ພຽງແຕ່ 5 ເດືອນ ບໍລິຄຳໄຊສາມາດຈັດເກັບລາຍຮັບໄດ້ເຖິງ 660 ກວ່າຕື້ກີບ

53

ຂໍ້ມູນລາຍງານໃນໂອກາດທີ່ທ່ານ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມກັບຄະນະນໍາພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງບໍລິຄຳໄຊ ລະຫວ່າງວັນທີ 12-13 ມິຖຸນາ 2023 ທີ່ຜ່ານມາ ໃຫ້ຮູ້ວ່າ ຜົນການຈັດເກັບລາຍຮັບໃນ 5 ເດືອນຂອງປີ 2023 ບັນລຸແລ້ວ 660 ຕື້ກວ່າກີບເທົ່າກັບ 57% ຂອງແຜນທີ່ຕັ້ງໄວ້.

อาจเป็นรูปภาพของ 7 คน, แท่นบรรยาย และ ข้อความ

ໃນໂອກາດດັ່ງກ່າວ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານວ່າ ທົ່ວແຂວງບໍລິຄຳໄຊ ລວມຍອດຜະລິດ ຕະພັນພາຍໃນ (GPP) ບັນລຸໄດ້ 4.711,76 ຕື້ກີບ (ແຜນປີ 8.662,13 ຕື້ກີບ) ດ້ວຍອັດຕາການຂະຫຍາຍຕົວ 4,53% (ແຜນປີ 4,7%).  ໂດຍນັບແຕ່ຕົ້ນປີ ມາຮອດວັນທີ 8 ມິຖຸນາ 2023 ສາມາດຈັດເກັບລາຍຮັບໄດ້ທັງໝົດ 661,82 ຕື້ກີບ ເທົ່າກັບ 57,34% ຂອງແຜນການປີ, ດ້ານລາຍຈ່າຍສາມາດປະຕິບັດໄດ້ 178,02 ຕື້ກີບ, ເທົ່າກັບ 44,41% ຂອງແຜນການປີ.

ไม่มีคำอธิบาย

ໄດ້ຊຸກຍູ້ສົ່ງເສີມການຜະລິດພືດສະບຽງອາຫານ ເພື່ອທົດແທນການນໍາເຂົ້າ ສາມາດປະຕິບັດປູກເຂົ້ານາແຊງໄດ້ 1.632 ເຮັກຕາເທົ່າກັບ 86,30% ທຽບໃສ່ແຜນ ການນາແຊງ. ສະເລ່ຍການບໍລິໂພກ ຊີ້ນ, ປາ, ໄຂ່ ແລະ ອື່ນໆ ສາມາດປະຕິບັດໄດ້ 30,46 ກິໂລ/ຄົນ/6ເດືອນ ທຽບໃສ່ແຜນປີ ໄດ້ 49,93% (ແຜນປີ 61 ກິໂລ/ຄົນ/ປີ).

ไม่มีคำอธิบาย

ພ້ອມກັນນັ້ນກໍໄດ້ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຕິດພັນກັບວຽກງານ 3 ສ້າງ ເຊິ່ງໄດ້ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ມີການປັບປຸງດີຂຶ້ນເທື່ອລະກ້າວ. ປັດຈຸບັນທົ່ວແຂວງ ມີ 7 ເມືອງ, 284 ບ້ານ,  57.663 ຄອບຄົວ, ເພີ່ມຂຶ້ນ 1.947 ຄອບຄົວ, ມີພົນລະເມືອງທັງໝົດ 318.179 ຄົນ, ຍິງ 157.371 ຄົນເພີ່ມ ຂຶ້ນ 3.600 ຄົນ; ມີຄອບຄົວພົ້ນທຸກທັງໝົດ 55.414 ຄອບຄົວ, ກວມ 96,09%. ຄອບຄົວທຸກຍາກມີ 2.249 ຄອບຄົວ, ກວມ 3,9% (ຫຼຸດລົງ 1,79%), ຊ່ວຍເຫຼືອບັນເທົາທຸກຄອບຄົວອະນາຖາ 13 ຄອບຄົວ, ປະຈຸບັນຍັງມີຄອບຄົວອະນາຖາ ຈໍານວນ 102 ຄອບຄົວ.

ໂດຍ: ວິທະຍຸກະຈາຍສຽງແຫ່ງຊາດ