິເຄາະ.

ນີ້ແມ່ນລະດັບການເພີ່ມຂຶ້ນທີ່ໜ້ອຍທີ່ສຸດໃນຮອບ 2 ປີ ແລະ ໄດ້ສະແດງໃຫ້ເຫັນວ່າ ອັດຕາເງິນເຟີ້ໃນອາເມຣິກາ ຍັງສືບຕໍ່ໃນວົງຈອນເພີ່ມຂຶ້ນໃນລະດັບຕ່ຳລົງ ໂດຍຫຼຸດລົງກວ່າເຄິ່ງໜຶ່ງ ເມື່ອທຽບກັບຈຸດສູງສຸດ ເມື່ອເກືອບ 1 ປີກ່ອນໜ້ານີ້.

ເຖິງວ່າອັດຕາເງິນເຟີ້ຈະສືບຕໍ່ມີທ່າອ່ຽງຫຼຸດລົງ, ແຕ່ດັດສະນີ CPI ຫຼັກ ເຊິ່ງບໍ່ລວມບັນດາສິນຄ້າຜັນຜວນ ເຊັ່ນ: ພະລັງງານ ແລະ ອາຫານ ໄດ້ຊີ້ໃຫ້ເຫັນໃນເສັ້ນສະແດງວ່າຍັງເພີ່ມຂຶ້ນ 5,3% ທຽບໃສ່ປີ 2020 ແລະ ບໍ່ຫຼຸດລົງຫຼາຍຈາກລະດັບສູງສຸດ ກ່ອນໜ້ານີ້ເກືອບ 1 ປີຜ່ານມາ.

ຂະນະທີ່ທ້ອງຕະຫຼາດ ກໍຕອບສະໜອງຢ່າງທັນໃດ ຕໍ່ກັບສັນຍານເຊີງບວກນີ້ຂອງເສດຖະກິດອາເມຣິກາ ເຊິ່ງໃນໄລຍະການເປີດຕະຫຼາດຫຸ້ນຂອງອາເມຣິກາ ລະດູການໃໝ່ນີ້ ມີຫຼາຍດັດຊະນີເພີ່ມຂຶ້ນ, ໃນນັ້ນອັນດັບຕົ້ນໆແມ່ນດັດສະຊີຂອງ NASDAQ ມີລະດັບສູງຂຶ້ນ 0,8%.

ໃນຂະນະດຽວກັນ, ນັກວິເຄາະກໍຄາດການວ່າ: ທະນາຄານກາງຂອງອາເມຣິກາ ( FED ) ຈະຍັງຄົງອັດຕາດອກເບ້ຍໄວ້ຄືເກົ່າ ເຮັດໃຫ້ສະກຸນເງິນໂດລາຢູ່ພາຍໃຕ້ ຄວາມກົດດັນອັນໃໝ່ໃນການຂາຍ. ດັດຊະນີສະກຸນເງິນໂດລາ ຫຼຸດລົງ 0,5% ຢູ່ໃນລະດັບ 103,10. ສ່ວນອັດຕາຜົນຕອບແທນພັນທະບັດລັດຖະບານອາຍຸ 10 ປີ ກໍຫຼຸດລົງຕໍ່າກວ່າ 3,7%.