ເສດຖະກິດ ເອີໂຣໂຊນ ຈະເຕີບໂຕໄວກວ່າທີ່ຄາດການໄວ້

36

VTV.VN ລາຍງານວ່າ: ຄະນະກຳມາທິການເອີຣົບ (EC) ໄດ້ມີຄໍາຖະແຫຼງການວ່າ ເສດຖະກິດເອີໂຣໂຊນ ( ປະເທດທີ່ໃຊ້ເງິນເອີໂຣ ) ຈະເຕີບໂຕໄວກວ່າທີ່ຄາດການໄວ້ໃນປີນີ້ ຫຼັງຈາກການເລີ່ມຕົ້ນໄດ້ດີໃນຕົ້ນປີ 2023.

EC ລະບຸວ່າ: ການເຕີບໂຕທາງເສດຖະກິດຂອງເອີໂຣໂຊນ ໃນປີ 2023 ຈະຢູ່ໃນລະດັບ 1,1% ເຊິ່ງສູງກວ່າທີ່ຄາດການໄວ້ທີ່ 0,9% ເນື່ອງຈາກວ່າພື້ນຖານເສດຖະກິດ ຫຼື ກິດຈະກຳທາງເສດຖະກິດ ໄດ້ມີການເຄື່ອນໄຫວທີ່ດີຂຶ້ນກວ່າການຄາດການໄວ້ ໂດຍອາໄສຄວາມຫຼາກຫຼາຍຂອງແຫຼ່ງສະໜອງພະລັງງານ ແລະ ປະລິມານການນໍາໃຊ້ແກ໊ສຫຼຸດລົງ.

ຄຽງຄູ່ກັນນັ້ນ, ຕະຫຼາດແຮງງານກໍມີຄວາມແຂງແກ່ນ ເຊິ່ງໄດ້ເປັນການຊຸກຍູ້ລະດັບການເຕີບໂຕດ້ານເສດຖະກິດເອີໂຣໂຊນ ດີຂຶ້ນໃນລະດັບປານກາງ ໃນໄຕມາດທໍາອິດຂອງປີ 2023 ອັນໄດ້ຊ່ວຍຫຼຸດຄວາມກັງວົນກ່ຽວກັບການຖົດຖອຍຂອງເສດຖະກິດ.

ແນວໃດກໍຕາມ EC ກໍຍັງສະແດງຄວາມກັງວົນຕໍ່ກັບບັນດາສິ່ງທ້າທາຍທີ່ມີຕໍ່ເສດຖະກິດ ເປັນຕົ້ນແມ່ນອັດຕາເງິນເຟີ້ທີ່ສູງຂຶ້ນຢ່າງຍືດເຍື້ອ ແລະ ຄວາມຂັດແຍ່ງລະຫວ່າງ ຣັດເຊຍ – ອູ    ແກຣນ.

ທ່າອ່ຽງເສດຖະກິດທີ່ດີຂຶ້ນ ໄດ້ສົ່ງຜົນດີຕໍ່ຄວາມເຊື່ອໝັ້ນຂອງນັກລົງທຶນ ເຊິ່ງເຮັດໃຫ້ຫຸ້ນເອີຣົບ ປັບຕົວຂຶ້ນໃນໄລຍະທໍາອິດຂອງອາທິດຜ່ານມານີ້.