ພະຍາດທີ່ອາດຕາມມາ ເມື່ອໄຂ່ຫຼັງເຮັດວຽກຜິດປົກກະຕິ

36

ເມື່ອໄຂ່ຫຼັງເຮັດວຽກຜິດປົກກະຕິ ນອກຈາກຈະເກີດອາການກ່ຽວກັບໄຂ່ຫຼັງແລ້ວ ພະຍາດນີ້ຍັງສາມາດເຮັດໃຫ້ເກີດພະຍາດອື່ນຕາມມາອີກ.
1. ພາວະໄຂ່ຫຼັງຊຸດໂຊມ
ແມ່ນພາວະທີ່ໄຂ່ຫຼັງສູນເສຍຄວາມສາມາດໃນການກັ່ນຕອງສິ່ງເສດເຫຼືອອອກຈາກເລືອດ ຈົນບໍ່ສາມາດຂັບສິ່ງເສດເຫຼືອອອກຈາກຮ່າງກາຍໄດ້ ເຮັດໃຫ້ມີຂອງເສຍຕົກຄ້າງໃນຮ່າງກາຍ ອີກຍັງເຮັດໃຫ້ ລະດັບນ້ຳ, ເກືອແຮ່ ແລະ ທາດຕ່າງໆໃນຮ່າງກາຍເກີດຄວາມບໍ່ສົມດຸນກັນ ເຮັດໃຫ້ລະບົບການເຮັດວຽກພາຍໃນຮ່າງກາຍເກີດຄວາມຜິດປົກກະຕິ ແລະ ເປັນອັນຕະລາຍແກ່ຊີວິດ.

2. ນ້ຳຖ້ວມປອດ
ຂອງແຫຼວສ່ວນເກີນພາຍໃນຮ່າງກາຍລົ້ນເຂົ້າໄປໃນຊ່ອງວ່າງເຫຍື່ອຫຸ້ມປອດ ຈົນກາຍເປັນພາວະນ້ຳຖ້ວມປອດ ພາໃຫ້ຫາຍໃຈຍາກ ແລະ ເປັນອັນຕະລາຍເຖິງຊີວິດ.
3. ພະຍາດເສັ້ນເລືອດຫົວໃຈ
ໄຂ່ຫຼັງຊຸດໂຊມຊໍ້າເຮື້ອຈະສົ່ງຜົນໂດຍກົງຕໍ່ລະບົບໝູນວຽນເລືອດ ແລະ ຍິ່ງເພີ່ມຄວາມສ່ຽງໃຫ້ເກີດພາວະເສັ້ນເລືອດຫົວໃຈຕີບແຂງຫຼາຍຂຶ້ນ ເຊິ່ງອາດເຮັດໃຫ້ຄົນເຈັບເກີດເປັນພະຍາດຫົວໃຈ ຫຼື ພະຍາດເສັ້ນເລືອດສະໝອງໄດ້ ແລະ ຖ້າໄຂ່ຫຼັງຂັບສິ່ງເສດເຫຼືອອອກໜ້ອຍລົງ ສົ່ງຜົນໃຫ້ຫົວໃຈເຮັດວຽກຜິດປົກກະຕິ ຫຼື ເຕັ້ນຜິດຈັງຫວະ ຫຼື ຫົວໃຈຕີຊ້າ ກວ່າ 60 ເທື່ອ/ນາທີ ເນື່ອງຈາກ potassium ໃນເລືອດສູງ ຫຼື ອາດມີພາວະຫົວໃຈຢຸດເຕັ້ນໄດ້.

4. ຄວາມດັນເລືອດສູງ
ມີການສະສົມຂອງແຄລ ຊຽມເອີ້ນພາວະ coronary artery calcification ໂດຍພາວະນີ້ຈະເຮັດໃຫ້ເສັ້ນເລືອດແຂງໂຕ ສົ່ງຜົນໃຫ້ຄວາມດັນ systolic ເພີ່ມຂຶ້ນ, ຄວາມດັນ diastolic ຫຼຸດລົງ ປະລິມານເລືອດລ້ຽງຫົວໃຈກໍຫຼຸດລົງ.
5. ພາວະເລືອດຈາງ.
ເມື່ອໄຂ່ຫຼັງເຮັດວຽກຫຼຸດລົງຈະສ້າງໃຫ້ຮໍໂມນ Erythropoietin ທີ່ໃຊ້ເຂົ້າໃນຂະບວນການສ້າງເມັດເລືອດແດງຫຼຸດລົງພ້ອມພົບວ່າພາວະເລືອດຈາງເປັນສາເຫດຫຼັກຂອງການເກີດກ້າມຊີ້ນຫົວໃຈໃຫຍ່ ແລະ ປັດໄຈສ່ຽງຕໍ່ການເສຍຊີວິດໃນຄົນເຈັບໄຂ່ຫຼັງຊໍ້າເຮື້ອ ໂດຍສະເພາະເມື່ອ hemoglobin ໜ້ອຍກວ່າ 9 g/dl.

6. ກະດູກຜ່ອຍ
ເມື່ອການເຮັດວຽກຂອງໄຂ່ຫຼັງຫຼຸດລົງຈາກໄຂ່ຫຼັງຊຸດໂຊມຊໍ້າເຮື້ອ ຮໍໂມນທີ່ຄວບຄຸມປະລິມານແຄລຊຽມໃນກະດູກກໍຫຼຸດລົງໄປນຳ ສົ່ງຜົນໃຫ້ເກີດພາວະກະດູກຜ່ອຍໄດ້ໄວກວ່າປົກກະຕິ.
[ ຂໍ້ມູນຈາກ:
ສຸຂະພາບມາກ່ອນ ]