ແຂວງບໍ່ແກ້ວ ສໍາເລັດການແຂ່ງຂັນ ລາວລີກ 2 ແຊັມຕົກເປັນຂອງ ປກຊ ແຂວງ

59

ແຂວງບໍ່ແກ້ວ ສຳເລັດການແຂ່ງຂັນບານເຕະ ລາວລີກ 2 ຢ່າງເປັນທາງການ ເມື່ອທ້າຍອາທິດ ທີ່ຜ່ານມາ ເຊິ່ງເປັນ 1 ໃນແຜນທີ່ ສະຫະພັນບານເຕະແຫ່ງຊາດລາວ ໃຫ້ແຕ່ລະແຂວງຈັດ ເພື່ອຫາຕົວແທນລຸ້ນມາເພລອ໊ອຟ ເພື່ອລຸ້ນຂຶ້ນລາວລີກ 1 ຂະນະທີ່ ຊະນະເລີດຕົກເປັນຂອງ ສະໂມສອນ ປກຊ ແຂວງ ເຊິ່ງມີຄະແນນເທົ່າກັບ ສະໂມສອນ ໂຊກໂຊ ແຕ່ວັດກັນທີ່ ເຮດທູເຮດ.

ແຂວງບໍ່ແກ້ວ ໄດ້ດຳເນີນການແຂ່ງຂັນບານເຕະ ລາວລີກ 2ມາແຕ່ ວັນທີ 13 ມີນາ 2023 ໂດຍມີທັງໝົດ 6 ທີມ ເຂົ້າຮ່ວມປະກອບມີ: ສະໂມສອນ ປກສ ແຂວງ, ສະໂມສອນ ປກຊ ແຂວງ, ສະໂມສອນ ໂຊກໄຊ, ສະໂມສອນ ເອກະລັກ, ສະໂມສອນ ບ້ານອຸດົມ ແລະ ສະໂມສອນ ເພັດອາລຸນ.

ຫຼ້າສຸດ ວັນອາທິດທີ 11 ມິຖຸນາ 2023 ໄດ້ມີພິທີປິດການແຂ່ງຂັນ ແລະ ການແຂ່ງຂັນນັດສຸດທ້າຍ ທີ່ສະໜາມກີລາ ມສ ຊົນເຜົ່າ ເປັນການພົບກັນລະຫວ່າງ ປກຊ ແຂວງ ພົບ ປກສ ແຂວງ ຜົນປະກົດວ່າ ປກຊ ແຂວງ ສະເໝີກັບ ປກສ ແຂວງ 2-2 ຈາກຜົນດັ່ງກ່າວເຮັດໃຫ້ ສະໂມສອນ ປກຊ ແຂວງ ລົງສະໜາມ 10 ນັດ ຊະນະ 7 ນັດ ສະເຫມີ 2 ນັດ ເສຍ 1 ນັດ ມີ 23 ຄະແນນ ເທົ່າກັນກັບ ສະໂມສອນ ໂຊກໄຊ ແຕ ທີ່ມີຄະແນນອັນດັບ 2 ເທົ່າກັນ ແຕ່ວັດກັນທີ່ ເຮດທູເຮດ ເຊິ່ງຜົນການພົບກັນ ປກຊ ແຂວງແມ່ນເຮັດໄດ້ດີກ່ອນຄືນັດທຳອິດ ສະເໝີ 1-1 ແລະ ນັດທີ 2 ປກຊ ແຂວງ ເອົາຊະນະ 1-0, ຈຶ່ງເຮັດໃຫ້ ປກຊ ແຂວງ ຄວ້າແຊັມໄປຄອງໄດ້ຮັບຂັນ ແລະ ຫຼຽນ ພ້ອມເງິນລາງວັນ 5 ລ້ານກີບ.

ອັນດັບ 2 ແມ່ນສະໂມສອນ ໂຊກໄຊ ໄດ້ຮັບຫຼຽນ ແລະ ເງິນລາງວັນ 4 ລ້ານກີບ, ອັນດັບ 3 ສະໂມສອນ ປກສ ແຂວງ ໄດ້ຮັບຫຼຽນ ແລະ ເງິນລາງວັນ 3 ລ້ານກີບ, ອັນດັບ 4 ສະໂມສອນ ເພັດອາລຸນ, ອັນດັບ 5 ສະໂມສອນ ແລະ ອັນດັບ 6 ສະໂມສອນ ບ້ານອຸດົມ.

ສໍາລັບ ການແຂ່ງຂັນລາວລີກ 2 ແມ່ນຢູ່ໃນແຜນຍຸດທະສາດຂອງ ສະຫະພັນບານເຕະແຫ່ງຊາດລາວ ເພື່ອໃຫ້ແຕ່ລະແຂວງໄດ້ມີການແຂ່ງຂັນ ແລະ ປັ້ນນັກກີລາສູ່ທີມຊາດລາວ ໃນອະນາຄົດ, ເຊິ່ງ ສະຫະພັນບານເຕະແຫ່ງຊາດລາວ ໄດ້ໃຫ້ການສະໜັບສະຫນູນງົບປະມານໃຫ້ແຕ່ລະແຂວງທັງໝົດ 120ລ້ານກີບ ແບ່ງເປັນໃນນັ້ນໃຫ້ຈັດການແຂ່ງຂັນ ລາວລີກ 2 ເປັນຈຳນວນເງິນ 60 ລ້ານກີບ, ການແຂ່ງຂັນລະດັບມັດທະຍົມຕົ້ນ (ຊາຍ-ຍິງ) 30 ລ້ານກີບ ແລະ ລະດັບມັດທະຍົມປາຍ (ຊາຍ-ຍິງ) 30 ລ້ານ.