ພວງມາໄລສັ່ນເກີດຈາກຫຍັງ?

38

ທ່ານເຄີຍບໍ່ ເວລາຂັບລົດແລ້ວເກີດອາການພວງມາໄລສັ່ນ ເຊິ່ງແມ່ນຫຍັງຄືສາເຫດຂອງພວງມາໄລສັ່ນ ໃນເວລາຂັບລົດ ຫຼາຍທ່ານ ອາດພົບບັນຫາ ແລະ ເກີດ ຄວາມສົງໄສວ່າອາການເຫຼົ່ານີ້ ມັນເກີດຈາກຫຍັງ ແລ້ວເປັນອັນຕະລາຍ ຫຼື ບໍ່.

ອາການພວງມາໄລສັ່ນເກີດຈາກຫຼາຍສາເຫດ ຄື: ຕັ້ງສູນຖ່ວງລໍ້ບໍ່ສົມດຸນກັນ ຫາກທ່ານເລີ່ມສັງເກດເຫັນວ່າພວງມາໄລສັ່ນ ໃນຂະນະທີ່ເລັ່ງຄວາມໄວ ອາດເກີດຈາກການຕັ້ງສູນຖ່ວງລໍ້ບໍ່ຖືກຕ້ອງ ເຊິ່ງບັນຫານີ້ພົບເຫັນໄດ້ເປັນປະຈໍາ ເຊິ່ງກວດສອບ ແລະ ແກ້ໄຂໄດ້ງ່າຍ ເພາະດອກຢາງຢູ່ໜ້າຢາງຈະຫ້ຽນບໍ່ເທົ່າກັນ ຫຼື ຂະນະຂັບລົດ ມີອາການພວງມາໄລດຶງໄປຂ້າງໃດຂ້າງໜຶ່ງ ສ່ວນການແກ້ໄຂ ນໍາລົດໄປຕັ້ງສູນຖ່ວງລໍ້ໃໝ່.

ເພົາມີບັນຫາ ກໍລະນີພວງມາໄລສັ່ນ ເກີດຈາກເພົາເພ ຈະມີອາການດຶງໄປຂ້າງຊ້າຍ ແລະ ອາດເຮັດໃຫ້ເກີດການສັ່ນສະເທືອນລະຫວ່າງເລັ່ງຄວາມໄວ ຄວນນໍາລົດເຂົ້າໄປໃຫ້ຊ່າງທີ່ຊໍານານສ້ອມແປງ ຫຼື ປ່ຽນເພົາຂັບໃໝ່.


ຈານເບຣກ ອີກສິ່ງໜຶ່ງທີ່ຄວນພິຈາລະນາ ເມື່ອພວງມາໄລສັ່ນຂະນະເບຣກຄື ຈານເບຣກມີອາການຄົດ ຫຼື ບໍ່ລຽບ ໃນກໍລະນີນີ້ອາດຕ້ອງໄດ້ປັບພື້ນຜິວ ຫຼື ປ່ຽນຈານເບຣກໃໝ່ ອາການສັ່ນຈະຫາຍໄປ.

ຢາງລົດເສື່ອມສະພາບ ການສັ່ນຂອງພວງມາໄລສາມາດເກີດໄດ້ເພາະຢາງລົດເສື່ອມ ບໍ່ກົມກືນກັນ ຫຼື ຢ່າງບວມ ຈຶ່ງເກີດອາການສັ່ນ ບາງຊ້ວງຄວາມໄວ, ດັ່ງນັ້ນຈຶ່ງຄວນປ່ຽນຢາງໃໝ່ທັງໝົດໂດຍໄວ.

ພວງມາໄລສັ່ນອັນຕະລາຍບໍ່ ເມື່ອເລີ່ມພົບວ່າເກີດອາການພວງມາໄລສັ່ນ ທ່ານຍັງສາມາດຂັບລົດຕໍ່ໄປໄດ້ ແຕ່ບໍ່ຄວນປ່ອຍປະລະເລີຍ ແລະ ຕ້ອງໄດ້ນໍາລົດໄປກວດສອບ ແກ້ໄຂໃຫ້ໄວທີ່ສຸດ ເນື່ອງຈາກການສັ່ນທີ່ເກີດຈາກບາງສາເຫດເຊັ່ນລະບົບບັງຄັບລ້ຽວ ເສື່ອມສະພາບ ຫາກຝືນໃຊ້ງານໄປເລື້ອຍໆ ກໍອາດມີໂອກາດເຮັດໃຫ້ເກີດອັນຕະລາຍໄດ້ ຫຼື ເກີດຄວາມເສຍຫາຍໃນຈຸດອື່ນໆເພີ່ມຂຶ້ນມາ.

ນອກຈາກສາເຫດທີ່ກ່າວມາ ໃນບາງຄັ້ງບັນຫາພວງມາໄລສັ່ນ ກໍອາດເກີດຈາກເຄື່ອງຈັກເອງ ເຊັ່ນ: ຢາງຮອງເຄື່ອງຈັກໝົດອາຍຸ ເຮັດໃຫ້ເຄື່ອງຈັກສັ່ນຫຼາຍກວ່າປົກກະຕິ ເພາະບໍ່ມີໂຕຮອງຮັບແຮງກະທົບ ລວມທັງລະບົບຈຸດລະເບີດບໍ່ສົມບູນ ອາດເຮັດໃຫ້ຮູ້ສຶກວ່າພວງມາໄລສັ່ນໄດ້ເຊັ່ນກັນ.