ໂຮງຮຽນປະຖົມສົມບູນນາໄຮ່ດຽວ ຢຶດໝັ້ນຈັນຍາບັນ “ ສັດຊື່ບໍລິສຸດ ຮັກອາຊີບ ຮັກແພງຜູ້ຮຽນ ເປັນແບບຢ່າງນໍາໜ້າ ພັດທະນາຕົນເອງ ”

49

ໂຮງຮຽນປະຖົມສົມບູນນາໄຮ່ດຽວ ເປັນໂຮງຮຽນແຫ່ງໜຶ່ງຂອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທີ່ມີຄວາມມຸ່ງໝັ້ນໃນການປະຕິບັດການຮຽນ – ການສອນຕາມຈັນຍາບັນຂອງໂຮງຮຽນວາງອອກຢ່າງມີປະສິດທິພາບຕະຫຼອດມາ ຄື: “ ສັດຊື່ບໍລິສຸດ ຮັກອາຊີບ ຮັກແພງຜູ້ຮຽນ ເປັນແບບຢ່າງນໍາໜ້າ ພັດທະນາຕົນເອງ ”.

ອາຈານ ດວງປີ ໄຊຍະວົງ ຮອງຜູ້ອໍານວຍການໂຮງຮຽນປະຖົມນາໄຮ່ດຽວ ໃຫ້ສໍາພາດວ່າ: ໂຮງຮຽນນາໄຮ່ດຽວ ສ້າງຕັ້ງຂຶ້ນໃນປີ 1953 ກ່ອນຈະມາເປັນໂຮງຮຽນປະຖົມນາໄຮ່ດຽວບໍລິເວນນີ້ຈະເປັນນາກວ້າງພຽງໄຮ່ດຽວ. ປັດຈຸບັນມີຄູສອນທັງໝົດ 16 ທ່ານ ( ຍິງ 14 ທ່ານ ), ມີອາສາສະໝັກ 4 ທ່ານ ( ຍິງ 3 ທ່ານ ), ມີນັກຮຽນທັງໝົດ 579 ຄົນ ( ຍິງ 270 ຄົນ ), ມີຊັ້ນຮຽນ 16 ຫ້ອງ, ມີຫ້ອງ 2 ພາສາ 6 ຫ້ອງ ( ຮຽນພາສາຝຣັ່ງ – ລາວຄຽງຄູ່ກັນໄປ ) ເປັນຫ້ອງສໍາລັບນັກຮຽນແຕ່ ປ 3 ຂຶ້ນໄປ ( ສໍາລັບຫ້ອງສອງພາສາໃນຊັ້ນປະຖົມຢູ່ລາວ ມີ 3 ແຫ່ງ ຄື: ຢູ່ຫຼວງພະບາງ, ຈໍາປາສັກ ແລະ ນະຄອນຫຼວງ ຢູ່ນະຄອນຫຼວງມີ 2 ແຫ່ງ ຄືໂຮງຮຽນປະຖົມນາໄຮ່ດຽວ ແລະ ໂຮງຮຽນປະຖົມຢູ່ໂສກປ່າຫຼວງ ).

ນອກຈາກນັ້ນ, ນັກຮຽນຄົນໃດທີ່ຮຽນເກັ່ງເມື່ອຮຽນຮອດ ປ 2 ກໍຈະມີການສອບເສັງເພື່ອຄັດເລືອກນັກຮຽນເກັ່ງເພື່ອໄປຮຽນຕໍ່ ປ 3 ຢູ່ຫ້ອງວີແລັງ ( ຫ້ອງສໍາລັບນັກຮຽນເກັ່ງ ) ເມື່ອຮຽນຈົບຊັ້ນ ປ 5 ຢູ່ໂຮງຮຽນນາໄຮ່ດຽວ ທາງໂຮງຮຽນກໍຈະສົ່ງໄປຮຽນຕໍ່ຢູ່ໂຮງຮຽນ ມສ ວຽງຈັນ ແລະ ເມື່ອຈົບຈາກໂຮງຮຽນ ມສ ວຽງຈັນ ກໍຈະມີການສອບເສັງເອົາທຶນເພື່ອໄປຮຽນຕໍ່ປະເທດຝຣັ່ງ.
ທາງໂຮງຮຽນມີການຈັດຕັ້ງການຮຽນ – ການສອນ ຄື: ປະຕິບັດຕາມແຜນການສອນທີ່ທາງກະຊວງສຶກສາທິການ ແລະ ກີລາວາງອອກ ແລ້ວນໍາມາແຕ່ງເປັນບົດສອນຈາກ 5 ວິຊາຫຼັກ ຄື: ພາສາລາວ, ຄະນິດສາດ, ຄຸນສົມບັດ, ວິທະຍາສາດ ແລະ

ສິ່ງແວດລ້ອມ, ສັງຄົມສຶກສາ ແລະ ເພີ່ມອີກຄື ພາສາອັງກິດ. ນອກຈາກການຮຽນ – ການສອນຕາມຫຼັກສູດແລ້ວ ທາງໂຮງຮຽນຍັງເພີ່ມຫຼັກສູດໃໝ່ອີກ ໂດຍສະເພາະແມ່ນຫຼັກສູດປັບປຸງໃໝ່ສໍາລັບຊັ້ນປະຖົມປີທີ 5 ຈໍານວນ 3 ວິຊາ; ຫຼັກສູດໃໝ່ນີ້ຄູສອນໄດ້ຝຶກອົບຮົມມາກ່ອນໄລຍະໜຶ່ງແລ້ວ ເມື່ອທົດລອງນໍາໃຊ້ຜ່ານມາເຫັນວ່ານັກຮຽນກໍໃຫ້ຄວາມຮ່ວມມື; ນອກຈາກນັ້ນທາງໂຮງຮຽນກໍໄດ້ເພີ່ມຫຼັກສູດໃໝ່ຫຼາຍຢ່າງ ຄື: ສອນເພີ່ມທັກສະການປະຢັດ, ສ້າງກິດຈະກໍານອກຫຼັກສູດທີ່ກ່ຽວຂ້ອງກັບຊີວິດປະຈໍາວັນເປັນຕົ້ນແມ່ນການທໍາຄວາມສະອາດຕົນເອງ.

ຜ່ານມາທາງໂຮງຮຽນໄດ້ສົ່ງນ້ອງນັກຮຽນ ເພື່ອເຂົ້າສອບເສັງນັກຮຽນເກັ່ງຫຼາຍຄົນ ແລະ ກໍສາມາດສ້າງຜົນງານມາໃຫ້ໂຮງຮຽນ ທັງໃນດ້ານການຮຽນ ແລະ ວຽກງານນອກຫຼັກສູດ ເຊັ່ນ: ການແຂ່ງຂັນສິລະປະວັນນະຄະດີ ແລະ ກີລາ ເຊັ່ນ: ກະຕໍ້. ຫຼ້າສຸດໃນສົກປີ 2022 – 2023 ສາມາດສອບເສັງນັກຮຽນເກັ່ງຂັ້ນເມືອງ ໄດ້ອັນດັບສອງ ແລະ ໃນສົກປີ 2016 – 2017 ຖືກຍົກໃຫ້ເປັນໂຮງຮຽນຕົວແບບຂຽວສະອາດ ແລະ ມີຄຸນນະພາບ, ປີ 2022 – 2023 ໄດ້ຮັບປ້າຍ ແລະ ໃບຢັ້ງຢືນໂຮງຮຽນປອດສິ່ງເສບຕິດ.
ສໍາລັບນັກຮຽນເກັ່ງທາງໂຮງຮຽນຈະມອບໃບຍ້ອງຍໍໃຫ້ທັງນັກຮຽນ ແລະ ຄູສອນ; ນັກຮຽນທຸກຍາກ ທາງໂຮງຮຽນກໍມີນະໂຍບາຍຊ່ວຍເຫຼືອຄ່າໃຊ້ຈ່າຍໃນການຮຽນຈົນໝົດປີ; ສໍາລັບນັກຮຽນທີ່ຮັບຮູ້ຊ້າທາງໂຮງຮຽນກໍຈະໃສ່ໃຈເປັນພິເສດ ໂດຍການຍ້າຍໃຫ້ມານັ່ງທາງໜ້າປົນກັບນັກຮຽນເກັ່ງ ແລະ ຫຼັງຈາກເລີກຮຽນ 4 – 5 ໂມງ ກໍຈະມີການສອນເພີ່ມ, ອະທິບາຍ ແລະ ໃຫ້ກໍາລັງໃຈເຕັມທີ່ເພື່ອໃຫ້ນັກຮຽນໄດ້ພັດທະນາຄວາມຮູ້ໃຫ້ທຽບເທົ່າກັບຄົນອື່ນໆ.

ການຄັດເລືອກຄູທີ່ຈະມາສອນນີ້ ທາງໂຮງຮຽນໄດ້ເບິ່ງຈາກການເອົາໃຈໃສ່ໃນການຝິຶກສອນນັກຮຽນ, ການຂຶ້ນໂມງສອນ, ການປະຕິບັດວຽກງານນອກຫຼັກສູດ. ເປົ້າໝາຍຂອງໂຮງຮຽນກໍຄືການສ້າງໃຫ້ເປັນໂຮງຮຽນຕົວແບບ, ມີຄຸນນະພາບ, ຂຽວສະອາດ ແລະ ປອດສິ່ງເສບຕິດ ແລະ ຈັນຍາບັນອັນສໍາຄັນຂອງໂຮງຮຽນກໍຄື “ ສັດຊື່ບໍລິສຸດ ຮັກອາຊີບ ຮັກແພງຜູ້ຮຽນ ເປັນແບບຢ່າງນໍາໜ້າ ພັດທະນາຕົນເອງ”