ແບນາໂດ ຍິງຄົນດຽວ 2 ປະຕູຊ່ວຍໃຫ້ ແມນເຊັສເຕີ ຊິຕີ້ ເຂົ້າຊີງ ຢູຟາ ແຊັມປ້ຽນລີກ

48

ແບນາໂດ ຊິວວາ ກອງກາງຂອງ ແມນເຊັສເຕີ ຊິຕີ້ ທີມຍັກໃຫຍ່ໃນພຣີເມຍລີກ ອັງກິດ ກາຍເປັນຮີໂຣເໝົາຄົນດຽວ 2 ປະຕູຊ່ວຍໃຫ້ກັບ ແມນເຊັສເຕີ ຊິຕີ້ ເປີດບ້ານຖະຫຼົ່ມ ຣີລ ມາດຣິດ ທີມຍັກໃຫຍ່ຈາກລາລີກາ ແອັດສະປາຍ 4-0 ໃນການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ຮອບຮອງຊະນະເລີດນັດທີ 2 ເມື່ອວັນທີ 17 ພຶດສພພາ 2023.

ນັດດັ່ງກ່າວ ແມນເຊັສເຕີ ຊິຕີ້ ສ້າງຜົນງານຢ່າງໂດດເດັ່ນຍົງໄປ 4 ປະຕູລວດຈາກການຍິງຂອງ ແບນາໂດ ຊິລວາ 2 ປະຕູ ແລະ ອີກ 2 ປະຕູໄດ້ຈາກ ມານູເລ ອິຄານຍີ ກັບ ຢູລຽນ ອັລວາເຣຊ ພາທີມເອົາຊະນະ ຣີລ ມາດຣິດ ໄປຂາດລອຍ 4-0 ລວມຜົນ 2 ນັດຊະນະໄປ 5-1 ຜ່ານເຂົ້າຮອບຊີງຊະນະເລີດໄປພົບກັບ ອິນເຕີ ມິລານ ທີມຍັກໃຫຍ່ຈາກ ກັລໂຊ ໂຊເຣຍ ອາ ອິຕາລີ ໃນວັນທີ 10 ມິຖຸນາ 2023.

ຈາກຈົບການແຂ່ງຂັນ ຊິລວາ ອອກມາເປີດເຜີຍວ່າ: “ ມັນເປັນຄໍ່າຄືນຍທີ່ສວຍງາມຂອງພວກເຮົາ, ພວກເຮົາຮູ້ວ່າເປັນມັນນັກທີ່ຍາກ, ແຕ່ການເອົາຊະນະ ຣີລ ມາດຣິດ 4-0 ໃນບ້ານເປັນສິ່ງທີ່ພິເສດຫຼາຍ, ມັນເປັນຄວາມຮູ້ສຶກທີ່ໂດດເດັ່ນທີ່ໄດ້ເຂົ້າຮອບຊີງຊະນະເລີດອີກຄັ້ງ ຫວັງວ່າຄັ້ງນີ້ພວກເຮົາຈະຄວ້າແຊັມມາໄດ້ ແນ່ນອນຂ້ອຍມີຄວາມສຸກຫຼ!ຍທີ່ໄດ້ຊ່ວຍທີມ ”.