ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ ສ້າງສຳເລັດແລ້ວເກືອບເຄິ່ງໜຶ່ງ

64

ຂໍ້ມູນລາຍງານ ໃນໂອກາດທີ່ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍ ຂະແໜງການກ່ຽວຂ້ອງລົງເຄື່ອນໄຫວຕິດຕາມກວດກາ ສະພາບການຈັດຕັ້ງປະຕິບັດໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກເມື່ອ ວັນທີ 26 ພຶດສະພາ 2023 ທີ່ຜ່ານມາ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ ໄດ້ເລີ່ມລົງມືກໍ່ສ້າງນັບແຕ່ທ້າຍປີ 2022 ເປັນຕົ້ນມາ, ປະຈຸບັນຄວາມຄືບໜ້າໃນການກໍ່ສ້າງ ແມ່ນສໍາເລັດປະມານ 45% ຂອງແຜນການ.

No description available.

ໃນນັ້ນໜ້າວຽກທີ່ໄດ້ລົງມືຈັດຕັ້ງປະຕິບັດແລ້ວປະກອບມີ ວຽກຄອງລະບາຍນໍ້າ ມີຄວາມຍາວທັງໝົດປະມານ 10.445 ແມັດ, ວຽກກໍ່ສ້າງສະຖານີສູບນໍ້າ 3 ແຫ່ງ ຄື: ຫ້ວຍສະຄາມ, ຫ້ວຍນາງສອດ ແລະ ຫ້ວຍນາງລີ້, ສ່ວນໜ້າວຽກອື່ນໆ ຄາດວ່າຈະໃຫ້ສໍາເລັດການກໍ່ສ້າງໃນຕົ້ນປີ 2024.

No description available.

ໂຄງການດັ່ງກ່າວມີມູນຄ່າທັງໝົດ 4 ລ້ານກວ່າໂດລາສະຫະລັດ ເຊິ່ງແມ່ນໜຶ່ງໃນ 5 ກິດຈະກໍາໂຄງການພັດທະນາຕົວເມືອງຕາມແລວອານຸພາກພື້ນແມ່ນໍ້າຂອງ 4 ຫຼື (GMS4) ໂດຍໄດ້ທຶນຊ່ວຍເຫຼືອຂອງທະນາຄານພັດທະນາອາຊີ.

No description available.
ໃນໂອກາດເຄື່ອນໄຫວຕິດຕາມກວດກາຄັ້ງນີ້ ທ່ານ ວັນໄຊ ພອງສະຫວັນ ໃນນາມຕາງໜ້າອົງການປົກຄອງແຂວງ ໄດ້ສະແດງຊົມເຊີຍມາຍັງບໍລິສັດທີ່ໄດ້ເອົາໃຈໃສ່ໃນການພັດທະນາກໍ່ສ້າງໂຄງການດັ່ງກ່າວດ້ວຍຄວາມເປັນເຈົ້າການ ແລະ ສະເໜີໃຫ້ເພີ່ມທະວີໃນການພົວພັນຮ່ວມມືປະສານສົມທົບກັບ ຂະແໜງການຈັດຕັ້ງລັດທີ່ກ່ຽວຂ້ອງໃນການຕິດຕາມກວດກາຄຸນນະພາບ ມາດຕະຖານດ້ານວັດຖຸເຕັກນິກການກໍ່ສ້າງ ໂດຍສະເພາະອົງການປົກຄອງເມືອງທ່າແຂກ ເພື່ອຊ່ວຍເຫຼືອອໍານວຍຄວາມສະດວກໃຫ້ແກ່ການດໍາເນີນງານໂຄງການ ແລະ ການຊຸກຍູ້ສົ່ງເສີມການມີສ່ວນຮ່ວມຂອງສັງຄົມຕາມເຂດໂຄງການ ເພື່ອພ້ອມກັນຈັດຕັ້ງປະຕິບັດກິດຈະການກໍ່ສ້າງໂຄງການດັ່ງກ່າວໃຫ້ມີປະສິດທິຜົນ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ.

ໂດຍ: ຂ່າວສານຄຳມ່ວນ