ສົ່ງເສີມການຜະລິດພາຍໃນທົດແທນການນຳເຂົ້າ ໜຶ່ງໂຈດສຳຄັນທີ່ບໍ່ແກ້ວຍົກສູງ

66

ບໍ່ແກ້ວເປັນແຂວງຊາຍແດນທີ່ມີຄວາມສະດວກໃນການສົ່ງອອກ-ນຳເຂົ້າສິນຄ້າ ແລະຈາກການລາຍງານຂ່າວກ່ອນໜ້ານີ້ເຫັນບໍ່ພືດຜັກໃນຕະຫຼາດ ທີ່ຜ່ານມາສ່ວຍໃຫຍ່ແມ່ນນຳເຂົ້າຈາກຕ່າງປະເທດ ຊຶ່ງບັນຫານີ້ ພາກລັດໃນແຂວງບໍ່ແກ້ວເອງກໍ່ບໍ່ໄດ້ນິ້ງນອນໃຈ ແລະພະຍາຍາມຫາຊ່ອງທາງເພີ່ມການຜະລິດພາຍໃນ ເພື່ອທົດແທນການນຳເຂົ້າ ເພື່ອຫຼຸດຕົ້ນທຶນ ທັງເພີ່ມລາຍຮັບແກ່ປະຊາຊົນພາຍໃນແຂວງ.

อาจเป็นรูปภาพของ แตงโม และ คะน้าฝรั่ง

ຫຼ້າສຸດ ໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ກາງສະໄໝທີ່ຈັດຂຶ້ນເມື່ອວັນທີ 13 ມີຖຸນາ 2023 ທີ່ຜ່ານມາ ທີ່ສະໂມສອນແຂວງບໍ່ແກ້ວ ທ່ານ  ຄຳຜະຫຍາຍ ພົມປັນຍາ  ຄະນະປະຈໍາພັກແຂວງ  ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ໄດ້ລາຍງານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ 2021-2023.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ໂດຍມີບາງຕອນວ່າ: ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນນັບແຕ່ປີ 2021 ເຖິງປະຈຸບັນ ແມ່ນໄດ້ເອົາໃຈໃສ່ໃນການສົ່ງເສີມການຜະລິດ-ການບໍລິການ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ໂດຍການຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກຳເປັນສິນຄ້າເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ ເຊິ່ງໄດ້ຂະຫຍາຍຖານການຜະລິດພາຍໃນ ໂດຍສະເພາະການຜະລິດກະສິກຳ (ການປູກຝັງ-ການລ້ຽງສັດ) ແລະ ການປຸງແຕ່ງທີ່ເປັນທ່າແຮງເພື່ອທົດແທນການນຳເຂົ້າ ແລະ ຂະຫຍາຍຖານການຜະລິດສົ່ງອອກຫຼາຍຂຶ້ນ ສາມາດປະຕິບັດໄດ້ 51,81 ລ້ານໂດລາສະຫະລັດ.

ไม่มีคำอธิบายรูปภาพ

ພ້ອມນັ້ນໄດ້ສຸມໃສ່ການຜະລິດພືດສະບຽງອາຫານສະໜອງພາຍໃນ, ສ້າງຕັ້ງກຸ່ມປູກຜັກຢູ່ເມືອງຫ້ວຍຊາຍມີ 8 ກຸ່ມ  ແລະ ເມືອງຕົ້ນເຜີ້ງ ມີ 2 ກຸ່ມ ອັນພົ້ນເດັ່ນແມ່ນ ຜູ້ປະກອບການຈາກຈີນ ປູກພືດຜັກເຮືອນຮົ່ມ ເພື່ອສະໜອງຕະຫຼາດສາມຫຼ່ຽມຄຳ ແລະ ເທດສະບານໃນເນື້ອທີ່ 16 ເຮັກຕາ ຜົນຜະລິດສະໜອງໄດ້ 54,4 ໂຕນ, ຊຸກຍູ້ບັນດາເມືອງການຜະລິດຢາງພາລາສົ່ງອອກໄດ້ 40.766 ໂຕນ ຄິດເປັນເງິນ 285,36 ຕື້ກວ່າກີບ, ສ້າງຕັ້ງສະຫະກອນຜະລິດຊາ ເກັບກູ້ຜົນຜະລິດຊາໄດ້ 7,83 ໂຕນ (ປຸງແຕ່ງສົ່ງອອກ 1,54 ໂຕນ) ແລະ ໄດ້ຊຸກຍູ້ໃຫ້ຜູ້ປະກອບການລົງທຶນປູກຫຍ້າລ້ຽງສັດປະເພດຕ່າງໆແບບເປັນຟາມໄດ້ຈຳນວນໜຶ່ງ.

อาจเป็นรูปภาพของ ตู้ป้องกันความเย็น

ໂດຍ: ໂທລະພາບແຂວງບໍ່ແກ້ວ