ທັກສະທີ່ຈຳເປັນໃນການເຮັດວຽກແບບມືອາຊີບ

51

ການແຂ່ງຂັນໃນໂລກທຸລະກິດນັ້ນ ຍິ່ງຢູ່ໃນອົງກອນໃຫຍ່ການແຂ່ງຂັນຍິ່ງສູງຫຼາຍຂຶ້ນ ໃຜທີ່ຢາກໄດ້ວຽກດີໃນບໍລິສັດ ໃຫຍ່ໆກໍຕ້ອງໄດ້ສຶກສາຄົ້ນ ຄວ້າໃຫ້ຫຼາຍ ແລະ ໝັ່ນພັດທະນາຕົນເອງຢູ່ສະເໝີ.
ມື້ນີ້ຈະມາແນະນຳທັກສະທີ່ຈຳເປັນໃນການເຮັດວຽກ ເຊິ່ງນອກຈາກຄວາມຮູ້ວິຊາສະເພາະທີ່ຮຽນມາ ທັກສະເຫຼົ່ານີ້ນັບວ່າສຳຄັນຫຼາຍ ເຊິ່ງຈະເຮັດໃຫ້ການເຮັດວຽກຂອງທ່ານເປັນແບບມືອາຊີບ ທັງຈະຊ່ວຍເສີມສ້າງຄວາມກ້າວໜ້າໃນໜ້າທີ່ການງານໃຫ້ກັບທ່ານນຳອີກ.

1. ຟັງໃຫ້ເຂົ້າໃຈ.
ທັກສະໃນການຟັງທີ່ດີ ຈະຊ່ວຍໃຫ້ເຮົາເຮັດວຽກໄດ້ຢ່າງມີປະສິດທິພາບ ຊ່ວຍໃຫ້ເຮົາເຮັດວຽກຮ່ວມກັບຜູ້ອື່ນໄດ້ດີ, ຟັງຫົວໜ້າສັ່ງວຽກໃຫ້ເຂົ້າໃຈ, ເວົ້າກັບເພື່ອນຮ່ວມງານຮູ້ເລື່ອງ, ເວົ້າກັບລູກຄ້າລາບລື່ນ ເມື່ອຟັງເຂົ້າໃຈກໍສາມາດຕອບຄຳຖາມໄດ້ຢ່າງຖືກຕ້ອງ ລວມທັງສາມາດຄິດແກ້ບັນຫາໄດ້ຢ່າງເໝາະສົມ. ທັກສະນີ້ຈຳເປັນຢ່າງຍິ່ງສຳລັບການເຮັດວຽກເປັນທີມງານ ທີ່ຄົນໃນທີມຈະຕ້ອງຟັງກັນໃຫ້ເຂົ້າໃຈໃນວັດຖຸປະສົງເປົ້າໝາຍ ແລະ ວິທີການເຮັດວຽກຂອງທີມ.

2. ຂຽນໃຫ້ຊັດເຈນ.
ບໍ່ວ່າວຽກຂອງເຮົາຈະກຳນົດໃຫ້ເຮົາຕ້ອງໃຊ້ທັກສະການຂຽນໃນຮູບແບບໃດ? ຂໍພຽງຈົດບັນທຶກຂໍ້ຄວາມສັ້ນໆ ຫຼື ການຂຽນລາຍງານເຕັມຮູບແບບ ເພາະຫົວໃຈຂອງການຂຽນກໍຄືການສື່ສານໃຫ້ມີປະສິດທິພາບສາມາດສົ່ງສານໄປຍັງຜູ້ຮັບ ຫຼື ຜູ້ອ່ານໄດ້ຢ່າງຄົບຖ້ວນຊັດເຈນ ກ່ອນຈະຂຽນຈຶ່ງຄວນຈັດລຳດັບ ຄວາມສຳຄັນຂອງປະເດັນຕ່າງໆທີ່ເຮົາຕ້ອງການຈະບອກເລື່ອງໃດສຳຄັນ ແລະ ເລັ່ງດ່ວນໃຫ້ເອົາຂຶ້ນກ່ອນ; ອີກທັງຍັງຕ້ອງຮູ້ຈັກການສະຫຼຸບໃຈຄວາມສຳຄັນ ລວມເຖິງການອະທິບາຍລາຍລະອຽດປີກຍ່ອຍໃນປະເດັນຕ່າງໆເປັນຂໍ້ໆ ເຊິ່ງຈະເຮັດໃຫ້ຜູ້ອ່ານສາມາດທຳຄວາມເຂົ້າໃຈກັບຂໍ້ມູນທີ່ໄດ້ຮັບງ່າຍຂຶ້ນ.


3. ນຳໃຊ້ເຕັກໂນໂລຊີ
ຄວາມຮູ້ພື້ນຖານດ້ານຄອມພິວເຕີ ເຊັ່ນ: Word, Excel, PowerPoint, Outlook ບໍ່ໄດ້ຊ່ວຍໃຫ້ເຮົາສາມາດແຂ່ງຂັນກັບຜູ້ອື່ນໄດ້ ຕ້ອງຮູ້ຈັກນຳໃຊ້ ໂປຣແກຣມໃໝ່ໆ ຫຼື ການໃຊ້ງານໃນລະດັບທີ່ສູງຂຶ້ນ, ຮູ້ເລິກຂຶ້ນຈຶ່ງຈະຊ່ວຍໃຫ້ເຮົາເຮັດວຽກໄດ້ສະດວກວ່ອງໄວ ແລະ ເປັນມືອາຊີບ. ນອກຈາກນີ້, ການຮູ້ເລິກເຊິ່ງໃນໂປຣແກຣມສະເພາະຂອງແຕ່ລະສາຍງານກໍຈຳເປັນຢ່າງຍິ່ງສຳລັບຄົນທີ່ເຮັດວຽກໃນສາຍງານນັ້ນໆອີກດ້ວຍ.

4. ຈັດການກັບບັນຫາໄດ້
ເມື່ອເຖິງໄລຍະເວລາຈຳເປັນທີ່ຕ້ອງຕັດສິນໃຈກັບບັນຫາ ເຊິ່ງຄົນທີ່ສາມາດປະເມີນສະຖານະການ ຫຼື ເຂົ້າໃຈບັນຫາໄດ້ໄວ, ຄິດແກ້ບັນຫາໄດ້ຢ່າງເດັດຂາດ ແລະ ທັນເວລາ ຈະເປັນຜູ້ທີ່ໂດດເດັ່ນກວ່າຄົນອື່ນໆ ດັ່ງຄຳກ່າວທີ່ວ່າ “ ສະຖານະການສ້າງວິລະບຸລຸດ ” ຖ້າເຮົາຝຶກຝົນທັກສະການແກ້ບັນຫາຢູ່ຕະຫຼອດ ເຮົາກໍຈະເປັນຄົນຄິດໄວ, ຖີ່ຖ້ວນ, ຮອບດ້ານ ສາມາດຄິດແກ້ບັນຫາໄດ້ຢ່າງເໝາະສົມທັນເວລາ.

5. ຈັດສັນເວລາຢ່າງເໝາະສົມ
ເມື່ອເຮົາຕ້ອງເຮັດວຽກຫຼາຍໆຢ່າງໃນເວລາດຽວກັນ ການຈັດສັນເວລາຢ່າງເໝາະສົມ ຈະເຮັດໃຫ້ເຮົາຜ່ານພົ້ນໄລຍະເວລາທີ່ວຸ່ນວາຍແລ້ວຮູ້ສຶກວ່າວຽກລົ້ນມືໄດ້ຢ່າງບໍ່ຍາກ; ການຈັດສັນເວລາສາມາດເຮັດໄດ້ໂດຍການຈັດລຳດັບຄວາມສຳຄັນຂອງສິ່ງທີ່ຈະຕ້ອງການເຮັດ, ອັນໃດຄວນເຮັດກ່ອນ, ອັນໃດຄວນເຮັດຕາມຫຼັງ ຫຼື ອັນໃດສາມາດມອບໝາຍໃຫ້ຄົນອື່ນເຮັດໄດ້ ເຊິ່ງການຈັດລະບຽບຈະຊ່ວຍໃຫ້ເຮົາບໍ່ເສຍເວລາໃນວຽກທີ່ບໍ່ຈຳເປັນ ແລ້ວເອົາເວລາມາສຸມໃສ່ວຽກທີ່ສຳຄັນ ເຮັດໃຫ້ຜົນງານອອກມາດີ.