ທຳລາຍນ້ຳມັນເຄື່ອງປອມ ມູນຄ່າກວ່າ 500 ລ້ານ

56

ເອີ້ນວ່າ ຂອງປອມຂອງລອກຮຽນແບບຢູ່ກັນອ້ອມຂ້າງອອມແອວ ຕ້ອງໄດ້ສັງເກດ ແລະລະວັດລະວັງໃນການນຳໃຊ້ ຈັບຈ່າຍໃຊ້ສອຍ ທີ່ສຳຄັນຕ້ອງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່.

อาจเป็นรูปภาพของ 10 คน และ ข้อความ

ໃນວັນທີ 10 ມິຖຸນາ 2023 ທີ່ຜ່ານມານີ້, ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ໄດ້ທຳລາຍນໍ້າມັນເຄື່ອງປອມ 6.000 ກວ່າຕຸກ ຢູ່ຫຼັກ 33 ເມືອງໄຊທານີ ນະຄອນຫຼວງວຽງຈັນ. ເຊິ່ງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ໄດ້ລົງເຄື່ອນໄຫວຕິດຕາມກວດກາເປົ້າໝາຍການນຳເຂົ້າ ແລະ ຈຳໜ່າຍສິນຄ້າປອມແປງ, ລອກຮຽນແບບ, ລະເມີດເຄື່ອງໝາຍການຄ້າສິນຄ້າ ປະເພດນໍ້າມັນເຄື່ອງ ແລະ ນໍ້າມັນເກຍ ຍີ່ຫໍ້ ກາຊ້າງ ຂອງບໍລິສັດ ຄູໂບຕ້າ ກໍເປີເຣຊັ່ນ ຈຳກັດ ຢູ່ແຂວງຈຳປາສັກ.

อาจเป็นรูปภาพของ ไฟแช็ก และ ข้อความ

ໂດຍຜ່ານການກວດກາຕົວຈິງ ພົບເຫັນສິນຄ້າທີ່ປອມແປງ, ລອກຮຽນແບບ ລະເມີດເຄື່ອງໝາຍການຄ້າ ປະເພດນໍ້າມັນເຄື່ອງ ແລະ ນໍ້າມັນເກຍ ຍີ່ຫໍ້ ກາຊ້າງຈຳນວນທັງໝົດ ຈຳນວນ 6.864 ຕຸກ ລວມມູນຄ່າ 574.860.000 ກີບ ຈາກການກວດພົບດັ່ງກ່າວຈິ່ງໄດ້ຢຶດ ແລະ ນຳມາທໍາລາຍຕາມລະບຽບການໃນວັນທີ 10 ມິຖຸນາ ທີ່ຜ່ານມານີ້.

อาจเป็นรูปภาพของ 4 คน, ลำโพง และ เครื่องทำน้ำอุ่น