ເມືອງສຸຂຸມາ ຈະໃຊ້ງົບປະມານ 655 ລ້ານກວ່າກີບ ກໍ່ສ້າງຫໍມູນເຊື້ອ

35

ໃນວັນທີ 25 ພຶດສະພາ 2023 ທີ່ຜ່ານມາ, ທ່ານ ແກ້ວລັດຕະນະ ສີຫາວົງ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງຈໍາປາສັກ ທັງເປັນຜູ້ຊີ້ນໍາວຽກງານຮອບດ້ານຂອງ ເມືອງສຸຂຸມາ ໄດ້ເຄື່ອນໄຫວຊຸກຍູ້ວຽກງານ ແລະ ເຂົ້າຮ່ວມພິທີຍົກເສົາຂວັນຫໍມູນເຊື້ອຂອງເມືອງສຸຂຸມາ ມີຄະນະນໍາຂອງເມືອງ ນໍາໂດຍ ທ່ານ ສົມເພັດ ບຸດສະດີ ເຈົ້າເມືອງສຸຂຸມາ ພ້ອມດ້ວຍບັນດາທ່ານໃນຄະນະນໍາຂັ້ນສູງຂອງເມືອງເຮັດວຽກຮ່ວມ.

No description available.
ໃນໂອກາດດັ່ງກ່າວນີ້, ໄດ້ມີການຈັດກອງປະຊຸມຮ່ວມຄົ້ນຄວ້າ, ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນການພັດທະນາພື້ນຖານໂຄງລ່າງ ແລະ ເສດຖະກິດ-ສັງຄົມ ຂອງເມືອງ ໂດຍສະເພາະການຈັດຕັ້ງປະຕິບັດບັນດາໂຄງການພັດທະນາທີ່ກໍານົດໄວ້ ທີ່ສາມາດຈັດຕັ້ງປະຕິບັດສໍາເລັດແລ້ວຫຼາຍໂຄງການ ແລະ ກໍາລັງສືບຕໍ່ຈັດຕັ້ງປະຕິບັດອີກຫຼາຍໂຄງການ ໃນນັ້ນ, ໂຄງການກໍ່ສ້າງຫໍມູນເຊື້ອເມືອງສຸຂຸມາ ກໍ່ແມ່ນໂຄງການໜຶ່ງທີ່ກໍານົດໃນທິດທາງແຜນການເຄື່ອນໄຫວ 5 ປີ ຂອງອົງຄະນະພັກເມືອງ.

No description available.
ໃນກອງປະຊຸມດັ່ງກ່າວ ທ່ານ ສົມເພັດ ບຸດສະດີ ເຈົ້າເມືອງສຸຂຸມາ ໄດ້ສະເໜີແຜນດໍາເນີນງານ ແລະ ຕົວເລກງົບປະມານທີ່ຈະຮັບໃຊ້ໃນການກໍ່ສ້າງຫໍມູນເຊື້ອຕາມແຜນການປະເມີນລາຄາ ຈາກຂະແໜງການທີ່ກ່ຽວຂ້ອງ ມູນຄ່າ 655 ກວ່າລ້ານກີບ ໂດຍຈະນໍາໃຊ້ທຶນຈາກການລະດົມທຶນຈາກພາກສ່ວນທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນຊາວເມືອງສຸຂຸມາ ຕາມທ່າແຮງທີ່ບົ່ມຊ້ອນ ເພື່ອມາຮັບໃຊ້ໃນການກໍ່ສ້າງໃຫ້ສໍາເລັດໃນທ້າຍປີ 2024 ຕາມແຜນການຄາດຄະເນ.

No description available.
ພ້ອມກັນນັ້ນ ທ່ານ ແກ້ວລັດຕະນະ ສີຫາວົງ ໄດ້ກ່າວວ່າ ເມືອງສຸຂຸມາ ເປັນເມືອງໜຶ່ງທີ່ມີປະຫວັດຄວາມເປັນມາທີ່ຍາວນາມແຕ່ບູຮານນະການ ໂດຍສະເພາະດ້ານວັດທະນະທໍາ-ປະເພນີອັນດີງານ, ດ້ານສິລະປະ-ວັນນະຄະດີ ແລະ ຂະບວນການປະຕິວັດຕໍ່ສູ້ປົດປ່ອຍຊາດ ລວມທັງ ການຈັດຕັ້ງປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ບ້ານເມືອງ, ຜົນງານຂອງບັນດາທ່ານການນໍາ ແລະການເຄື່ອນໄຫວດໍາລົງຊີວິດຂອງປະຊາຊົນ, ທິດທາງສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ ເຂົ້າໃນການສ້າງສາພັດທະນາບ້ານເມືອງໃນແຕ່ລະລຸ້ນນັບແຕ່ອະດີດ ເຖິງປັດຈຸບັນ ມາເກັບຮັກສາໄວ້ໃນຫໍມູນເຊື້ອຂອງເມືອງ ເພື່ອເຮັດໃຫ້ເຫດການ ແລະ ຜົນງານ ທີ່ເປັນມູນມໍລະດົກອັນລໍ້າຄ່າ ທີ່ມາກ່າວມານັ້ນ ໄດ້ຈາລຶກ, ຍືນຍົງຄົງຢູ່ ໃຫ້ລູກຫຼານຄົນຮຸ່ນຫຼັງໄດ້ສຶກສາຄົ້ນຄວ້າຮໍ່າຮຽນ.

No description available.
ໂອກາດດັ່ງກ່າວ, ທ່ານ ແກ້ວລັດຕະນະ ສີຫາວົງ ຄະນະປະຈໍາພັກແຂວງ ຜູ້ຊີ້ນໍາວຽກງານຮອບດ້ານເມືອງສຸຂຸມາ ຍັງໄດ້ຮ່ວມພິທີຍົກເສົາຂັວນຫໍຫຼັກເມືອງຮ່ວມກັບຄະນະນໍາ ແລະ ເຖົ້າແກ່ແນວໂຮມຂອງເມືອງສຸຂຸມາ ຢູ່ຈຸດທີ່ຈະກໍສ້າງ.

No description available.
ໂດຍ: ສະພາປະຊາຊົນແຂວງຈຳປາສັກ