ສ້າງປ້ອມຜາສະຫງົບ ຢູ່ໄຊສົມບູນ ມູນຄ່າ 1,1 ກວ່າຕື້ກີບ

91

ໃນວັນທີ 6 ມີຖຸນາ 2023 ທີ່ຜ່ານມາ ທີ່ບ້ານຜາສະຫງົບ ເມືອງອະນຸວົງ ແຂວງໄຊສົມບູນ, ທ່ານ ພົຈວ ບົວພັນ ອິນທະປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ພ້ອມດ້ວຍຄະນະໄດ້ລົງຕິດຕາມກວດກາໂຄງການກໍ່ສ້າງປ້ອມປະຈຳການ 24 ຊົ່ວໂມງ.

อาจเป็นรูปภาพของ 5 คน

 

ໂດຍໂຄງການກໍ່ສ້າງປ້ອມຜາສະຫງົບ ຕັ້ງຢູ່ບ້ານຜາສະຫງົບ ເມືອງອະນຸວົງ ແຂວງໄຊສົມບູນ, ເຊິ່ງແມ່ນບໍລິສັດພູນສີອະນຸລັກກໍ່ສ້າງຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ປະກອບມີຫ້ອງການ ແລະ ຫ້ອງພັກພະນັກງານເປັນອາຄານເບຕົງເສີມເຫຼັກ 1 ຫຼັງ, ມີ 1 ຊັ້ນ, ຂະໜາດ 6 x 12 ແມັດ, ມີ 2 ຫ້ອງ, ເຮືອນຄົວ ແລະ ຫ້ອງນ້ຳ 1 ຫຼັງ ຂະໜາດ 4 x 8 ແມັດ, ປ້ອມຍາມຂະໜາດ 2,5 x 2,5 ແມັດ ມີ 1 ຫຼັງ, ພ້ອມທັງຖົມດິນປັບເດີ່ນ, ສ້າງກຳແພງອ້ອມ ແລະ ກັນເຈື່ອນ. ເຊິ່ງໂຄງການດັ່ງກ່າວນີ້ມີມູນຄ່າການກໍ່ສ້າງທັງໝົດ 1.105.000.000 ກີບ.

อาจเป็นรูปภาพของ 6 คน

ແລະມາຮອດປັດຈຸບັນແມ່ນສ້າງສຳສຳເລັດ 74,35%,  ເຮືອນຄົວ ແລະ ຫ້ອງນ້ຳສຳເລັດ 74,22%, ປ້ອມຍາມສຳເລັດ 55,61%, ຖົມດິນປັບເດີ່ນສຳເລັດ 100%, ໄຟາຟ້າ ແລະ ນ້ຳໃຊ້ສຳເລັດ 26,57%, ກັນເຈື່ອນ ແລະ ກຳແພງອ້ອມສຳເລັດ 98,81% ສັງລວມໂຄງການທັງໝົດສຳເລັດ 80,76%.

อาจเป็นรูปภาพของ 8 คน

ໂດຍ: ວາລະສານປ້ອງກັນຄວາມສະຫງົບ