ຈຳປາສັກ ສະເຫຼີມສະຫຼອງການສ້າງຕັ້ງນະຄອນປາກເຊ ຄົບຮອບ 5 ປີ

64

ໃນວັນທີ 29 ພຶດສະພາ 2023 ທີ່ຜ່ານມານີ້ ຢູ່ຫໍຫຼັກເມືອງ ບ້ານທ່າຫຼວງ ນະຄອນປາກເຊ ແຂວງຈຳປາສັກ, ຄະນະພັກ-ອົງການປົກຄອງນະຄອນປາກເຊ ແຂວງຈໍາປາສັກ ໄດ້ຈັດພິທີສະເຫຼີມສະຫຼອງການສ້າງຕັ້ງນະຄອນ ຄົບຮອບ 5 ປີ (31/5/2018 – 31/5/2023). ໂດຍການເຂົ້າຮ່ວມຂອງ ທ່ານ ສະນັ່ນ ສີພາພົມມະຈັນ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ນິສິດ ແກ້ວປັນຍາ  ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ, ພຣະອາຈານ ສຸວັນ ຈັນທະລາຊ ປະທານ ອພສ ແຂວງຈໍາປາສັກ ພ້ອມດ້ວຍພຣະເຖລານຸເຖລະ, ຕ່າງໜ້າຈາກພ່ວນຕ່າງໆ ແລະ ປະຊາຊົນບັນດາເຜົາເຂົ້າຮ່ວມ.

No description available.
ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ມີຄໍາເຫັນໃນໂອກາດກ່າວເປີດພິທີວ່າ: ມື້ນີ້ ປະຊາຊົນບັນດາເຜົ່າ ຊາວນະຄອນປາກເຊ ເວົ້າສະເພາະ, ເວົ້າລວມຊາວແຂວງຈຳປາສັກ ສຸດທີ່ມີຄວາມເບີກບານມ່ວນຊື່ນ ໄດ້ພ້ອມພຽງກັນຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງນະຄອນປາກເຊ ຄົບຮອບ 5 ປີ. ຈຸດປະສົງ ກໍ່ເພື່ອຫວນຄືນເຖິງວັນທີ່ມີຄວາມໝາຍປະຫວັດສາດ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ການສ້າງສາພັດທະນາບ້ານເມືອງ.

No description available.

ພ້ອມນັ້ນຍັງຍົກໃຫ້ເຫັນຄວາມໝາຍສໍາຄັນຂອງຫໍຫຼັກເມືອງ, ສະພາບການສ້າງສາພັດນາ ນະຄອນປາກເຊ ໃນປັດຈຸບັນ ແລະ ຍຸດທະສາດການພັດທະນາ ນະຄອນປາກເຊ ໃນຕໍ່ໜ້າ ເພື່ອປັບປຸງຍົກສູງຄຸນນະພາບ ຂອງການພັດທະນານະຄອນປາກເຊ ໃຫ້ທັນສະໄໝ ແລະ ສີວິໄລ.

No description available.
ໃນພິທີດັ່ງກ່າວ, ທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ໃຫ້ກຽດລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນ ແລະ ເປັນນີມິດໝາຍອັນດີ ແກ່ການເປີດງານ ໂດຍມີການນໍາແຂວງ, ການນໍານະຄອນ ແລະ ແຂກເຊື່ອເຊີນເຂົ້າຮ່ວມ. ຈາກນັ້ນ ກໍ່ໄດ້ດໍາເນີນພິທີທາງສາສະໜາ ຄື: ໄຫວ້ພຣະ, ຮັບສິນ, ຖວາຍທານ ແລະ ໃສ່ບາດ ສະເຫຼີມສະຫຼອງການປະກາດສ້າຕັ້ງນະຄອນປາກເຊ ແລະ ຫຫຼັກເມືອງປາກເຊ ໄປພ້ອມໆກັນ. ມາຮອດຕອນແລງວັນດຽວກັນ ກໍ່ມີພິທີສົມໂພດຫໍຫຼັກເມືອງຕາມຮີດຄອງປະເພນີເປັນປີທີ 3 ຕື່ມອີກ.

No description available.
ໂດຍ: ສູນຂ່າວຊາວພາກໃຕ້