ອົງການກາແດງລາວຄາດຈະໄດ້ຮັບເລືອດຫລາຍກວ່າ​ 700 ຖົງໃນວັນບໍລິຈາກເລືອດໂລກ

30

ໃນວັນທີ 14 ມິຖຸນາ 2023 ທີ່ຜ່ານມາ ອົງການກາແດງແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອສະເຫລີມສະຫລອງວັນຜູ້ບໍລິຈາກເລືອດໂລກຂຶ້ນ ໂດຍມີຄະນະນໍາບັນດາກະຊວງ, ພະນັກງານ-ລັດຖະກອນ, ພະນັກງານ-ທະຫານ, ຕຳຫລວດ, ນັກຮຽນ-ນັກສຶກສາ ແລະ ມວນຊົນທົ່ວໄປໃນນະຄອນຫລວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດດ້ວຍຄວາມສະໝັກໃຈ ເພື່ອຊ່ວຍ ເຫລືອສັງຄົມ ກໍຄື ຜູ້ປ່ວຍທີ່ມີຄວາມຕ້ອງການເລືອດ ເປັນຕົ້ນ ແມ່ຍິງທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງ, ຈາກພະຍາດໄຂ້ມາຣາເລຍ (Malaria), ໄຂ້ເລືອດອອກ, ຜູ້ໄດ້ຮັບຜົນກະທົບຈາກອຸບັດເຫດພາວະສຸກເສີນ, ລວມເຖິງການຜ່າຕັດຊະນິດຕ່າງໆ ໂດຍຄາດວ່າ ການຮັບບໍລິຈາກເລືອດໃນຄັ້ງນີ້ ຈະໄດ້ຮັບເລືອດຫລາຍກວ່າ​ 700 ຖົງ.

อาจเป็นรูปภาพของ 9 คน, โรงพยาบาล และ ข้อความ

ທ່ານ ສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ຮອງປະທານ ຄະນະກໍາມະການ ສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ ໄດ້ກ່າວວ່າ: ວັນທີ 14 ມິຖຸນາ ຂອງທຸກໆປີ ແມ່ນວັນຜູ້ບໍລິຈາກເລືອດໂລກ (World Blood Donor Day) ເຊິ່ງຢູ່ປະເທດຕ່າງໆໃນທົ່ວໂລກ ກໍໄດ້ພ້ອມກັນຈັດຕັ້ງສະເຫລີມສະຫລອງ ເພື່ອເປັນການສະແດງຄວາມຂອບໃຈຕໍ່ຜູ້ບໍລິຈາກເລືອດ ດ້ວຍຄວາມສະໝັກໃຈ ເພື່ອຊ່ວຍຄົນເຈັບ ແລະ ສ້າງຄວາມສໍານຶກໃນເລື່ອງຄວາມຈໍາເປັນຂອງການບໍລິຈາກເລືອດທີ່ປະຈໍາ ແລະ ສະໝໍ່າສະເໝີ, ເຊິ່ງເລືອດທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົ່ວໂລກ ສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານຄົນ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ໃນແຕ່ລະປີ ອົງການອານາໄມໂລກ, ສະຫະພັນກາແດງ ແລະ ຊິກວົງເດືອນແດງສາກົນ ພ້ອມດ້ວຍໜ່ວຍງານສາກົນທີ່ກ່ຽວຂ້ອງອື່ນໆ ໄດ້ມີການກໍານົດຄໍາຂວັນເພື່ອສະເຫລີມສະຫລອງວັນດັ່ງກ່າວ, ທີ່ແຕກຕ່າງກັນ ແນໃສ່ປຸກລະດົມການບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ແລະ ຮັບປະກັນ ການຕອບສະໜອງເລືອດທີ່ພຽງພໍ ແລະ ປອດໄພ ໃນທົ່ວໂລກ.

อาจเป็นรูปภาพของ 7 คน, โรงพยาบาล และ ข้อความ

ສຳລັບຄໍາຂວັນປີ 2023 ນີ້ແມ່ນ “ໃຫ້ເລືອດ, ໃຫ້ປຣັດສະມາ, ໃຫ້ຊີວິດ, ສືບຕໍ່ໃຫ້ເລື້ອຍໆ” ເຊິ່ງແນວຄວາມຄິດຂອງວັນຜູ້ບໍລິຈາກເລືອດໂລກ ໃນປີ 2023   ແມ່ນການປຸກລະດົມໃຫ້ມີການບໍລິຈາກເລືອດ ເພື່ອຊ່ວຍຊີວິດຂອງຄົນເຈັບໃຫ້ປອດໄພ, ທັງເປັນການປູກຈິດສຳນຶກໃຫ້ສັງຄົມ ກໍຄື ປະຊາຊົນລາວບັນດາເຜົ່າປະກອບໃນການບໍລິຈາກເລືອດຫລາຍຂຶ້ນ ເພື່ອຫລຸດຜ່ອນອັດຕາການຕາຍ ທີ່ເກີດຈາກການຂາດເລືອດ.

ໂດຍ: ອົງການກາແດງແຫ່ງຊາດລາວ