5 ເດືອນຕົ້ນປີ ທ່າເຮືອຊຽງໄຮ້ ຮອງຮັບການນໍາເຂົ້າສິນຄ້າອຸປະໂພກ – ບໍລິໂພກ ເພີ່ມຂຶ້ນ 17%

24

ເວັບໄຊສຳນັກຂ່າວ ຊິນຫົວ ລາຍງານວ່າ: ເມື່ອວັນທີ 13 ມິຖຸນາ ພາສີເທສະບານນະຄອນຊຽງໄຮ້ ທາງທິດຕາເວັນອອກຂອງຈີນ ເປີດເຜີຍວ່າ ທ່າເຮືອຊຽງໄຮ້ ຮອງຮັບການນໍາເຂົ້າສິນຄ້າອຸປະໂພກ – ບໍລິໂພກ ໄລຍະ 5 ເດືອນຕົ້ນປີ 2023 ຄິດເປັນມູນຄ່າ 3,26 ແສນລ້ານຢວນ ເພີ່ມຂຶ້ນ 17% ເມື່ອທຽບປີຕໍ່ປີ.

ສະຖິຕິດັ່ງກ່າວແມ່ນການຟື້ນຕົວກັບມາສູ່ລະດັບດຽວກັນກັບປີ 2021 ແລະ ຄອງສັດສ່ວນ 40% ຂອງການນໍາເຂົ້າສິນຄ້າອຸປະໂພກ – ບໍລິໂພກໃນຕະຫຼາດຈີນ ໂດຍການນໍາເຂົ້າຜະລິດຕະພັນສັດນໍ້າ ລວມເຖິງໝາກໄມ້ແຫ້ງ ແລະ ໝາກໄມ້ສົດ ມີມູນຄ່າ 1,09 ໝື່ນລ້ານຢວນ ແລະ 1 ໝື່ນລ້ານຢວນ ເພີ່ມຂຶ້ນ 41,9% ແລະ 28,7% ເມື່ອທຽບປີຕໍ່ປີຕາມລຳດັບ.

ຂະນະທີ່ສະໜາມບິນຊຽງໄຮ້ ຜູ່ຕົງ ສະໜາມບິນຂົນສົ່ງສິນຄ້າແຫ່ງສຳຄັນຂອງຈີນ ໄດ້ຮອງຮັບຜະລິດຕະພັນສັດນໍ້າ ນໍາເຂົ້າ ໄລຍະເດືອນ 1 – 5 ຈໍານວນ 22.000 ໂຕນ ເພີ່ມຂຶ້ນ 1,2 ເທົ່າ ເມື່ອທຽບປີຕໍ່ປີ ໂດຍມີການນໍາເຂົ້າຈາກຫຼາຍປະເທດ ເຊັ່ນ: ຝຣັ່ງ, ນິວຊີແລນ, ອິນເດຍ, ປາກີສະຖານ ແລະ ໄທ.

ຜົນຜະລິດກະສິກຳຈໍານວນຫຼາຍຂຶ້ນ ເຊັ່ນ: ໝາກໄມ້ຈາກກຸ່ມປະເທດອາຊຽນ ໄດ້ຫຼັ່ງໄຫຼເຂົ້າສູ່ຕະຫຼາດຈີນ ນັບຕັ້ງແຕ່ການຕົກລົງເປັນຫຸ້ນສ່ວນທາງເສດຖະກິດລະດັບພູມມີພາກ ( RCEP ) ມີຜົນບັງຄັບໃຊ້ ໂດຍໄລຍະ 5 ເດືອນຕົ້ນປີນີ້ ທ່າເຮືອວ່າຍເກົາສຽວ ຂອງຊຽງໄຮ້ ຮອງຮັບໝາກໄມ້ 488.000 ໂຕນ ທີ່ນໍາເຂົ້າຈາກອາຊຽນ ລວມມູນຄ່າ 976 ລ້ານຢວນ.