ການສົ່ງອອກນໍ້າມັນຂອງ ຣັດເຊຍ ເພີ່ມຂຶ້ນສູງສຸດ ນັບແຕ່ເດືອນກຸມພາ ປີ 2022

11

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ໃນຖະແຫຼງການປະຈໍາເດືອນທີ່ຖະແຫຼງຫຼ້າສຸດ, ອົງການພະລັງງານລະຫວ່າງປະເທດ ( IEA ) ໄດ້ໃຫ້ຮູ້ວ່າ: ການສົ່ງອອກນ້ຳມັນຂອງຣັດເຊຍ ໄດ້ເພີ່ມຂຶ້ນ 50.000 ບາເຣລຕໍ່ວັນ ເປັນ 8,3 ລ້ານບາເຣລຕໍ່ວັນ ໃນເດືອນເມສາຜ່ານມາ.

อาจเป็นรูปภาพของ ทางรถไฟ

IEA ລະບຸວ່າ: ການສົ່ງອອກນໍ້າມັນຂອງຣັດເຊຍ ໃນເດືອນເມສາປີນີ້ ໄດ້ເພີ່ມຂຶ້ນສູ່ລະດັບສູງສຸດນັບແຕ່ເລີ່ມເກີດຄວາມຂັດແຍ່ງລະຫວ່າງ ຣັດເຊຍ – ອູແກຣນ ຂຶ້ນໃນທ້າຍເດືອນກຸມພາ 2022 ໂດຍມີລາຍຮັບເພີ່ມຂຶ້ນ 1,7 ຕື້ໂດລາ ເຖິງວ່າຣັດເຊຍຈະຖືກຂວໍ້າບາດຈາກຝ່າຍຕາເວັນຕົກຫຼາຍຄັ້ງກໍຕາມ.

ລາຍງານລະບຸວ່າ: ເບິ່ງຄືຣັດເຊຍບໍ່ໄດ້ປະຕິບັດຕາມຄໍາປະກາດທີ່ໄດ້ຂົ່ມຂູ່ວ່າ ຈະຫຼຸດກຳລັງການຜະລິດນ້ຳມັນລົງ ເຊິ່ງປະລິມານການຜະລິດນໍ້າມັນດິບຂອງຣັດເຊຍ ໄດ້ຖືກຄາດຄະເນວ່າຍັງຮັກສາໄວ້ຄົງທີ່ໃນເດືອນເມສາ ທີ່ລະດັບ 9,6 ລ້ານບາເຣລຕໍ່ວັນ. ຊໍ້າບໍ່ໜໍາ, ຣັດເຊຍ ສາມາດເພີ່ມປະລິມານການຜະລິດຂຶ້ນ ເພື່ອທົດແທນໃຫ້ສ່ວນລາຍໄດ້ທີ່ເສຍໄປ.

ไม่มีคำอธิบายรูปภาพ

ຕາມການຄາດຄະເນຂອງ IEA, ລາຍຮັບຈາກການສົ່ງອອກນໍ້າມັນຂອງຣັດເຊຍ ໄດ້ເພີ່ມຂຶ້ນ 1,7 ຕື້ໂດລາ ເປັນ 15 ຕື້ໂດລາ ໃນເດືອນເມສາຜ່ານມາ. ແຕ່ວ່າຕົວເລກດັ່ງກ່າວນີ້ຕໍ່າກວ່າ 27% ເມື່ອທຽບກັບໄຕມາດສຸດທ້າຍຂອງປີ 2022. ລາຍຮັບພາສີຂອງຣັດເຊຍ ຈາກຂົງເຂດນໍ້າມັນ – ອາຍແກ໊ສ ກໍຫຼຸດລົງ 64% ທຽບໃສ່ໄຕມາດສຸດທ້າຍຂອງປີຜ່ານມາ.