ຜູ້ຄ້າຂາຍອອນລາຍ ຕ້ອງຂຶ້ນທະບຽນໃຫ້ຖືກຕ້ອງ

104

ການຄ້າຂາຍຜ່ານທາງອອນລາຍ ແມ່ນໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ ເນື່ອງຈາກມີຄວາມສະດວກສະບາຍທັງຜູ້ຊື້ ແລະ ຜູ້ຂາຍ ເຊິ່ງຜູ້ຂາຍບໍ່ຈຳເປັນຕ້ອງມີໜ້າຮ້ານ ຜູ້ຊື້ກໍບໍ່ຈຳເປັນຕ້ອງເດີນທາງເພື່ອໄປຊື້ຢູ່ຮ້ານເຊັ່ນກັນ ແນໃດກໍ່ຕາມໃນທີ່ຜ່ານມາ ຜູ້ຄ້າຂາຍທາງອອນລາຍຢູ່ລາວສ່ວນຫໃຍ່ແມ່ນບໍໄດ້ຂຶ້ນທະບຽນ ເຮັດທຸລະກິດຈ່າຍອາກອນລາຍໄດ້  ດັ່ງນັ້ນ, ເພື່ອເປັນການປະຕິບັດໃຫ້ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ ໃນໄລຍະຜ່ານມາ ທາງກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການຕ່າງໆເພື່ອໃຫ້ບັນດາຜູ້ປະກອບການທີ່ເຮັດທຸລະກິດຄ້າຂາຍອອນລາຍ ມາແຈ້ງໜັງສືເພື່ອຢັ້ງຢືນການອະນຸຍາດດຳເນີນທຸລະກິດທາງເອເລັກໂຕຣນິກ ໃຫ້ຖືກຕ້ອງຕາມລະບຽບການ ແລະ ງ່າຍຕໍ່ການຄຸ້ມຄອງ.

5 กลยุทธ์การตลาดโดนใจ 'คนขายของออนไลน์' มีเงินเข้ากระเป๋าตลอดหยุดยาว

ຫຼ້າສຸດທາງກະຊວງອຸດສາຫະກຳ ແລະການຄ້າ ໄດ້ອອກແຈ້ງການເພີ່ມເຕີມເພື່ອແນະນຳກ່ຽວກັບການແຈ້ງເອກະສານຂຶ້ນທະບຽນຂໍອະນຸຍາດຄ້າຂາຍຜ່ານອອນລາຍ ໂດຍມີເນື້ອໃນຄື: ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກແຈ້ງການສະບັບເລກທີ 0991/ຫອຄ, ລົງວັນທີ 15/05/2023 ກ່ຽວກັບ ການແຈ້ງຢັ້ງ ຢືນຮັບຮູ້ ແລະ ອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ, ໂດຍມີລາຍລະອຽດລຸ່ມນີ້:

  1. ບຸກຄົນ, ນິຕິບຸກຄົນ ທີ່ມີຈຸດປະສົງດຳເນີນທຸລະກິດການຄ້າທາງເອເລັກໂຕຣນິກໃຫ້ປະກອບເອກະສານສະເໜີຕໍ່ ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ຕາມທີ່ໄດ້ກຳນົດໄວ້ໃນຄຳແນະນຳ ສະບັບເລກທີ 0479/ອຄ, ລົງວັນທີ 5/4/2023.
  2. ສໍາລັບບຸກຄົນ, ນິຕິບຸກຄົນທີ່ດຳເນີນທຸລະກິດການຄ້າທາງເອເລັກໂຕຣນິກກ່ອນແຈ້ງການສະບັບນີ້ ແມ່ນໃຫ້ຮີບຮ້ອນປະກອບເອກະສານສະເໜີຕໍ່ ກົມການຄ້າພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຂໍການຢັ້ງຢືນຮັບຮູ້ ແລະ ຂໍອະນຸຍາດດຳເນີນທຸລະກິດດັ່ງກ່າວໃຫ້ສຳເລັດພາຍໃນ 90 ວັນ ນັບແຕ່ມື້ອອກແຈ້ງການສະບັບນີ້.
  3. 3. ການຕໍ່ອາຍຸ ການດັດແກ້ເນື້ອໃນ, ການຍົກເລີກ ຫຼື ລົບລ້າງ ໃບຢັ້ງຢືນຮັບຮູ້ ຫຼື ໃບອະນຸຍາດດຳເນີນທຸລະກິດການຄ້າທາງເອເລັກໂຕຣນິກ ແມ່ນປະຕິບັດຕາມຄຳແນະນຳສະບັບເລກທີ 0479/ອຄ, ລົງວັນທີ 5/4/2023;
  4. ມອບໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດພາຍຫຼັງອອກໃບທະບຽນວິສາຫະກິດແລ້ວໃຫ້ອອກໜັງສືແນະນຳແກ່ວິສາຫະກິດທີ່ມີຈຸດປະສົງດຳເນີນທຸລະກິດການຄ້າເອເລັກໂຕຣນິກໃນຮູບແບບການໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກໃຫ້ໄປພົວພັນ ກົມການຄ້າພາຍໃນ ເພື່ອຂໍອະນຸຍາດດຳເນີນທຸລະກິດຕາມລະບຽບການ.อาจเป็นลายเส้นรูป ข้อความ