ນະຄອນໂຮ່ຈິມິນ ສົ່ງອອກສິນຄ້າໄປ ອິຕາລີ ຫຼາຍກວ່າ 400 ລ້ານໂດລາ

70

ເວັບໄຊສຳນັກຂ່າວ vneconomy.vn ລາຍງານວ່າ: ຜູ້ປະກອບການໃນນະຄອນຫຼວງໂຮ່ຈິມິນ ໄດ້ສົ່ງອອກສິນຄ້າໄປຍັງປະເທດ ອິຕາລີ ຫຼາຍກວ່າ 400 ລ້ານໂດລາ, ຖ້ານັບລວມການຄ້າລະຫວ່າງຫວຽດນາມ – ອິຕາລີ ສູງເຖິງ 6 ຕື້ໂດລາ ໃນປີ 2022.

ສະເພາະການຄ້າລະຫວ່າງ ອິຕາລີ ກັບ ນະຄອນໂຮ່ຈິມິນຂອງຫວຽດນາມ ມີ 780 ລ້ານໂດລາ ເຊິ່ງໃນນີ້ມູນຄ່າການສົ່ງອອກໄປ ອິຕາລີ ແມ່ນ 404 ລ້ານໂດລາ.

ປັດຈຸບັນ, ຫວຽດນາມ ເປັນຄູ່ຄ້າລາຍໃຫຍ່ທີ່ສຸດຂອງ ອິຕາລີ ໃນອາຊຽນ ເຊິ່ງໃນປີຜ່ານມາ ມູນຄ່າການຄ້າສອງຝ່າຍເພີ່ມຂຶ້ນເກືອບ 2 ເທົ່າ ຈາກ 3,5 ຕື້ໂດລາ ມາເປັນ 6 ຕື້ໂດລາໃນປີ 2022.

ຂະນະດຽວກັນ, ໃນປີຜ່ານມາ ມູນຄ່າການຄ້າທີ່ ອີຕາລີ ສົ່ງອອກມາຫວຽດນາມ ແມ່ນຢູ່ທີ່ 376 ລ້ານໂດລາ.