ລົດໃຜເສຍຮີບໄປພົວພັນຮັບເອົາເດີ້ ລົດຢູ່ໂພນໂຮງ

163

ບັນຫາປະກົດການຫຍໍ້ທໍ້ໃນສັງຄົມແມ່ນເກີດຂຶ້ນຫຼາຍໃນໄລຍະຜ່ານມານີ້ ໂດຍສະເພາະບັນຫາລັກຂະໂມຍລົດຈັກ. ເຊິ່ງທີ່ຜ່ານມາໄດ້ມີຜູ້ເສຍຫາຍຈຳນວນຫຼວງຫຼາຍທີ່ຖຶກລັກລົດ ໂດຍສະເພາະຢູ່ໃນບັນດາຕົວເມືອງໃຫຍ່ ມັກມີປະກົດການແບບນີ້ເກີດຂຶ້ນເປັນປະຈຳ ເຊິ່ງບາງກໍລະນີກໍສາມາດຈັບໄດ້ແລ້ວໄດ້ລົດຄືນ ແລະ ບາງກໍລະນີກໍເສຍໄປເລີຍ!

เปิดรูปภาพ

ໃນວັນທີ 9 ມິຖຸນາ 2023 ທີ່ຜ່ານມາ ທາງກອງບັນຊາການ ປກສ ເມືອງໂພນໂຮງ ໄດ້ອອກແຈ້ງການໃຫ້ຮູ້ວ່າ: ປະຈຸບັນນີ້ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໂພນໂຮງ ໄດ້ກວດກາ ແລະ ເກັບກູ້ລົດຈັກ ຈຳນວນ 05 ຄັນ ໂດຍຜ່ານການກວດກາ ແລະ ເກັບກຳຫຼັກຖານຕົວຈິງຂອງເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງ ໂພນໂຮງ ເຫັນວ່າ : ລົດຈັກ ຈຳນວນ 05 ຄັນ ບໍ່ມີເອກະສານທີ່ຢັ້ງຢືນເຖິງຄວາມຖືກຕ້ອງຂອງລົດຈັກ ຈຳນວນດັ່ງກ່າວແຕ່ຢ່າງໃດ ພາຍຫຼັງແຈ້ງການໄປແລ້ວ ຖ້າຫາກວ່າບຸກຄົນໃດວ່າແມ່ນລົດຈັກ ຂອງຕົນເອງ ກໍ່ໃຫ້ເອົາເອກະສານ ທີ່ພົວພັນເຖິງລົດ ມາພົວພັນຢູ່ກອງບັນຊາການ ປກສ ເມືອງໂພນໂຮງ (ພະແນກຕຳຫຼວດ) ຕາມເປີໂທ 020 55535550 ໃນໂມງລັດຖະການ ກຳນົດພາຍໃນ 30 ວັນ ນັບຕັ້ງແຕ່ມື້ອອກແຈ້ງການເປັນຕົ້ນໄປຖ້າກາຍກຳນົດຖືວ່າສະຫຼະສິດ ສ່ວນລົດຈັກ ແມ່ນຈະຢຶດໄວ້ເປັນຂອງລັດ ຕາມລະບຽບກົດໝາຍ. ສ່ວນລາຍລະອຽດຂອງລົດຈັກມີຄື:

  1. ລົດ ຈັກ ທີ່ ຮອນດ້າ ສີ ແດງດຳ ເລກຈັກ HA 15 E-2042846 ເລກຖັງRP2HA1500HCO42846 ບໍ່ຕິດປ້າຍທະບຽນ.
  2. ລົດ ຈັກ ຮອນດ້າ ສີ ແດງດຳ ເລກຈັກ HA 15 E-2046952 ເລກຖັງ RP2HA1500HC046952 ບໍ່ຕິດປ້າຍທະບຽນ.
  3. ລົດ ຈັກ ຍີ່ຫໍ້ ຮອນດ້າ ສີ ຂຽວຫົວເປັດ ເລກຈັກ NF 100 E 8194488 ເລກຖັງ ( ຖືກລຶບ ) ບໍ່ຕິດປ້າຍທະບຽນ.
  4. ລົດ ຈັກ ຍີ່ຫໍ້ ຮອນດ້າ ສີ ຟ້າດຳ ( ຖືກລຶບ ) ບໍ່ຕິດປ້າຍທະບຽນ.
  5. ລົດ ຈັກ ຍີ່ຫໍ້ ຮອນດ້າ ສີ ປອນດຳ ( ຖືກລຶບ ) ບໍ່ຕິດປ້າຍທະບຽນ.

อาจเป็นรูปภาพของ ข้อความ