ເສດຖະກິດກຳປູເຈຍ ຄາດຈະຂະຫຍາຍຕົວ 5,6% ໃນປີນີ້

46

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍ ຖະແຫຼງວ່າ: ໃນປີ 2023 ນີ້ ຄາດວ່າເສດຖະກິດກຳປູເຈຍ ຈະຂະຫຍາຍຕົວໃນລະດັບ 5,6% ເພີ່ມຂຶ້ນຈາກ 5,2% ໃນປີ 2022 ຫຼັງຈາກກຳປູເຈຍ ໄດ້ວາງຮາກຖານຢ່າງເຂັ້ມແຂງ ໃນການຟື້ນຟູເສດຖະກິດ ຫຼັງໂຄວິດ – 19 ເຮັດໃຫ້ເສດຖະກິດຟື້ນຕົວດີຂຶ້ນ, ບວກກັບຄວາມຕ້ອງການຊົມໃຊ້ພາຍໃນເພີ່ມຂຶ້ນຢ່າງວ່ອງໄວ ຫຼັງຈາກ ສປ ຈີນ ເປີດປະເທດໃນຕົ້ນປີນີ້.

ໃນຂະນະທີ່ຂໍ້ຕົກລົງຫຸ້ນສ່ວນທາງເສດຖະກິດລະດັບພາກພື້ນ ( RCEP ), ຂໍ້ຕົກລົງການຄ້າເສລີ ກຳປູເຈຍ – ສປ ຈີນ ແລະ ຂໍ້ຕົກລົງການຄ້າເສລີ ກຳປູເຈຍ – ສ.ເກົາຫຼີ ທັງໝົດນີ້ມີຄວາມສຳຄັນໃນການຂັບເຄື່ອນເສດຖະກິດຂອງກຳປູເຈຍ ໃຫ້ເຂັ້ມແຂງຍິ່ງຂຶ້ນ.