ການສົ່ງອອກຂອງການາດາ ເພີ່ມຂຶ້ນເປັນປະຫວັດການ

38

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ຕາມສະຖິຕິຂອງການາດາເປີດເຜີຍວ່າ ການສົ່ງອອກຂອງການາດາ ໃນເດືອນເມສາຜ່ານມາ ໄດ້ເພີ່ມຂຶ້ນ 2,5% ເຊິ່ງເປັນປະລິມານທີ່ສູງເປັນປະຫວັດການ, ໃນຂະນະທີ່ການນໍາເຂົ້າຫຼຸດລົງ 0,2% ເນື່ອງຈາກການຜະລິດພະລັງງານຫຼຸດລົງ ເຮັດໃຫ້ເກີນດຸນການຄ້າເພີ່ມຂຶ້ນ 1,94 ຕື້ໂດລາ ເຊິ່ງຫຼາຍກວ່າທີ່ນັກວິເຄາະຄາດການໄວ້ເຖິງ 2 ເທົ່າ.

The Globe and Mail ລະບຸວ່າ: ເສດຖະກິດຂອງການາດາ ສ່ວນໃຫຍ່ແມ່ນໄດ້ດີກວ່າທີ່ຄາດການໄວ້ ເຖິງວ່າທະນາຄານກາງ ການາດາ ຈະປັບຂຶ້ນອັດຕາດອກເບ້ຍໃນອັດຕາທີ່ສູງເປັນປະຫວັດການ ລະຫວ່າງ ເດືອນມີນາ 2022 ເຖິງເດືອນມັງກອນ 2023.

ຂະນະດຽວກັນ, ທະນາຄານແຫ່ງປະເທດການາດາ ຫາກໍຕັດສິນໃຈປັບຂຶ້ນອັດຕາດອກເບ້ຍພື້ນຖານ ( ອັດຕາດອກເບ້ຍນະໂຍບາຍ ) ຂຶ້ນເປັນ 4,75% ເຊິ່ງເປັນລະດັບສູງສຸດໃນຮອບ 22 ປີ ເນື່ອງຈາກຄວາມກັງວົນອັດຕາເງິນເຟີ້ອາດຢູ່ເໜືອເປົ້າໝາຍ, ໃນທ່າມກາງການເຕີບໂຕທາງເສດຖະກິດທີ່ແຂງແຮງຂຶ້ນຢ່າງຕໍ່ເນື່ອງ.

ນັກເສດຖະສາດຈາກສຳນັກງານພັດທະນາການສົ່ງອອກຂອງການາດາ ກ່າວວ່າ: ຂໍ້ມູນສຳລັບເດືອນເມສາ 2023 ແມ່ນເປັນສັນຍານທີ່ດີ ແຕ່ກໍໄດ້ເຕືອນວ່າລະດັບການສົ່ງອອກອາດຈະບໍ່ແນ່ນອນໃນເດືອນຕໍ່ໆໄປ.

ລາຍງານລະບຸວ່າ: ການສົ່ງອອກຂອງການາດາແຂງແກ່ນຂຶ້ນ ໂດຍໄດ້ຮັບແຮງໜຸນຈາກຜະລິດຕະພັນແຮ່ໂລຫະ ແລະ ອະໂລຫະ ລວມເຖິງຜະລິດຕະພັນພະລັງງານ ເຊິ່ງປະລິມານການສົ່ງອອກເພີ່ມຂຶ້ນ 2,8% ເກີນລະດັບກ່ອນການລະບາດຂອງໂຄວິດ – 19.

ລາຍງານຍັງໃຫ້ຮູ້ວ່າ: ເດືອນເມສາ 2023 ຜ່ານມາ ການາດາ ມີອັດຕາເງິນເຟີ້ 4,4% ຫຼາຍກວ່າເປົ້າໝາຍທີ່ຄາດໄວ້ 2% ທີ່ທະນາຄານກາງຄາດການໄວ້.